Skip to main content

ຮອງລັດຖະມົນຕີ ສສກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ເລຂາອົງຄະນະພັກມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ

07/12/2025

ເມື່ອວັນທີ 3 ທັນວາ 2025 ທີ່ຫ້ອງຮັບແຂກກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ນ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຖັງ ຜິງຊິ່ວ ເລຂາອົງຄະນະພັກມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ພ້ອມດ້ວຍຄະນະ, ມີຫົວໜ້າ-ຮອງຫົວໜ້າກົມ, ຕາງໜ້າສະຖາບັນ, ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສຳລັບການພົບປະຄັ້ງນີ້, ກໍເພື່ອເປັນການຊຸກຍູ້ການຈັດຕັ້ງປະຕິບັດຂໍ້ຕົກລົງທີ່ໄດ້ປຶກສາຫາລືຮ່ວມກັນ, ປັບປຸງຄຸນນະພາບຂອງໂຄງການຮ່ວມມືຕ່າງໆ, ສ້າງຂົວຕໍ່ສຳລັບການຮ່ວມມືດ້ານພາສາ, ວັດທະນະທຳ, ການສຶກສາ ແລະ ການຄ້າທາງເສດຖະກິດ ແລະ ສົ່ງເສີມການຮ່ວມມືດ້ານການສຶກສາ ແລະ ຮັດແໜ້ນສາຍພົວພັນຮ່ວມມືລະຫວ່າງປະຊາຊົນຈີນ ແລະ ລາວໃນຍຸກໃໝ່ ໃຫ້ນັບພັດທະນາຂຶ້ນເປັນກ້າວໆ.

ໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວສະແດງຄວາມຕ້ອນຮັບ ພ້ອມຕີລາຄາສູງຕໍ່ ທ່ານ ຖັງ ຜິງຊິ່ວ ພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມ ແລະ ພົບປະຫາລືວຽກງານດ້ານການສຶກສາລະຫວ່າງສອງຝ່າຍ ຖືເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມືດ້ານຕ່າງໆ ໂດຍສະເພາະດ້ານການສຶກສາ ແລະ ກິລາ ລະຫວ່າງ ສອງປະເທດ ລາວ-ຈີນ ໃຫ້ໄດ້ຮັບການພັດທະນາຂຶ້ນໄປເລື້ອຍໆ ແລະ ສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ. ພ້ອມນີ້, ທ່ານຮອງລັດຖະມົນຕີຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານຈີນທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອດ້ານການສຶກສາ ແກ່ ສປປ ລາວ ໃຫ້ນັບມື້ດີຂຶ້ນ.

ໂອກາດດັ່ງກ່າວ, ທ່ານ ຖັງ ຜິງຊິ່ວ ໄດ້ກ່າວເຖິງຜົນສຳເລັດ ແລະ ບົດບາດຂອງມະຫາວິທະຍາໄລກວາງຊີ ຕໍ່ການຮ່ວມມືດ້ານການສຶກສາ ຈີນ-ລາວ ແມ່ນປະກອບມີໂຄງການພາສາລາວ ແລະ ການຮ່ວມມືດ້ານການສຶກສາ ໂຄງການພາສາລາວໄດ້ຖືກສ້າງຕັ້ງຂຶ້ນໃນປີ 1965 ແລະ ເປັນໜຶ່ງໃນສະຖາບັນທຳອິດໃນປະເທດຈີນທີ່ຜະລິດບຸກຄະລາກອນພາສາລາວ ຢ່າງເປັນລະບົບ, ນັບຕັ້ງແຕ່ປີ 1996 ໂຄງການໄດ້ຈັດຕັ້ງປະຕິບັດຮູບແບບການຮ່ວມມື “3+1” ແລະ “3.5+0.5” ກັບມະຫາວິທະຍາໄລແຫ່ງຊາດລາວ ໂດຍໄດ້ສົ່ງນັກສຶກສາທັງໝົດ 396 ຄົນໄປຮຽນຢູ່ລາວ, ປີ 1986 ໂຄງການດັ່ງກ່າວໄດ້ຮັບນັກສຶກສາຕ່າງປະເທດເຂົ້າຮຽນ, ຊຶ່ງປັດຈຸບັນ ມີນັກສຶກສາລາວທີ່ກຳລັງສຶກສາຢູ່ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ທັງໝົດ 205 ຄົນ ໃນນັ້ນ, ໃນຫຼັກສູດພາສາອັງກິດ 37 ຄົນ, ຫຼັກສູດປະລິນຍາຕີ 152 ຄົນ, ຫຼັກສູດປະລິນຍາໂທ 10 ຄົນ ແລະ ຫຼັກສູດປະລິນຍາເອກ 6 ຄົນ ໂດຍແມ່ນທຶນການສຶກສາຂອງລັດຖະບານຈີນ, ທຶນການສຶກສາຂອງລັດຖະບານກວາງຊີ, ທຶນການສຶກສາມະຫາວິທະຍາໄລ ແລະ “ທຶນການສຶກສາພະລັງງານສະອາດ SPIC ASEAN” ແມ່ນມີໃຫ້ເພື່ອສະໜັບສະໜູນນັກສຶກສາທີ່ມີພອນສະຫວັນ ແລະ ຮຽນດີຮຽນເກັ່ງ.

ນອກນັ້ນ, ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ຍັງໄດ້ຊ່ວຍໃນການພັດທະນາບຸກຄະລາກອນ, ການແລກປ່ຽນນັກສຶກສາ ແລະ ຄະນະວິຊາຕ່າງໆ ແລະ ຮ່ວມມືກັບສະຖາບັນຂົງຈືຂອງ ສປປ ລາວ ຈົນໄດ້ມີຜົນສຳເລັດຢ່າງກວ້າງຂວາງ ຄື: ສົ່ງອາຈານຊ່ຽວຊານ 12 ຄົນ ແລະ ຄູສອນພາສາຈີນອາສາສະໝັກ 154 ຄົນມາຊ່ວຍສອນຢູ່ສະຖາບັນສະຖາບັນຂົງຈືດັ່ງກ່າວໃນ ສປປ ລາວ ແລະ ໃນໄລຍະ 15 ປີຜ່ານມາ ສະຖາບັນຂົງຈືຂອງລາວໄດ້ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມໄດ້ເຖິງ 90,000 ຄົນ, ຊຶ່ງເຫັນໄດ້ວ່າເປັນສະຖາບັນອັນດັນຕົ້ນໆທີ່ສາມາດສ້າງບຸກຄະລາກອນດ້ານພາສາຈີນໃນລາວອອກຮັບໃຊ້ສັງຄົມ, ເປັນເວທີສຳລັບການແລກປ່ຽນວັດທະນະທຳຈີນ-ລາວ, ເປັນກຳລັງທີ່ສຳຄັນໃນການສ້າງມິດຕະພາບ ແລະ ຊຸມຊົນແຫ່ງຈຸດໝາຍປາຍທາງຮ່ວມກັນລະຫວ່າງຈີນ ແລະ ລາວ.

ຂ່າວໂດຍ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ