ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ຮ່ວມກັບ ສະຖານທູດອິນເດຍ ຈັດກິດຈະກຳຝຶກໂຢຄະ ເພື່ອສຸຂະພາບຜູ້ສູງອາຍຸ ປະຈຳປີ 2026
18/06/2026

ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ) ໄດ້ຮ່ວມມືກັບ ສະຖານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ຈັດກິດຈະກຳຝຶກໂຢຄະເພື່ອສຸຂະພາບຜູ້ສູງອາຍຸຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 17 ມິຖຸນາ 2026 ນີ້ ທີ່ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ), ໂດຍການເປັນປະທານ ທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຜູ້ອຳນວຍການ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ, ມີທ່ານ ໂຣຫິດ ເບບບາ (Rohit Babbar) ເລຂາເອກ ສະຖານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ, ຕາງໜ້າຈາກຫ້ອງການ, ກົມ, ສະຖາບັນ, ວິທະຍາໄລ, ສູນ, 3 ອົງການຈັດຕັ້ງມະຫາຊົນ, ຄູ່ຮ່ວມງານ EMI, ຄະນະຄູຝຶກຈາກສະຖາບັນ The Art Of Living ຕະຫຼອດຮອດພະນັກງານ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີດັ່ງກ່າວ, ທ່ານ ນາງ ສຸດສາຍໃຈ ດວງສະຫວັນ ໄດ້ກ່າວມີຄຳເຫັນເປີດງານວ່າ: ເພື່ອຮັດແໜ້ນຄວາມສາມັກຄີ ແລະ ການພົວພັນຮ່ວມມືເພີ່ມທະວີສາຍພົວພັນ, ການຮ່ວມມື ແລະ ໄມຕີຈິດອັນສະໜິດແໜ້ນ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ກໍຄື ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ກັບ ສະຖານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ໃຫ້ແໜ້ນແຟ້ນ ແລະ ຮອບດ້ານຍິ່ງໆຂຶ້ນ. ພ້ອມນັ້ນ ກໍເພື່ອເປັນການສົ່ງເສີມສຸຂະພາບ,ສົ່ງເສີມການອອກກຳລັງກາຍ, ການຝຶກສະມາທິ ແລະ ການປັບຄວາມສົມດູນລະຫວ່າງຮ່າງກາຍກັບຈິດໃຈ ໃຫ້ກັບຜູ້ສູງອາຍຸ ແລະ ຜູ້ເຂົ້າຮ່ວມ ເພື່ອໃຫ້ມີສະມາທິ ແລະ ສະຕິທີ່ດີໃນການດຳລົງຊີວິດ.
ໃນໂອກາດດຽວກັນ, ທ່ານ ໂຣຫິດ ເບບບາ ໄດ້ມີຄຳເຫັນວ່າ: ການຈັດກິດຈະກຳໂຢຄະເພື່ອສຸຂະພາບຜູ້ສູງອາຍຸທີ່ມີຄວາມໝາຍຄວາມສຳຄັນນີ້ ກໍເພື່ອເປັນການຕ້ອນຮັບວັນໂຢຄະໂລກ ປະຈຳປີ 2026 ທີ່ໃກ້ຈະມາເຖິງນີ້ ກໍຄືວັນທີ 21 ມິຖຸນາ ຂອງທຸກໆປີ ແລະ ເປັນການສົ່ງເສີມການຮ່ວມມືຂອງທັງສອງຝ່າຍ ລາວ-ອິນເດຍ. ພ້ອມນັ້ນ, ກໍຍັງເປັນການເຊື່ອມຕໍ່ທີ່ດີ ທາງດ້ານວັດທະນະທຳ ແລະ ສຸຂະພາບ ລະຫວ່າງສອງຊາດ. ສະນັ້ນ ຂໍສະແດງຄວາມຊົມເຊີຍຕໍ່ຄະນະອຳ ນວຍການ, ພະນັກງານສູນ ແລະ ສະຖານທູດອິນເດຍ ທີ່ສະໜັບສະໜູນ ແລະ ຫ້າງຫາກະກຽມຢ່າງຮອບດ້ານ ຈຶ່ງເຮັດໃຫ້ກິດຈະກຳຝຶກໂຢຄະໃນຄັ້ງນີ້ໄດ້ຈັດຂຶ້ນຢ່າງເປັນທາງການ.
ສຳລັບກິດຈະກຳດັ່ງກ່າວ, ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມວີດີໂອສັ້ນ ທີ່ສະແດງເຖິງຜົນງານການເຄື່ອນໄຫວ ແລະ ການຮ່ວມມືອັນດີງາມລະຫວ່າງສອງຝ່າຍໃນໄລຍະຜ່ານມາ ແລະ ໄດ້ມີກິດຈະກຳການຝຶກໂຢຄະນຳອີກດ້ວຍ.
ຂ່າວໂດຍ: ການຈະນາ














