Skip to main content

ຍົກລະດັບຄຸນນະພາບການສຶກສາລາວ ຜ່ານເວທີສຳມະນາວິທະຍາສາດ ປະຈຳປີ 2025 ທີ່ແຂວງສະຫວັນນະເຂດ

22/01/2026
ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ກະຊວງສຶກສາທິການ ແລະ ກິລາ, ໄດ້ຈັດກອງປະຊຸມສຳມະນາວິທະຍາສາດການສຶກສາ ປະຈຳປີ 2025 ຂຶ້ນຢ່າງເປັນທາງການ ໃນຕອນເຊົ້າມື້ນີ້ 22 ມັງກອນ 2026 ທີ່ຫ້ອງປະຊຸມໃຫຍ່ ມະຫາວິທະຍາໄລແຂວງສະຫວັນນະເຂດ (ມຂ) ເພື່ອລະດົມຄວາມຄິດ ແລະ ເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດ ທີ່ຈະເປັນບ່ອນອີງສຳຄັນໃນການວາງນະໂຍບາຍພັດທະນາການສຶກສາແຫ່ງຊາດ.
ກອງປະຊຸມຄັ້ງນີ້ ໄດ້ຮັບກຽດເປັນປະທານໂດຍ ທ່ານ ປອ ນາງ ດາລາວອນ ກິດຕິພັນ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຊຶ່ງມີບັນດາທ່ານ ອະດີດການນຳຂອງກະຊວງ ສສກ, ຫົວໜ້າກົມ, ສະຖາບັນ, ສູນ, ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ, ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລສະຫວັນນະເຂດ, ຜູ້ຕາງ ໜ້າຈາກ ທະນາຄານໂລກ (World Bank), ອົງການແພລນ ສາກົນ (Plan International), ພ້ອມດ້ວຍຄູ-ອາຈານ ແລະ ນັກວິຊາການທັງພາຍໃນ ແລະ ຕ່າງປະເທດ ເກືອບ 100 ຄົນ ເຂົ້າຮ່ວມ.
ໃນການກ່າວເປີດ, ທ່ານປະທານກອງປະຊຸມ ໄດ້ມີບາງຄຳເຫັນວ່າ: “ ນີ້ກໍ່ເປັນອີກປີໜຶ່ງທີ່ໜ່ວຍງານວິຊາການຂະແໜງການຍ່ອຍ 6: ການຄົ້ນຄວ້າ ແລະ ປະເມີນຜົນການສຶກສາ ພວກເຮົາໄດ້ຈັດກອງປະຊຸມສໍາມະນາວິທະຍາສາດການສຶກສາຂຶ້ນອີກຄັ້ງ ຊຶ່ງແມ່ນໜຶ່ງໃນພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຂະແໜງການຍ່ອຍ 6:ໃນການເຜີຍແຜ່ຜົນການຄົ້ນຄວ້າ ແລະ ປະເມີນຜົນການສຶກສາ ຂອງຂະແໜງການສຶກສາ ແລະ ກິລາ ແລະ ຄູ່ຮ່ວມພັດທະນາໃນແຕ່ລະໄລຍະ ເພື່ອເປັນການເສີມຂະຫຍາຍ ແລະ ສົ່ງເສີມວຽກງານການຄົ້ນຄວ້າ-ປະເມີນຜົນການສຶກສາ ໃຫ້ກວ້າງຂວາງ ແລະ ເປັນທີ່ຮັບຮູ້ຫຼາຍຂຶ້ນເພາະວຽກງານດັ່ງກ່າວນີ້ ແມ່ນມີຄວາມສໍາຄັນຫຼາຍເພາະເປັນການສະໜອງຂໍ້ມູນທີ່ເປັນວິທະຍາສາດ, ບົນພື້ນຖານຄວາມເປັນຄວາມຈິງ, ສາມາດຢັ້ງຢືນ ແລະ ພິສູດໄດ້ດ້ວຍຄວາມໜ້າເຊື່ອຖືເພື່ອເປັນການສະໜອງຂໍ້ມູນໃຫ້ແກ່ບຸກຄົນ ຫຼື ພາກສ່ວນຕ່າງໆທີ່ຈະນໍາເອົາຜົນຂອງການຄົ້ນຄວ້ານຳໄປໃຊ້ເຂົ້າໃນການປັບປຸງວຽກງານການພັດທະນາການສຶກສາໃນແຕ່ລະໄລຍະ. ດັ່ງທີ່ພວກເຮົາຮູ້ດີວ່າ, ໃນບໍລິບົດປະຈຸບັນ, ໂລກກໍາລັງປ່ຽນແປງຢ່າງໄວວາ ທັງດ້ານເສດຖະກິດ, ສັງຄົມ, ເຕັກໂນໂລຊີ ແລະ ປັນຍາປະດິດ ( AI ) ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ລະບົບການສຶກສາ. ດັ່ງນັ້ນ, ການຄົ້ນຄວ້າ ແລະ ການປະເມີນຜົນການສຶກສາ ຈຶ່ງເປັນກຸນແຈສໍາຄັນໃນການຊ່ວຍໃຫ້ພວກເຮົາເຂົ້າໃຈສະພາບຄວາມເປັນຈິງ, ປັບປຸງນະໂຍບາຍ ແລະ ກໍານົດທິດທາງການພັດທະນາໃນອະນາຄົດໄດ້ຢ່າງຖືກຕ້ອງ”.
ທ່ານຍັງໄດ້ເນັ້ນໜັກອີກວ່າ: ການຄົ້ນຄວ້າວິທະຍາສາດ ແມ່ນກຸນແຈສຳຄັນທີ່ສຸດໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງຄຸນນະພາບຊີວິດຂອງປະຊາຊົນບັນດາເຜົ່າ ເຊິ່ງແມ່ນຂະບວນການທີ່ນຳໄປສູ່: ການສ້າງຄວາມຮູ້ໃໝ່ ທີ່ຊ່ວຍໃຫ້ພວກເຮົາເຂົ້າໃຈປະກົດການຕ່າງໆ ໄດ້ຢ່າງເລິກເຊິ່ງ ແລະ ມີຫຼັກການ. ນອກຈາກນີ້, ຍັງເປັນການພັດທະນານະວັດຕະກຳ ເຊິ່ງເປັນພື້ນຖານໃຫ້ແກ່ການປະດິດສ້າງສິ່ງໃໝ່ໆ ແລະ ແກ້ໄຂບັນຫາທີ່ສັບສົນ ພ້ອມກັນນີ້, ຍັງຊ່ວຍໃນການວາງນະໂຍບາຍທີ່ຊັດເຈນ: ການຄົ້ນຄວ້າທີ່ດີຈະເປັນຂໍ້ມູນສຳຄັນໃນການຕັດສິນໃຈວາງແຜນ ແລະ ນະໂຍບາຍຕ່າງໆ ຂອງການພັດທະນາໃນແຕ່ລະໄລຍະ.
ໃນເວທີສຳມະນາຄັ້ງນີ້, ບັນດານັກວິຊາການໄດ້ຍົກຂຶ້ນມາສົນທະນາ ແລະ ແລກປ່ຽນກັນ ໃນ 4 ຫົວຂໍ້ຫຼັກ ທີ່ເປັນກະແຈສຳຄັນໃນການພັດທະນາ, ປະກອບມີ:
1. ການປະເມີນຜົນການຮຽນໃນລະດັບພາກພື້ນ: ສຶກສາຜົນການຮຽນຂອງນັກຮຽນຊັ້ນປະຖົມສຶກສາ ປີທີ 5 ໃນບັນດາປະເທດອາຊຽນ ເພື່ອປຽບທຽບມາດຕະຖານການສຶກສາຂອງລາວ;
2. ການວິເຄາະປັດໄຈການຮຽນວິຊາຄະນິດສາດ: ສຶກສາກໍລະນີສະເພາະ ປັດໄຈທີ່ມີອິດທິພົນຕໍ່ຜົນສຳເລັດການຮຽນວິຊາຄະນິດສາດ ຂອງນັກຮຽນຊັ້ນປະຖົມ ປີທີ 5 ຢູ່ໂຮງຮຽນປະຖົມສົມບູນສາທິດ ຄະນະສຶກສາສາດ ມຊ.
3. ການປັບປຸງຄຸນນະພາບການສຶກສາສາຍສາມັນ: ຕິດຕາມ ແລະ ປະເມີນສະພາບການປັບປຸງຄຸນນະພາບການສຶກສາໃນແຂວງຈຳປາສັກ ເພື່ອຖອດຖອນບົດຮຽນໃນການຂະຫຍາຍຜົນໄປສູ່ແຂວງອື່ນໆ.
4. ການພັດທະນາສະພາບແວດລ້ອມໃນສະຖາບັນການສຶກສາຊັ້ນສູງ: ເກັບກຳຄວາມຕ້ອງການ ແລະ ຄຳຄິດຄຳເຫັນຂອງຄູ-ອາຈານ ເພື່ອສ້າງສະພາບແວດລ້ອມການຮຽນ-ການສອນໃນມະຫາວິທະຍາໄລໃຫ້ມີປະສິດທິພາບສູງຂຶ້ນ.
ກອງປະຊຸມຄັ້ງນີ້ຊຶ່ງໄດ້ຮັບການສະໜັບສະໜູນດ້ານງົບປະມານ ໂດຍທະນາຄານໂລກ ແລະ ອົງການແພຼນສາກົນ ບໍ່ພຽງແຕ່ເປັນການລາຍງານຜົນການວິໄຈເທົ່ານັ້ນ, ແຕ່ຍັງເປັນການສ້າງເຄືອຂ່າຍການຮ່ວມມືລະ ຫວ່າງ ສະຖາບັນການສຶກສາ ແລະ ອົງການຈັດຕັ້ງສາກົນ ເພື່ອຮ່ວມກັນຊຸກຍູ້ໃຫ້ການສຶກສາລາວມີການພັດທະນາຢ່າງມີແບບແຜນ ແລະ ຍືນຍົງ ບົນພື້ນຖານຂໍ້ມູນວິທະຍາສາດທີ່ໜ້າເຊື່ອຖື.
ຂ່າວ: ສຸກສາຄອນ ສີປະເສີດ
ພາບ: ພະນຸມາດ ນັກຂ່າວພະແນກ ສສກ ສະຫວັນນະເຂດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ