Skip to main content

ສະຫະພັນແມ່ຍິງ ສສກ-ປກສ ອວຍພອນສະຫະພັນແມ່ຍິງກອງທັບ ໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 77 ປີ

20/01/2026
ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ສະຫະພັນແມ່ຍິງກະຊວງປ້ອງກັນຄວາມສະຫງົບ (ປກສ) ເຂົ້າອວຍພອນສະຫະພັນແມ່ຍິງກອງທັບ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949 – 20 ມັງກອນ 2026) ເມື່ອວັນທີ 16 ມັງກອນ 2026 ທີ່ຫ້ອງການສະຫະພັນແມ່ຍິງກອງທັບ ກະຊວງປ້ອງກັນປະເທດ, ໃຫ້ກຽດນໍາພາອວຍພອນຂອງສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງສຶກສາທິການ ແລະ ກິລາ, ສະຫາຍ ພັນເອກ ນາງ ບຸນທະວີ ພິລາວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ກະຊວງປ້ອງກັນຄວາມສະຫງົບ ແລະ ໃຫ້ກຽດຕ້ອນຮັບຂອງ ສະຫາຍ ພັນເອກ ນາງ ຫຼ້າ ຄຸນນະວົງສາ ຮອງຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງກອງທັບ ແລະ ຄະນະເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ, ສະຫາຍ ນາງ ສຸດສາຍໃຈ ດວງສະຫວັນ ແລະ ສະຫາຍ ພັນເອກ ນາງ ບຸນທະວີ ພິລາວັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ມູນເຊື້ອອັນພິລະອາດຫານ ແລະ ຜົນງານອັນໃຫຍ່ຫຼວງ ທີ່ກອງທັບປະຊາຊົນລາວ ກໍຄື ສະຫະພັນແມ່ຍິງກອງທັບ ຍາດມາໄດ້ ຕະຫຼອດໄລຍະ 77 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ແລະ ຍັງໄດ້ຊົມເຊີຍ ເອື້ອຍນ້ອງແມ່ຍິງກອງທັບ ສາມາດຍາດໄດ້ຜົນງານດີເດັ່ນໃນທຸກດ້ານ, ຊຶ່ງໄດ້ກາຍເປັນແບບຢ່າງອັນດີງາມ ແລະ ເປັນຄັນທຸງທີ່ເຂັ້ມແຂງໃຫ້ແກ່ແມ່ຍິງລາວໃນທົ່ວປະເທດ.
ໂອກາດດຽວກັນ, ສະຫາຍ ພັນເອກ ນາງ ຫຼ້າ ຄຸນນະວົງສາ ກໍໄດ້ກ່າວສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ກັບຄວາມຢ້ຽມຢາມຖາມຂ່າວ, ຄໍາອວຍພອນອັນອົບອຸ່ນໃນຄັ້ງນີ້ ແລະ ໄດ້ເນັ້ນໜັກເຖິງສາຍພົວພັນ ຄວາມສາມັກຄີອັນແໜ້ນແຟ້ນ ລະຫວ່າງ ສະຫະພັນແມ່ຍິງກອງທັບ ກັບບັນດາສະຫະພັນແມ່ຍິງ ບັນດາກະຊວງ, ຈະສືບຕໍ່ເສີມຂະຫຍາຍບົດບາດຂອງແມ່ຍິງລາວ ໃຫ້ໂດດເດັ່ນໃນທຸກຂົງເຂດວຽກງານ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຈັດຕັ້ງສະຫະພັນແມ່ຍິງລາວໃນຕໍ່ໜ້າ.
ຈາກນັ້ນ, ໃນພິທີກໍໄດ້ມອບກະຕ່າດອກໄມ້ ແລະ ກ່າວອວຍພອນໄຊອັນປະເສີດ ໃຫ້ຄະນະນໍາ ແລະ ເອື້ອຍນ້ອງສະຫະພັນແມ່ຍິງກອງທັບ ຈົ່ງມີສຸຂະພາບເຂັ້ມແຂງ, ມີຜົນສຳເລັດໃໝ່ທີ່ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ