Skip to main content

ສລດ ສຳເລັດຝຶກອົບຮົມພື້ນຖານການປະກອບກິດຈະການ ແກ່ຄູສອນສະຖານອາຊີວະສຶກສາ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າ 3 ແຂວງ

20/01/2026
ສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ຫຼື ສລດ ສຳເລັດການຝຶກອົບຮົມ “ພື້ນຖານການປະກອບກິດຈະການ” ໃຫ້ແກ່ຄູສອນຂອງສະຖານອາຊີວະສຶກສາ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າ ໃນແຂວງຄຳມ່ວນ, ບໍລິຄໍາໄຊ ແລະ ສະຫວັນນະເຂດ ປະຈໍາປີ 2025 ເມື່ອບໍ່ດົນມານີ້ ທີ່ວິທະຍາໄລເຕັກນິກແຂວງຄຳມ່ວນ, ໂດຍການເປັນປະທານຂອງທ່ານ ດວງມາລາ ພົມມະຈັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ, ມີຄະນະຄູຝຶກຈາກສູນກາງ ແລະ ວິທະຍາກອນຈາກພະແນກສຶກສາທິການ ແລະ ກິລາແຂວງ, ສະຖານອາຊີວະສຶກສາ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງຄຳມ່ວນ, ບໍລິຄໍາໄຊ ແລະ ສະຫວັນນະເຂດ ຈໍານວນ 25 ທ່ານ ເຂົ້າຮ່ວມ.
ການຝຶກອົບຮົມໃນຄັ້ງນີ້, ເພື່ອໃຫ້ຄະນະບໍລິຫານງານຂອງສະຖານອາຊີວະສຶກສາ ແລະ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງຄຳມ່ວນ, ບໍລິຄໍາໄຊ ແລະ ສະຫວັນນະເຂດ ມີຄວາມເຂົ້າໃຈກ່ຽວກັບຄວາມສໍາຄັນຂອງວຽກງານສົ່ງເສີມການສຶກສາຜູ້ປະກອບກິດຈະການໃນສະຖານການສຶກສາ; ໃຫ້ຄູສອນມີຄວາມຮູ້ ແລະ ເຂົ້າໃຈກ່ຽວກັບການປະກອບກິດຈະການ; ຄູສອນສາມາດນໍາເອົາບົດຮຽນໄປສອນໃຫ້ນັກຮຽນໃນສະຖານການສຶກສາຂອງຕົນເອງໄດ້ ແລະ ສ້າງແນວຄວາມຄິດໃນການປະກອບກິດຈະການໃຫ້ແກ່ຄູສອນ ແລະ ນັກສຶກສາ ເພື່ອຕໍ່ຍອດການປະກອບອາຊີບໃນອະນາຄົດ.
ວຽກງານການສົ່ງເສີມການສຶກສາຜູ້ປະກອບກິດຈະການ ແມ່ນກິດຈະກໍາໜຶ່ງທີ່ມີຄວາມສໍາຄັນ ແລະ ຈໍາເປັນໃນຂະແໜງການສຶກສາ ໂດຍສະເພາະແມ່ນອາຊີວະສຶກສາ ເພື່ອເປັນການປູກຈິດສໍານຶກກ່ຽວກັບການປະກອບກິດຈະການໃຫ້ແກ່ນັກຮຽນ-ນັກສຶກສາ ຊຶ່ງເປັນອີກທາງເລືອກໜຶ່ງໃນການພິຈາລະນາປະກອບອາຊີບຂອງສຶກສາພາຍຫຼັງຮຽນຈົບ, ຊ່ວຍຫຼຸດຜ່ອນການບໍ່ມີວຽກເຮັດງານທຳ, ການເກີດປະກົດການຫຍໍ້ທໍ້ໃນສັງຄົມ ແລະ ສົ່ງເສີມຜູ້ປະກອບກິດຈະການໃໝ່ທີ່ເປັນໄວໜຸ່ມໃຫ້ມີຫຼາຍຂຶ້ນ ຕາມທິດທາງແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະວຽກງານການສົ່ງເສີມຜູ້ປະກອບກິດຈະການໃໝ່ ແມ່ນຕິດພັນກັບມາດຕະການພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (2021-2025) ຂອງສໍານັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສຈນກ) ກະຊວງອຸດສາຫະກໍາ ແລະ ການຄ້າ ທີ່ເປັນຄູ່ຮ່ວມພັດທະນາກັບສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ ແຕ່ປີ 2004 ຈົນຮອດປັດຈຸບັນ.
ກອງປະຊຸມຝຶກອົບຮົມດັ່ງກ່າວ, ໄດ້ດຳເນີນໄປເເປັນເວລາ 2 ວັນ ແຕ່ວັນທີ 7-9 ມັງກອນ 2026, ໂດຍມື້ສຸດທ້າຍໄດ້ມີພິທີມອບໃບຢັ້ງຢືນໃຫ້ແກ່ຜູ້ທີ່ສຳເລັດການຝຶກອົບົຮມ ໂດຍໃຫ້ກຽດມອບໃບຢັ້ງຢືນຂອງທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຜູ້ອຳນວຍການສູນພັດທະນາຜູ້ປະກອບກິດຈະການ ລາວ-ອິນເດຍ.
ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ