Skip to main content

ຕະຫຼອດ 50 ປີ ຜ່ານມາ ພາຍໃຕ້ການນຳພາຂອງພັກ ມະຫາວິທະຍາໄລແຫ່ງຊາດ ມີການເຕີບໃຫຍ່ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ

07/12/2025

ເນື່ອງໃນໂອກາດວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ (2 ທັນວາ 1975-2 ທັນວາ 2025) ແລະ ວັນເກີດປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025), ທ່ານ ສຈ.ປອ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ ໃຫ້ສຳພາດຕໍ່ສື່ມວນຊົນສຶກສາ, ວິທະຍາສາດ ແລະ ກິລາ ຊາບວ່າ: ວິທະຍາເຂດດົງໂດກແຫ່ງນີ້ ໄດ້ຖືກກໍານົດເປັນສະຖານການສຶກສາມາແຕ່ປີ 1957 ສະໄໝພະຣາຊະອານາຈັກລາວ ໂດຍມີພິທີວາງສີລາລຶກກໍ່ສ້າງອາຄານໃນວັນທີ 18 ກຸມພາ 1958 (ອາຄານຫຼັງ 2 ຊັ້ນ ກົງກັນຂ້າມກັບສໍານັກງານອະທິການບໍດີຫຼັງນີ້, ໂດຍມີຊື່ທໍາອິດວ່າ ສູນກາງການສຶກສາແຫ່ງຊາດ ແລະ ກໍປ່ຽນຊື່ຫຼາຍຄັ້ງ ຄື: ສະຖາບັນການສຶກສາວິຊາຄູ, ວິທະຍາໄລຄູວຽງຈັນ, ໂຮງຮຽນສ້າງຄູຊັ້ນສູງວຽງຈັນ ເປັນຕົ້ນ. ໃນເວລາທີ່ສະຖາປະນາ ສປປ ລາວ ປີ 1975 ນັ້ນ ວິທະຍາເຂດດົງໂດກແຫ່ງນີ້ ເປັນສະຖາບັນການສຶກສາແຫ່ງໜຶ່ງ ຊຶ່ງເປັນໂຮງຮຽນສ້າງຄູຊັ້ນສູງວຽງຈັນ,ໃນເດືອນມັງກອນ 1975 ນີ້ ຢູ່ເຂດປົດປ່ອຍ ແຂວງຫົວພັນ ກໍໄດ້ສ້າງຕັ້ງມະຫາວິທະຍາໄລສ້າງຄູສູນກາງນາຄາວ ວຽງໄຊ, ມາໃນປີ 1977 ລັດຖະບານ ໄດ້ອອກຄໍາສັ່ງໃຫ້ໂຮມມະຫາວິທະຍາໄລສ້າງຄູວຽງໄຊ ແລະ ໂຮງຮຽນສ້າງຄູຊັ້ນສູງວຽງຈັນ ເຂົ້າເປັນມະຫາວິທະຍາໄລສ້າງຄູວຽງຈັນ (ມສຄ), ປີ 1996 ເພື່ອປະຕິບັດນະໂຍບາຍຍົກສູງຄຸນນະພາບການສຶກສາຂອງລັດຖະບານ ສປປ ລາວ ຈຶ່ງໄດ້ມີການຮວມເອົາ 3 ມະຫາວິທະຍາໄລ (ມລ ສ້າງຄູວຽງຈັນ, ມລ ແພດສາດ ແລະ ມລ ສັບພະວິຊາ 2 ທັນວາ) ແລະ ອີກ 7 ສະຖາບັນການສຶກສາຊັ້ນສູງທີ່ຂຶ້ນກັບຫຼາຍກະຊວງ ມາເປັນມະຫາວິທະຍາໄລແຫ່ງດຽວ ເອີ້ນວ່າ ມະຫາວິທະຍາໄລແຫ່ງຊາດ ຊຶ່ງມາເຖິງປັດຈຸບັນນີ້ ມີອາຍຸໄດ້ 29 ປີ, ມະຫາວິທະຍາໄລແຫ່ງຊາດ ມີວິໄສທັດທີ່ວ່າ: “ມະຫາວິທະຍາໄລແຫ່ງຊາດກາຍເປັນສູນກາງການສຶກສາ, ການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ທີ່ມີຄຸນນະພາບ, ມາດຕະຖານພາກພື້ນ ແລະ ສາກົນ”.

ມະຫາວິທະຍາໄລແຫ່ງຊາດ ປັດຈຸບັນ ປະກອບມີ 13 ຄະນະວິຊາ, 2 ສະຖາບັນ ທີ່ເຮັດໜ້າທີ່ກໍ່ສ້າງຊັບພະຍາກອນມະນຸດ ຕັ້ງແຕ່ລະດັບອະນຸປະລິນຍາ ຈົນຮອດລະດັບປະລິນຍາເອກ, ມີ 30 ກວ່າສູນທີ່ເຮັດໜ້າທີ່ໃນການຄົ້ນຄວ້າ ແລະ ບໍລິການວິຊາການ, ພ້ອມດຽວກັນກໍມີ 4 ຫ້ອງການ ທີ່ເຮັດໜ້າທີ່ບໍລິຫານສໍານັກງານຜູ້ອໍານວຍການໃຫຍ່, ມີສະຖິຕິພະນັກງານ ແລະ ຄູສອນທັງໝົດ 1.455 ທ່ານ, ຍິງ 697. ໃນນີ້, ເປັນຄູສອນ 1.200 ທ່ານ, ຍິງ 538 ຄົນ, ຊຶ່ງຕະຫຼອດໄລຍະຜ່ານມາ ມຊ ໄດ້ມີຜົນງານທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ ໄດ້ມີການຊຸກຍູ້ສົ່ງເສີມພະນັກງານບໍລິຫານ ແລະ ຄູສອນ ພັດທະນາຕົນເອງທາງດ້ານວິຊາການ ຍົກລະດັບວິຊາສະເພາະ ແລະ ວິທະຍາຖານະ, ພະນັກງານ ແລະ ຄູສອນ ໄດ້ຍົກລະດັບວຸດທິການສຶກສາລະດັບປະລິນຍາເອກ ແລະ ປະລິນຍາໂທໄດ້ຫຼວງຫຼາຍສົມຄວນ ຊຶ່ງປັດຈຸບັນ (ຍັງປະຈໍາການ) ມີປະລິນຍາເອກ 218 ທ່ານ, ປະລິນຍາໂທ 913 ທ່ານ, ຄູສອນໄດ້ສ້າງສັນຜົນງານ ແລະ ບັນລຸການສະເໜີຮັບຕຳແໜ່ງວິຊາການທຸກໆປີ ປັດຈຸບັນມີ ສາດສະດາຈານ 6 ທ່ານ, ຮອງສາດສະດາຈານ 98 ທ່ານ, ອາຈານ 329 ທ່ານ ແລະ ຜູ້ ຊ່ວຍອາຈານ 333 ທ່ານ; ໄດ້ສຸມໃສ່ໃນການປັບປຸງ ແລະ ຍົກສູງຄຸນນະພາບການສຶກສາໃຫ້ດີຂຶ້ນເປັນກ້າວໆ ເພື່ອໃຫ້ສາມາດເຊື່ອມໂຍງກັບອະນຸພາກພື້ນໄດ້, ຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ໃນການກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມໃນໄລຍະໃໝ່ຂອງປະເທດເຮົາ ໂດຍນໍາໃຊ້ເຕັກໂນໂລຊີເຂົ້າຊ່ວຍ ຄວບຄູ່ກັບການຄຸ້ມຄອງຫຼັກສູດ, ປັບປຸງ ແລະ ພັດທະນາຫຼັກສູດການຮຽນການສອນໃນຫຼາຍລະດັບຢ່າງຕໍ່ເນື່ອງ ມາຮອດປັດຈຸບັນມີທັງໝົດ 262 ຫຼັກ. ພ້ອມດຽວກັນນັ້ນ, ຍັງສ້າງບຸກຄະລາກອນໄດ້ ທັງໝົດ 653,798 ຄົນ, ຍິງ 256,443 ຄົນ, ໃນນັ້ນ ປະລິນຍາເອກ 172 ຄົນ, ປະລິນຍາໂທ 11,287 ຄົນ, ປະລິນຍາຕີ 626,621 ຄົນ, ອະນຸປະລິນຍາຕີ 15,718 ຄົນ; ສາມາດຍາດໄດ້ລາງວັນແຂ່ງຂັນວິທະຍາສາດ ທັງໝົດ 17 ລາງວັນ (ອັນດັບ 1, 2 ແລະ 3) ໃນນັ້ນ, ລະດັບພາກພື້ນ ຈໍານວນ 11 ລາງວັນ ແລະ ລະດັບສາກົນ ຈໍານວນ 6 ລາງວັນ.

ພ້ອມດຽວກັນນັ້ນ, ຍັງໄດ້ສໍາເລັດການຄົ້ນຄວ້າວິທະຍາສາດ ທັງໝົດ ຈໍານວນ 440 ບົດ, ລົງວາລະສານພາຍໃນປະເທດ ຈໍານວນ 1,170 ບົດ, ລົງວາລະສານຕ່າງປະເທດ ຈໍານວນ 235 ບົດ, ວາລະສານ ມຊ ໄດ້ຈັດພິມ 25 ສະບັບ ແລະ 50 ISSUES, ປັດຈຸບັນ ມຊ ມີວາລະສານ 15 ວາລະສານ ໃນນັ້ນ, 3 ວາລະສານເປັນພາສາອັງກິດ, 12 ວາລະສານພາສາລາວ ແລະ ໄດ້ລະຫັດ ISSN 6 ວາລະສານ, ໄດ້ຈັດກອງປະຊູມວິທະຍາສາດລະດັບຊາດ ແລະ ລະດັບສາກົນ 36 ຄັ້ງ; ໄດ້ເຊັນ MOU ແລະ MOA ກັບມະຫາວິທະຍາໄລ, ສະຖາບັນ ແລະ ວິທະຍາໄລຕ່າງປະເທດທັງໝົດ 355 ສະບັບ ຈາກ 32 ປະເທດໃນທົ່ວໂລກ ແລະ ໄດ້ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍວິຊາການ ແລະ ການຄົ້ນຄວ້າໃນພາກພື້ນ ແລະ ສາກົນທັງໝົດ 11 ພາກສ່ວນ ໂດຍສະເພາະແມ່ນເຄືອຂ່າຍມະຫາວິທະຍາໄລອາຊຽນ (AUN), ເຄືອຂ່າຍມະຫາວິທະຍາໄລອາຊຽນ-ອິນເດຍ (AINU), ເຄືອຂ່າຍແລກປ່ຽນການສຶກສາມະຫາວິທະຍາໄລໃນພາກພື້ນອາຊີ ແລະ ປາຊີຟິກ (UMAP); ໄດ້ເປັນເຈົ້າພາບຈັດງານມະຫະກໍາກິລາມະຫາວິທະຍາໄລລາວ 2 ຄັ້ງ (2016 ແລະ 2024) ແລະ ໄດ້ເປັນເຈົ້າພາບຈັດງານມະຫະກໍາກິລາມະຫາວິທະຍາໄລອາຊຽນ (AUG) 1 ຄັ້ງ (2012) ແລະ ປີ 2025 ມະຫາວິທະຍາໄລແຫ່ງຊາດຖືກຈັດອັນດັບ (Ranking) ຈາກ https://pro.similarweb.com ຊີ້ໃຫ້ຮູ້ວ່າ: ມະຫາວິທະຍາໄລແຫ່ງຊາດ ຖືກຈັດຢູ່ໃນອັນດັບ 6,526 ຂອງໂລກ, ຈາກທັງໝົດ 30,000 ມະຫາວິທະຍາໄລໃນທົ່ວໂລກ.

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາວັນຊາດ ທີ 2 ທັນວາ ຄົບຮອບ 50 ປີນີ້, ຂໍອວຍພອນໄຊໃຫ້ພອນໄຊແດ່ຜູ້ນໍາພັກລັດ ຈົ່ງສືບຕໍ່ນໍາພາ-ຊີ້ນໍາສະມາຊິກພັກ, ພະນັກງານ ແລະ ປວງຊົນລາວທັງຊາດ ພ້ອມກັນສາມັກຄີເປັນປຶກແຜ່ນແໜ້ນໜາ, ພ້ອມກັນສູ້ຊົນຜ່ານຜ່າບັນຫາ ແລະ ອຸປະສັກຕ່າງໆນານາປະການ ເພື່ອພ້ອມກັນເດີນໜ້າໄປສູ່ຜົນສໍາເລັດທີ່ໃຫຍ່ຫຼວງກວ່າເກົ່າ.

ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ