Skip to main content

ແຂວງຫຼວງພະບາງ ໄຂບັ້ນສອບເສັງຈົບຊັ້ນ ມ.7 ເອກະພາບທົ່ວປະເທດ ສົກຮຽນ 2025-2026 ຢ່າງເປັນທາງການ

18/06/2026
ໃນຕອນເຊົ້າຂອງວັນທີ 17 ມິຖຸນາ 2026 ນີ້ ຢູ່ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ຈັດພິທີໄຂບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ເອກະພາບທົ່ວປະເທດ ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ວຽນວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ມີຜູ້ຕາງໜ້າຈາກກົມສາມັນສຶກສາ, ຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະຮັບຜິດຊອບສູນສອບເສັງຂັ້ນແຂວງ, ກຳມະການເຝົ້າຫ້ອງສອບເສັງ ແລະ ນ້ອງໆນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ປອ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ໄດ້ຂຶ້ນຜ່ານບົດລາຍງານສະພາບການຈັດຕັ້ງການສິດສອນ-ການຮຽນ ແລະ ການກະກຽມຄວາມພ້ອມຂອງບັ້ນສອບເສັງໃນສົກຮຽນນີ້ ເຊິ່ງມີລາຍລະອຽດດັ່ງນີ້: ທົ່ວແຂວງ ມີໂຮງຮຽນທັງໝົດ 120 ແຫ່ງ, ໃນນັ້ນມີ ໂຮງຮຽນມັດທະຍົມຕອນຕົ້ນ 66 ແຫ່ງ, ມັດທະຍົມຕອນປາຍ 1 ແຫ່ງ ແລະ ມັດທະຍົມສົມບູນ 53 ແຫ່ງ; ມີນັກຮຽນທັງໝົດ 38,774 ຄົນ ຍິງ 18,466 ຄົນ (ຊັ້ນມັດທະຍົມຕອນຕົ້ນ 29,697 ຄົນ ຍິງ 14,412 ຄົນ ແລະ ຊັ້ນມັດທະຍົມຕອນປາຍ 9,077 ຄົນ, ຍິງ 4,054 ຄົນ); ໄດ້ແບ່ງອອກເປັນ 33 ສູນສອບເສັງ, ມີຫ້ອງສອບເສັງທັງໝົດ 123 ຫ້ອງ; ນັກສອບເສັງ ມ.7 ທັງໝົດ 2,479 ຄົນ ຍິງ 1,120 ຄົນ. ໃນນີ້ ປະກອບມີ ນັກຮຽນຈາກຫ້ອງຮຽນສອງພາສາ (ບີແລັງ) 58 ຄົນ, ຍິງ 45 ຄົນ ແລະ ນັກສອບເສັງທີ່ເປັນພະສົງ-ສາມະເນນ 47 ອົງ.
ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ທ່ານ ນາງ ວຽນວິໄລ ດີລະພັນ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ໂດຍເນັ້ນໜັກໃຫ້ຄະນະຮັບຜິດຊອບທຸກພາກສ່ວນ ເພີ່ມທະວີຄວາມເອົາໃຈໃສ່ ແລະ ຍົກສູງຄວາມຮັບຜິດຊອບໃນການປະຕິບັດໜ້າທີ່, ຮັບປະກັນໃຫ້ການສອບເສັງດຳເນີນໄປດ້ວຍຄວາມໂປ່ງໃສ, ຍຸຕິທຳ ແລະ ຖືກຕ້ອງຕາມກົດລະບຽບການສອບເສັງຢ່າງເຂັ້ມງວດທີ່ສຸດ.
ພ້ອມດຽວກັນນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ກໍໄດ້ສະແດງຄວາມຫ່ວງໃຍ ແລະ ກ່າວໃຫ້ກຳລັງໃຈແກ່ນ້ອງໆນັກຮຽນທຸກຄົນ ໃຫ້ມີສະຕິ, ມີຄວາມໝັ້ນໃຈໃນຕົນເອງ, ຕັ້ງໃຈຄົ້ນຄວ້າ ແລະ ນຳໃຊ້ຄວາມຮູ້ຄວາມສາມາດທີ່ໄດ້ຮຽນມາຕະຫຼອດສົກຮຽນ ເຂົ້າໃນການເຮັດບົດສອບເສັງຢ່າງເຕັມສ່ວນ ເພື່ອໃຫ້ສາມາດສອບເສັງຜ່ານໄດ້ຄະແນນດີເລີດ ແລະ ບັນລຸຕາມຄາດໝາຍທີ່ຕົນເອງວາງໄວ້.
ໃນຕອນທ້າຍພິທີ, ທ່ານຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍທ່ານຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ແລະ ຄະນະຜູ້ແທນ ກໍໄດ້ໃຫ້ກຽດຮ່ວມກັນຕັດຊອງເປີດຫົວບົດສອບເສັງວິຊາທຳອິດ ເພື່ອເປັນສັນຍານເລີ່ມຕົ້ນການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ມ.7 ປະຈຳສົກຮຽນ 2025-2026 ຢ່າງເປັນທາງການ ແລະ ເອກະພາບກັນໃນຂອບເຂດທົ່ວປະເທດ.
ພາບ – ຂ່າວໂດຍ: ສອນອາຄົມ ແກ້ວຄຳເພັດ ພະແນກສຶກສາທິການ ແລະ ກິລາແຂວງ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ