Skip to main content
24/01/2024 | ສຶກສາ

ຊາວໜຸ່ມ ສລດ ຮັບທຸງໄຊນຳໜ້ານາມມະຍົດ 4 ບຸກ ພ້ອມເລືອກຄະນະບໍລິຫານງານຊຸດໃໝ່

ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ) ຮາກຖານ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ (ສລດ) ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ I ເພື່ອເປັນການສະຫຼຸບ ແລະ ຕີລາຄາວຽກງານຜ່ານມາ ພ້ອມທັງປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດໃໝ່ ແລະ ຮັບທຸງໄຊນຳໜ້ານາມມະຍົດ 4 ບຸກ. ກອງປະຊຸມດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 19 ມັງກອນ 2024 ທີ່ຫ້ອງປະຊຸມສູນດັ່ງກ່າວ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ໄພວັນ ບັນດາສັກ ຮອງເລຂາ ຄຊປປລ ກະຊວງສຶກສາທິການ ແລະ ກິລາ, ເລຂາ ຄຊປປລ ວິທະຍາໄລອ້ອມຂ້າງ ສສກ, ມີສະຫາຍ ນາງ ທຸມມະລີ ບຸນຈະເລີນ ຫົວໜ້າຈຸພັກຮາກຖານ ສລດ, ຮອງຜູ້ອຳນວຍການ ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ແລະ ສະຫາຍ ນາງ ບຸນມາລີ ຈັນບຸນມີ ເລຂາ ຄຊປປລ ຮາກຖານ […]

22/01/2024 | ສຶກສາ

ແມ່ຍິງ ສຄຂ ຕີລາຄາຄືນວຽກງານ 5 ປີ ພ້ອມເລືອກໄດ້ຄະນະຊຸດໃໝ່

ສະຫະພັນແມ່ຍິງສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ສຄຂ) ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ I ເພື່ອເປັນການສະຫຼຸບ ຕີລາຄາວຽກງານ 5 ປີຜ່ານມາ (2019-2023) ແລະ ວາງແຜນວຽກງານໃນ 5 ຕໍ່ໜ້າ (2024-2028) ພ້ອມທັງຄັດເລືອກໄດ້ຄະນະບໍລິຫານງານຊຸດໃໝ່ ເພື່ອສືບຕໍ່ຊີ້ນໍານຳພາວຽກງານໃຫ້ດີຂຶ້ນ. ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 16 ມັງກອນ 2023 ທີ່ຫ້ອງປະຊຸມ ສວສ ໂດຍການເປັນປະທານຂອງສະຫາຍ ນາງ ລັດດາວັນ ຈິດຕະວົງ ປະທານສະຫະພັນແມ່ຍິງຮາກຖານ ສວສ, ມີສະຫາຍ ສຸກສາຄອນ ສີປະເສີດ ເລຂາໜ່ວຍພັກ, ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ພ້ອມດ້ວຍປະທານໜ່ວຍກຳມະບານ, ຊາວໜຸ່ມ ແລະ ແມ່ຍິງສູນໂຄສະນາຂ່າວສານການສຶກສາ ແລະ ກິລາ ຕະຫຼອດຮອດໜ່ວຍສະຫະພັນແມ່ຍິງອ້ອມຂ້າງ ແລະ ສະມາຊິກແມ່ຍິງພາຍໃນໝ່ວຍເຂົ້າຮ່ວມ. ໃນກອງປະຊຸມ, ສະຫາຍ ດາວລຸນນີ ວົງວິໄລ ປະທານໜ່ວຍສະຫະພັນແມ່ຍິງສູນໂຄສະນາຂ່າວສານການສຶກສາ ແລະ […]

22/01/2024 | ສຶກສາ

ລັດຖະມົນຕີ ສສກ ຊຸກຍູ້ວຽກງານທີ່ແຂວງຫຼວງນໍ້າທາ

ທ່ານ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງນໍ້າທາ ໃນວັນທີ 18 ມັງກອນ 2024 ທີ່ສະໂມສອນ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ, ໂດຍຕາງໜ້າໃນການຕ້ອນຮັບຂອງທ່ານ ບຸນໂຮມ ຈິດດາລາ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫຼວງນໍ້າທາ, ມີຫົວໜ້າຫ້ອງການສຶກສາທິການ ແລະ ກິລາ 5 ເມືອງ, ຜູ້ອຳນວຍການໂຮງຮຽນອ້ອມຂ້າງ ແລະ ພະນັກງານຄູອາຈານເຂົ້າຮ່ວມ. ໃນໂອກາດຕ້ອນຮັບລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄັ້ງນີ້,  ທ່ານ ບຸນໂຮມ ຈິດດາລາ ໄດ້ລາຍງານສະພາບການພັດທະນາການສຶກສາ ແລະ ກິລາຂອງແຂວງຫຼວງນໍ້າທາໂດຍຫຍໍ້ ຊຶ່ງການສຶກສາໃນແຂວງຫຼວງນໍ້າທາ ແມ່ນໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານຄູອາຈານ ສ່ວນຫຼາຍຍັງຮັກສາໄດ້ຄຸນທາດການເມືອງໜັກແໜ້ນ ມີຄວາມອຸ່ນອຽນທຸ່ນທ່ຽງ ເຮັດໃຫ້ສະພາບພາຍໃນຂະແໜງການສຶກສາມີຄວາມສະຫງົບໂດຍພື້ນຖານ; ໃນທົ່ວແຂວງມີລັດຖະກອນສຶກສາ 2.967 ຄົນ, ຍິງ […]

18/01/2024 | ສຶກສາ

ລາວ-ຫວຽດນາມ ສືບຕໍ່ຮ່ວມມືຂົງເຂດການສຶກສາ ກໍ່ສ້າງຊັບພະຍາກອນມະນຸດ 2024 ລວມ 500 ກວ່າທຶນ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ  ແລະ ກະຊວງສຶກສາ ແລະ ກໍ່ສ້າງ ແຫ່ງ ສສ ຫວຽດນາມ ໄດ້ສືບຕໍ່ຮ່ວມມືໃນຂົງເຂດການສຶກສາ ແລະ ກໍ່ສ້າງຊັບພະຍາກອນມະນຸດ ໃນປີ 2024 ໃນນີ້ ຝ່າຍຫວຽດນາມ ຮັບພະນັກງານ, ນັກຮຽນ, ນັກສຶກສາລາວ ແລະ ລູກຫຼານຂອງຊາວຫວຽດນາມ ຕ່າງດ້າວທີ່ອາໄສຢູ່ ສປປ ລາວ ຈຳນວນ 464 ທຶນ ໄປຮຽນທີ່ ສສ ຫວຽດນາມ ໃນລະດັບມັດທະຍົມສຶກສາຕອນປາຍ, ປະລິນຍາຕີ, ຫຼັງປະລິນຍາຕີ ແລະ ບຳລຸງໄລຍະສັ້ນ ແລະ ຝ່າຍລາວ ໃຫ້ທຶນການສຶກສາແກ່ຝ່າຍຫວຽດນາມ ຈຳນວນ 60 ທຶນ ກໍ່ສ້າງລະດັບປະລິນຍາຕີ, ຫຼັງປະລິນຍາຕີ, ບຳລຸງໄລຍະສັ້ນ ແລະ ຮຽນພາສາລາວ 1 ສົກຮຽນ ລວມທັງໝົດ 524 ທຶນ. […]

17/01/2024 | ສຶກສາ

ທົບທວນຄືນເງື່ອນໄຂການຄັດເລືອກປື້ມອ່ານສຳລັບເດັກໃຫ້ມີຄຸນນະພາບ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບໂຄງການຮຽນອ່ານ ອົງການຊ່ວຍເຫຼືອເດັກ, ແຜນງານສົ່ງເສີມການຮຽນຮູ້ໜັງສື, ອົງການຣູມທູຣີດ ປະຈຳຫ້ອງການໃຫຍ່ສາກົນ ແລະ ອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ ປະຈຳ ສປປ ລາວ ໄດ້ຈັດກອງປະຊຸມເພື່ອທົບທວນຄືນເງື່ອນໄຂການຄັດເລືອກປື້ມອ່ານສຳລັບເດັກໃຫ້ມີຄຸນນະພາບ ແນໃສ່ຄັດເລືອກປະເພດປື້ມຕົວຈິງເພື່ອສ້າງແຄັດຕາລ໋ອກ. ກອງປະຊຸມດັ່ງກ່າວ, ໄດ້ມີຂຶ້ນໃນລະຫວ່າງວັນທີ 8-12 ມັງກອນ 2024 ທີ່ໂຮງແຮມລາວພລາຊາ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຮສ.ປອ ນາງ ສີລິນທອນ ສັກລໍຄໍາ  ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຄາມໍ ໂຮເຊັນ ຫົວໜ້າໂຄງການຮຽນອ່ານ, ອົງການຊ່ວຍເຫຼືອເດັກ, ທ່ານ ແພັດທຣິກ ເຄີຣີ  ຮອງອຳນວຍການແຜນງານສົ່ງເສີມການຮຽນຮູ້ໜັງສື, ອົງການຣູມທູຣີດ ປະຈຳຫ້ອງການໃຫຍ່ສາກົນ ແລະ ທ່ານ ຄູເລັນ ຮິວ ຮັກສາການຫົວໜ້າອົງການພັດທະນາສາກົນ ປະເທດສະຫະລັດອາເມຣິກາ ປະຈຳ ສປປ ລາວ, ມີຕາງໜ້າໂຄງການຮຽນອ່ານ, […]

17/01/2024 | ສຶກສາ

ການນຳຂັ້ນສູງ ສປ ຈີນ ຢ້ຽມຢາມສະຖາບັນຂົງຈື ມຊ

ການນຳຂັ້ນສູງ ສປ ຈີນ ນຳໂດຍທ່ານ ຫຼີຊູ່ເຫຼີຍ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາສູນກາງພັກຄອມມູນິດຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ສປປ ລາວ ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ ແລະ ຕາງໜ້າໃນການຕ້ອນຮັບໂດຍທ່ານ ຮສ.ປອ ອຸດົມ ພອນຄໍາເພັງ ຄະນະພັກກະຊວງສຶກສາທິການ ແລະ ກິລາ, ເລຂາອົງຄະນະພັກ, ອະທິການບໍດີ ມຊ, ມີທ່ານ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ພ້ອມດ້ວຍຄະນະອະທິການບໍດີ ມຊ ແລະ ພະນັກງານຄູອາຈານເຂົ້າຮ່ວມ. ໃນໂອກາດຕ້ອນຮັບຄະນະຜູ້ແທນຂັ້ນສູງ  ສປ ຈີນ ຄັ້ງນີ້,  ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອໍານວຍການສະຖາບັນຂົງຈື ຝ່າຍລາວ ໄດ້ລາຍງານໂດຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາ ແລະ ຜົນງານຂອງສະຖາບັນຂົງຈື ໃນ 13 ປີຜ່ານມາແລະ ທ່ານ ຫຼົວໝິງ (LUO Ming) ຜູ້ອໍານວຍການຝ່າຍຈີນ […]

12/01/2024 | ສຶກສາ

ລັດຖະມົນຕີ ສສກ ພົບປະ ລັດຖະມົນຕີກະຊວງຟື້ນຟູໄພພິບັດຍີ່ປຸ່ນ ສະຫຼອງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ

ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ), ປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ ໄດ້ຕ້ອນຮັບ ທ່ານ ນາງ ຊິຈິຢະ ຊິນະໂກະ ລັດຖະມົນຕີກະຊວງຟື້ນຟູໄພພິບັດຂອງຍີ່ປຸ່ນ ທັງເປັນປະທານຄະນະມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ ພ້ອມດ້ວຍຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ເມື່ອວັນທີ 10 ມັງກອນ 2024 ທີ່ສຳນັກງານ ກະຊວງ ສສກ ເພື່ອສົ່ງເສີມການຮ່ວມມື ໃນຂົງເຂດສຶກສາ, ວິທະຍາສາດ ແລະ ການກິລາ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ໃນປີ 2025. ໂອກາດນີ້, ທ່ານ ຮສ.ປອ ພຸດ ສິມມາລາວົງ ໄດ້ກ່າວຕ້ອນຮັບ ທ່ານ ນາງ ຊິຈິຢະ ຊິນະໂກະ ພ້ອມຄະນະຜູ້ແທນຈາກປະເທດຍີ່ປຸ່ນຢ່າງອົບອຸ່ນ ພ້ອມທັງສະແດງຄວາມເສຍໃຈ ແລະ ເປັນຫວງເປັນໃຍຕໍ່ປະຊາຊົນຍີ່ປຸ່ນ ທີ່ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວຢູ່ທາງພາກກາງຂອງຍີ່ປຸ່ນ […]