ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ມີພິທີປະກາດພະນັກງານການນໍາຂັ້ນສູງ ແລະ ຂັ້ນຫົວໜ້າກົມອອກພັກການຮັບອຸດໜູນບໍານານ ພ້ອມແຕ່ງຕັ້ງພະນັກງານດຳລົງຕໍາແໜ່ງບໍລິຫານ ໃນວັນທີ 8 ທັນວາ 2025 ທີ່ຫ້ອງປະຊຸມຊັ້ນ 4 ຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ (ເຂດຊຽງຍືນ) ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຮອງລັດຖະມົນຕີ, ບັນດາທ່ານຫົວໜ້າຫ້ອງການຫ້ອງການ, ຫົວໜ້າກົມ, ຜູ້ອຳນວຍການສະຖາບັນ, ສູນ, ສຳນັກພິມ, ລັດວິສາຫະກິດອຸປະກອນການສຶກສາ, ໂຮງພິມສຶກສາ, ວິທະຍາໄລ, ໂຮງຮຽນອ້ອມຂ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ, ທ່ານ ປອ ນາງ ວິໄລ ພິລາວົງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງ ແລະ ຂັ້ນຫົວໜ້າກົມ ອອກພັກການ-ຮັບອຸດໜູນບໍານານ ແລະ ຂໍ້ຕົກລົງວ່າດ້ວຍການຍ້ອງຍໍຂັ້ນລັດຖະມົນຕີ ສສກ ຈໍານວນ […]