ລັດຖະບານຍີ່ປຸ່ນ ມອບເງິນຊ່ວຍເຫຼືອລ້າ ກໍ່ສ້າງໂຮງຮຽນ ມສ ສົມສຸກ ເມືອງສະໜາມໄຊ ມູນຄ່າ 2 ຕື້ກວ່າກີບ
05/12/2025

ວັນທີ 4 ທັນວາ 2025 ທີ່ຫ້ອງວ່າການປົກຄອງແຂວງອັດຕະປື ໄດ້ຈັດພິທີເຊັນສັນຍາການຊ່ວຍເຫຼືອລ້າ ຈາກລັດຖະບານຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນມັດທະຍົມສົມບູນສົມສຸກ ເມືອງສະໜາມໄຊ ແຂວງອັດຕະປື ພາຍໃຕ້ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດໃນຂັ້ນຮາກຖານ ຈຳນວນ 97,139 ໂດລາສະຫະລັດ ຫຼື ປະມານ 2,115,881,000 ກີບ, ໃຫ້ກຽດລົງນາມເຊັນສັນຍາຄັ້ງນີ້ ໂດຍ ທ່ານ ໂຄອິຊິມິ ຊິໂຕະມຸ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ພາວັນດີ ສອນທະວີ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງສະໜາມໄຊ, ມີທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ພ້ອມດ້ວຍຜູ້ແທນທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ທ່ານ ໂຄອິຊິມິ ຊິໂຕະມຸ ໄດ້ແຈ້ງເຈດຈໍານົງໃນການມາຊ່ວຍເຫຼືອຄັ້ງນີ້ ແມ່ນເພື່ອສະໜັບສະໜູນການກໍ່ສ້າງ ໂຮງຮຽນ ມັດທະຍົມສົມບູນ ສົມສຸກ ເມືອງສະໜາມໄຊ ແຂວງອັດຕະປື ທີ່ເຫັນວ່າຍັງຂາດແຄນໂຄງສ້າງພື້ນຖານດ້ານການສຶກສາ ລວມທັງການສະໜັບສະໜູນອຸປະກອນການຮຽນການສອນ, ຕະຫຼອດຮອດສົ່ງເສີມສະພາບແວດລ້ອມທີ່ປອດໄພ ແລະ ເໝາະສົມສຳລັບນັກຮຽນ.
ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ລັດຖະບານຍີ່ປຸ່ນວ່າ: ໃນໄລຍະຜ່ານມາ, ລັດຖະບານ ກໍຄືປະຊາຊົນຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອພັດທະນາ ພື້ນຖານໂຄງລ່າງໃຫ້ແກ່ ສປປ ລາວ ໂດຍຜ່ານອົງການຮ່ວມມືສາກົນຍີ່ປຸ່ນ ທີ່ມີມູນຄ່າມະຫາສານ, ໃນນັ້ນ ກໍມີແຂວງອັດຕະປື ທີ່ໄດ້ຮັບການຊ່ວຍເຫຼືອກໍ່ສ້າງຫຼາຍໂຄງການ ເປັນຕົ້ນແມ່ນຂົງເຂດການສຶກສາ, ສາທາລະນະສຸກ ແລະ ອື່ນໆ. ຊຶ່ງເປັນການປະກອບສ່ວນເຂົ້າໃນການພັດທະນາພື້ນຖານໂຄງລ່າງໃຫ້ແກ່ ແຂວງອັດຕະປື, ມາຮອດປີ 2025, ການຊ່ວຍເຫຼືອຄັ້ງນີ້ ເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງແຂວງອັດຕະປື, ພາຍຫຼັງໂຄງການດັ່ງກ່າວກໍ່ສ້າງສຳເລັດຈະກາຍເປັນສັນຍາລັກແຫ່ງການຮ່ວມມືອັນດີງາມ ແລະ ເປັນການປະກອບສ່ວນສຳຄັນ ເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ລະຫວ່າງ ລາວ ແລະ ຍີ່ປຸ່ນ.














