ຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມແລກປ່ຽນຄູ່ຮ່ວມງານຕ່າງປະເທດ ແລະ ມະຫາວິທະຍາໄລຈີນ-ຕ່າງປະເທດ ຄັ້ງທີ 3 ທີ່ ສປ ຈີນ
08/12/2025

ຄະນະຜູ້ແທນສຶກສາຈາກ ສປປ ລາວ ນຳໂດຍ ທ່ານ ປອ ຄຳແກ້ວ ຫານຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ ແລະ ທ່ານ ປອ ວົງເພັດ ອຸດົມລິດ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພ້ອມດ້ວຍພະນັກງານຈາກກະຊວງສຶກສາທິການ ແລະ ກິລາ 2 ທ່ານ ແລະ ຈາກສະຖານການສຶກສາພາກເອກະຊົນ ຈຳນວນ 6 ທ່ານ ຍິງ 1 ທ່ານ, ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ພາຍໃຕ້ຫົວຂໍ້ “ແລກປ່ຽນຄູ່ຮ່ວມງານຕ່າງປະເທດ ແລະ ມະຫາວິທະຍາໄລຈີນ-ຕ່າງປະເທດ ຄັ້ງທີ 3” ທີ່ ນະຄອນກວາງໂຈວ ສປ ຈີນ ໃນລະຫວ່າງວັນທີ 27-28 ພະຈິກ 2025 ຜ່ານມາ.
ໃນກອງປະຊຸມ 2 ວັນ ຊຶ່ງມີຜູ້ແທນກວ່າ 450 ຄົນ ຈາກ 60 ປະເທດໃນໂລກ ໂດຍສະເພາະຈາກບັນດາປະເທດຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ລວມທັງບັນດາຜູ້ຕາງໜ້າຈາກສະຖາບັນການສຶກສາຕ່າງໆໃນທົ່ວປະເທດຈີນ ໄດ້ປຶກສາຫາລື ແລະ ແລກປ່ຽນກັນໃນຫົວຂໍ້ຕ່າງໆ ແນໃສ່ເພື່ອສົ່ງເສີມ ແລະ ສ້າງຄວາມເຂັ້ມແຂງໃນດ້ານການຮ່ວມມືດ້ານການສຶກສາຂອງສະຖາບັນການສຶກສາຊັ້ນສູງຂອງ ສປ ຈີນ ແລະ ສະຖາບັນການສຶກສາຊັ້ນສູງຈາກຕ່າງປະເທດ, ເພື່ອສົ່ງເສີມຄວາມເປັນເລີດໃນດ້ານວິຊາການຂອງສະຖາບັນການສຶກສາຊັ້ນສູງຂອງ ສປ ຈີນ ແລະ ສະຖາບັນການສຶກສາຊັ້ນສູງຂອງຕ່າງປະເທດ, ເພື່ອສ້າງຄູ່ຮ່ວມມືໃນການພັດທະນາ ແລະ ການເຂົ້າເຖິງການສຶກສາທີ່ມີຄຸນນະພາບ ເປັນຕົ້ນແມ່ນການເປີດກວ້າງນະໂຍບາຍການໃຫ້ທຶນການສຶກສາກັບຄູ່ຮ່ວມມືດ້ານການສຶກສາ, ເພື່ອອຳນວຍຄວາມສະດວກໃຫ້ແກ່ການສ້າງຕັ້ງຄູ່ຮ່ວມມືສອງຝ່າຍຍຸດທະສາດ ເພື່ອແລກປ່ຽນວິຊາການລະຫວ່າງມະຫາວິທະຍາໄລຈີນ ແລະ ໜ່ວຍງານດ້ານການພັດທະນາການສຶກສາຈາກຕ່າງປະເທດ ແລະ ເພື່ອ ສະໜັບບສະໜູນ ແລະ ສົ່ງເສີມຄວາມອຸດົມສົມບູນທາງດ້ານວັດທະນະທຳ, ພູມສັນຖານການສຶກສາ, ຄວາມສາມາດທາງດ້ານວິຊາການ ແລະ ວັດທະນະທຳຂອງ ສປ ຈີນ ໃນເວທີສາກົນ ຕາມແນວຄິດໜຶ່ງແຖບໜຶ່ງເສັ້ນທາງ.
ນອກຈາກນັ້ນ, ຄະນະຜູ້ເຂົ້າຮ່ວມຈາກ ສປປ ລາວ ຍັງໄດ້ສົນທະນາແລກປ່ຽນຄວາມຄິດເຫັນ ແລະ ແນວທາງການຮ່ວມມື ແລະ ການພັດທະນາວຽກງານການສຶກສາຮ່ວມກັບຜູ້ຕາງຫນ້າແຕ່ລະພາກສ່ວນ ທີ່ໄດ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຊຶ່ງ ສປປ ລາວ ປະກອບມີ ສະຖາບັນເຕັກໂນໂລຊີ ສຸດສະກະ ແລະ ວິທະຍາໄລສະຫວັນ ເຂົ້າຮ່ວມ.
ກອງປະຊຸມຄັ້ງທີ 3 ນີ້ ແມ່ນໄດ້ຮັບການສະໜັບສະໜູນໂດຍບໍລິສັດ Guangzhou MalishaEdu Co.,Ltd ກໍຄືລັດຖະບານ ສປ ຈີນ ຕາມແນວຄິດໜຶ່ງແຖບໜຶ່ງເສັ້ນທາງ ເພື່ອເຊື່ອມໂຍງການພັດທະນາການສຶກສາ ແລະ ການຮ່ວມມືໃນເຂດພາກພື້ນ ແລະ ສາກົນ.















