ຮ່ວມມືດ້ານວຽກງານການສຶກສານອກໂຮງຮຽນ ແລະ ການຮຽນຮູ້ຕະຫຼອດຊີວິດ ສໍາລັບ ສປປ ລາວ
22/01/2026

ກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ, ຄະນະວິຊາຄະນະສຶກສາສາດ, ສູນພັດທະນາການສຶກສານອກໂຮງຮຽນ ແລະ ຫ້ອງການ ດີວີວີ ອິນເຕີເນເຊິນແນວ ຮ່ວມມືດ້ານວຽກງານການສຶກສານອກໂຮງຮຽນ ແລະ ການຮຽນຮູ້ຕະຫຼອດຊີວິດ ສໍາລັບ ສປປ ລາວ ໂດຍສຸມໃສ່ການຈັດຕັ້ງປະຕິບັດດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ ລວມທັງການຈັດຕັ້ງປະຕິບັດຫຼັກສູດການຮຽນຮູ້ຕະຫຼອດຊີວິດໃນສະຖາບັນສ້າງຄູໃນທົ່ວປະເທດ.
ພິທີເຊັນສັນຍາດັ່ງກ່າວ, ໄດ້ມີຂຶ້ນເມື່ອວັນທີ 21 ມັງກອນ 2026 ທີ່ຫ້ອງການ ດີວີວີ ອິນເຕີເນເຊິນແນວ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດລົງນາມລະຫວ່າງ ທ່ານ ສຸພາບ ຄູນວິໄຊ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ສາຍ ພອນແກ້ວ ຮອງຫົວໜ້າຄະນະວິຊາຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ, ທ່ານ ສີໄທ ໂຄດສີເມືອງ ຮອງຜູ້ອຳນວຍການສູນພັດທະນາການສຶກສານອກໂຮງຮຽນ ແລະ ທ່ານ ອູເວ ກາເທັນຊລາເກີ ຜູ້ອໍານວຍການປະຈຳພາກພື້ນອາຊີຕາເວັນອອກສຽງໃຕ້ ຂອງຫ້ອງການ ດີວີວີ ອິນເຕີເນເຊິນແນວ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ຮານ ອູຣິກ ຊູດເບັກ ເອກອັກຄະລັດຖະທູດເຢຍລະມັນປະຈຳ ສປປ ລາວ, ມີອະດີດລັດຖະມົນຕີກະຊວງສຶກສາທິການ ແລະກິລາ, ພ້ອມດ້ວຍຜູ້ຕາງໜ້າຈາກກົມ ແລະ ພະນັກງານຈາກຫ້ອງການ ດີວີວີ ອິນເຕີເນເຊິນແນວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຫ້ອງການ ດີວີວີ ອິນເຕີເນເຊິນແນວ, ສະມາຄົມການສຶກສາຜູ້ໃຫຍ່ເຢຍລະມັນ ສະໜັບສະໜູນການສ້າງໂຄງສ້າງທີ່ຍືນຍົງສໍາລັບວຽກງານການສຶກສາຜູ້ໃຫຍ່ ແລະ ການຮຽນຮູ້ຕະຫຼອດຊີວິດ ໃນ ສປປ ລາວ, ໂດຍມີກົມການສຶກສານອກໂຮງຮຽນ ເປັນຄູ່ຮ່ວມງານຫຼັກ, ການຮ່ວມມືດັ່ງກ່າວຈະສຸມໃສ່ການຈັດຕັ້ງປະຕິບັດດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດຜ່ານການສົນທະນານະໂຍບາຍຮ່ວມກັບຂະແໜງການອື່ນ, ການນໍາໃຊ້ເຄື່ອງມືດິຈິຕອນໃນໂຄງການສຶກສາທຽບເທົ່າ ແລະ ທັກສະວິຊາຊີບຂັ້ນພື້ນຖານ ແລະ ການສົ່ງເສີມສູນການຮຽນຮູ້ຊຸມຊົນຕົວແບບ ໂດຍຈະມີການນໍາເອົາແນວທາງການສຶກສາຜູ້ໃຫຍ່ທີ່ໄດ້ຮັບການພິສູດແລ້ວ ແລະ ມີແນວທາງໃໝ່ໆ ຈະຖືກທົດລອງໃຊ້ໃນລະດັບທ້ອງຖິ່ນ.
ນອກຈາກນັ້ນ, ການຮ່ວມມືກັບຄະນະສຶກສາສາດ ຍັງໄດ້ຮັບການເສີມສ້າງໂດຍຜ່ານການລົງນາມໃນຂໍ້ຕົກລົງ ພາຍໃຕ້ສັນຍາການຮ່ວມມືສະບັບໃໝ່ ແມ່ນໄດ້ສຸມໃສ່ການຈັດຕັ້ງປະຕິບັດດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ ລວມທັງການຈັດຕັ້ງປະຕິບັດຫຼັກສູດການຮຽນຮູ້ຕະຫຼອດຊີວິດໃນສະຖາບັນສ້າງຄູໃນທົ່ວປະເທດ ແລະ ການສ້າງຕັ້ງສູນການຮຽນຮູ້ຕະຫຼອດຊີວິດທີ່ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ.
ໂອກາດດັ່ງກ່າວ, ທ່ານ ສຸພາບ ຄູນວິໄຊ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຄູ່ຮ່ວມງານທັງສອງ ແລະ ຫວັງວ່າແນວຄວາມຄິດການຮຽນຮູ້ຕະຫຼອດຊີວິດຈະສືບຕໍ່ກ້າວໜ້າ ໃນ ສປປ ລາວ ເພື່ອພັດທະນາວຽກງານດັ່ງກ່າວນີ້ ໃຫ້ມີການພັດທະນາຂຶ້ນເລື້ອຍໆ.
ຂ່າວໂດຍ: ບົວລະພາ















