Skip to main content
04/07/2024 | ສຶກສາ

ຝຶກອົບຮົມຄູຝຶກຫຼັກແຫຼ່ງ ການນໍາໃຊ້ປຶ້ມແບບຮຽນ, ຄູ່ມືຄູຝຶກເວົ້າພາສາລາວ ແລະ ປຶ້ມຄູ່ມືຄູວິຊພາສາລາວ ປ.1 ສະບັບປັບປຸງໃໝ່

ກອງປະຊຸມຝຶກອົບຮົມຄູຝຶກຫຼັກແຫຼງໃນການນໍາໃຊ້ປຶ້ມແບບຮຽນ, ຄູ່ມືຄູຝຶກເວົ້າພາສາລາວ ແລະ ປຶ້ມຄູ່ມືຄູວິຊາພາສາລາວ ຊັ້ນປະຖົມສຶກສາ ປີທີ 1 (ປ.1) ສະບັບປັບປຸງໃໝ່ ໄດ້ມີຂຶ້ນໃນລະຫວ່າງວັນທີ 1-5 ກໍລະກົດ 2024 ທີ່ຫ້ອງປະຊຸມໂຮງແຮມວຽງຈັນ ພຣາຊາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ອຸທິດ ທິບມະນີ ຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວີທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ບ໊ອບ ເມກລາວລິນ ຜູ້ຮັບຜິດຊອບນະໂຍບາຍ ແລະ ແຜນຍຸດທະສາດຂອງແຜນງານບີຄວາ, ມີຮອງຫົວໜ້າກົມ, ຜູ້ອໍານວຍການສູນ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຂະແໜງ, ສູນ, ວິທະຍາໄລ ແລະ ຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ, ທີມງານຊ່ຽວຊານ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ແມ່ນເພື່ອໃຫ້ຄູຝຶກຫຼັກແຫຼ່ງຂັ້ນສູນກາງທຸກທ່ານເຂົ້າໃຈເນື້ອໃນ ແລະ ການນໍາໃຊ້ປຶ້ມແບບຮຽນ, ຄູ່ມືຄູຝຶກເວົ້າພາສາລາວ ແລະ ຄູ່ມືຄູ ວິຊາພາສາລາວ ຂັ້ນ ປ.1 ພາກຮຽນທີ 1 […]
01/07/2024 | ສຶກສາ

ສສກ ເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດກອງປະຊຸມຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ພ້ອມປະກາດການຈັດຕັ້ງຄະນະກວດກາພັກກະຊວງ ເມື່ອວັນທີ 27 ມິຖຸນາ 2024 ທີ່ຫ້ອງປະຊຸມຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮສ.ປອ ພຸດ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ມີສະຫາຍ ປອ ສໍາລານ ພັນຄະວົງ ຮອງເລຂາຄະນະພັກ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຄະນະປະຈຳພັກ, ຄະນະບໍລິຫານງານພັກ, ເລຂາອົງຄະນະພັກມະຫາວິທະຍາໄລແຫ່ງຊາດ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຮາກຖານ, ຜູ້ຕາງໜ້າຮາກ ຖານທີ່ຂຶ້ນກັບອົງຄະນະພັກກະຊວງສຶກສາທິການ ແລະ ກິລາ, ບັນດາຕາງໜ້າໃຫ້ 3 ອົງການຈັດຕັ້ງມະຫາຊົນຂັ້ນກະຊວງ, ຄະນະພັກຮາກຖາມະຫາວິທະຍາໄລ ຈຳປາສັກ, ສຸພານຸວົງ ແລະ […]
01/07/2024 | ສຶກສາ

ສສກ ປະກາດແຕ່ງຕັ້ງຮອງຫົວໜ້າກົມກວດກາຜູ້ໃໝ່

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີປະກາດການແຕ່ງຕັ້ງທ່ານຮອງຫົວໜ້າກົມກວດກາຜູ້ໃໝ່ ເມື່ອວັນທີ 28 ມິຖຸນາ 2024 ທີີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ຮສ. ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ບຸນມີ ຈັນທະອຸດົມ ຫົວໜ້າກົມກວດກາ ກະຊວງ ສສກ ພ້ອມດ້ວຍພະນັກງານອາວຸໂສບຳນານ, ແຂກຖືກເຊີນ, ຮອງຫົວໜ້າກົມ, ຫົວໜ້າ, ຮອງຫົວໜ້າພະແນກ ແລະ ວິຊາການພາຍໃນກົມກວດກາ ເຂົ້າຮ່ວມ. ໃນພິທີຕາງໜ້າກົມຈັດຕັ້ງ ແລະ ພະນັກງານ ສສກ ໄດ້ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຂັ້ນຮອງຫົວໜ້າກົມກວດກາ ສສກ ໂດຍໄດ້ຕົກລົງແຕ່ງຕັ້ງທ່ານ ນາງ ພຸດສະຫວາດ ວົງພະຈັນ ຫົວໜ້າພະແນກຕິດຕາມ, ປະເມີນຜົນ ແລະ ບໍລິຫານ ມາເປັນຮອງຫົວໜ້າກົມກວດກາ ກະຊວງສຶກສາທິການ ແລະ ກິລາ. ໂອກາດນີ້, […]
28/06/2024 | ສຶກສາ

ຫ້ອມສະຫວັນ ໂຮງຮຽນຕົວແບບຄຸນນະພາບຊັ້ນປະຖົມສຶກສາ ຂອງນະຄອນຫຼວງວຽງຈັນ

ກ່ອນຈະພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ ໄດ້ດັ່ງທີ່ໄດ້ລະບຸໄວ້ໃນວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ປີ (2016-2025) ຂອງພັກ-ລັດຖະບານ ແນໃສ່ພັດທະນາປະເທດຊາດໃຫ້ບັນລຸເງື່ອນໄຂຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສືບຕໍ່ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາຢ່າງສົມບູນ ໃນປີ 2025, ສ້າງພື້ນຖານຫັນເປັນອຸດສາຫະກຳ ແລະ ທັນສະໄໝອີກກ້າວໜຶ່ງ ເພື່ອກ້າວສູ່ປະເທດກຳລັງພັດທະນາ ທີ່ມີລາຍຮັບປານກາງສູງ ໃນປີ 2030 ແນໃສ່ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສູງຂຶ້ນເທື່ອລະກ້າວ, ຮັບປະກັນສະຖຽນລະພາບທາງດ້ານການເມືອງໃຫ້ມີຄວາມໝັ້ນຄົງ, ສັງຄົມມີຄວາມສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍດີ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ປະເທດຊາດເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມຍຸຕິທຳ ແລະ ສີວິໄລ ຕາມທິດກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ. ແຕ່ກ່ອນຈະກ້າວໄປເຖິງຈຸດນັ້ນ ເຮົາທຸກຄົນໃນຊາດຕ້ອງອວ່າຍໜ້າກັບມາເບິ່ງກ່ອນວ່າ ການພັດທະນາຄົນໃຫ້ມີຄວາມຮູ້ຄວາມສາມາດ ທີ່ຈະໄປພັດທະນາປະເທດຊາດນັ້ນ ຕ້ອງມີພື້ນຖານການສຶກສາທີ່ດີ ສາມາດອ່ານໄດ້ ຂຽນເປັນ ແລະ ມີບ່ອນຮຽນທີ່ດີ, ແໜ້ນໜ້າ ແລະ ມີຄຸນນະພາບ ເຊັ່ນດຽວກັບໂຮງຮຽນລ້ຽງເດັກ, ອະນຸບານ, ປະຖົມ ແລະ ມັດທະຍົມສົມບູນ ຫ້ອມສະຫວັນ ເຖິງຈະເປັນໂຮງຮຽນເອກະຊົນ ແຕ່ກໍປະຕິບັດຕາມລະບຽບການ […]
21/06/2024 | ສຶກສາ

ໂຮງຮຽນ ລາວ-ຍີ່ປຸ່ນ ເນັ້ນສ້າງສະພາບແວດລ້ອມດີ, ມີລະບຽບວິໄນ ແລະ ຮຽນຮູ້ດ້ວຍຕົນເອງ

ປັດຈຸບັນ, ພັກ-ລັດຖະບານ ໄດ້ມີການສົ່ງເສີມ ແລະ ຊຸກຍູ້ໃຫ້ກັບບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ລົງທຶນໃສ່ການພັດທະນາການສຶກສາແຫ່ງຊາດ ໃຫ້ໄດ້ມາດຕະຖານ ແລະ ມີຄຸນນະພາບ ດ້ວຍນະໂຍບາຍຕ່າງໆ ເປັນຕົ້ນແມ່ນ ສ້າງເງື່ອນໄຂອຳນວຍຄວາມສະດວກ, ນະໂຍບາຍສິນເຊື່ອ, ຍົກເວັ້ນ ຫຼື ຫຼຸດຜ່ອນພາສີ, ອາຫານ ແລະ ຄ່າທຳນຽມ ຕາມກົດໝາຍ ແລະ ລະບຽບການ ທັງນີ້ທັງນັ້ນກໍເພື່ອແນໃສ່ເຮັດແນວໃດໃຫ້ພາກເອກະຊົນເຂົ້າມາມີສ່ວນຮ່ວມຫຼາຍຂຶ້ນໃນການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບດີຂຶ້ນເທື່ອລະກ້າວ ເຊັ່ນດຽວກັບໂຮງຮຽນ ລາວ-ຍີ່ປຸ່ນ ກໍເປັນສະຖານການສຶກສາເອກະຊົນອີກແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ ທີ່ເຈົ້າຂອງເພິ່ນມີຄວາມປາດຖະໜາອັນແຮງກ້າ ຢາກປະກອບສ່ວນເຂົ້າໃນການພັດທະນາການສຶກສາ ເພື່ອເຮັດໃຫ້ເດັກນ້ອຍລາວເຮົາ ໄດ້ເຂົ້າເຖິງການສຶກສາທີ່ມີຄຸນນະພາບ ເມື່ອເຕີບໃຫຍ່ຂຶ້ນມາຈະໄດ້ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມຮຸ່ງເຮືອງຈະເລີນສີວິໄລ. ທ່ານ ນາງ ໂນລາ ແກ້ວດວງສີ ຮອງຜູ້ອຳນວຍການໂຮງຮຽນ ລາວ-ຍີ່ປຸ່ນ ໃຫ້ສຳພາດກັບທີມຂ່າວສູນໂຄສະນາຂ່າວສານການສຶກສາ ແລະ ກິລາ (ໜັງສືພິມ ແລະ ໂທລະພາບສຶກສາ-ກິລາ), ສະຖາບັນຄົ້ນຄວ້າວິທະຍາສາດການສຶກາ, ກະຊວງສຶກສາທິການ ແລະ […]
13/06/2024 | ສຶກສາ

ລາວ ພ້ອມສົ່ງທັບນັກກິລາ 4 ປະເພດ ຮ່ວມງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ທີ່ອິນໂດເນເຊຍ ທ້າຍເດືອນນີ້

ສະຫະພັນກິລາມະຫາວິທະຍາໄລລາວ ພ້ອມສົ່ງທັບນັກກິລາ 4 ປະເພດ ເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ທີ່ປະເທດອິນໂດເນເຊຍ ໃນທ້າຍເດືອນມິຖຸນານີ້. ຂະນະທີ່ ການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້, ທາງຄະນະນໍາສະຫະພັນກິລາມະຫາວິທະຍາໄລລາວ ຕັ້ງເປົ້າໝາຍສູ້ຊົນໃຫ້ໄດ້ 3 ຫຼຽນຄຳມາຄອງ ເພື່ອສ້າງກຽດຊື່ສຽງໃຫ້ແກ່ ສປປ ລາວ. ເມື່ອຕອນແລງວັນທີ 11 ມິຖຸນາ ຜ່ານມາ, ທາງຄະນະນຳສະຫະພັນກິລາມະຫາວິທະຍາໄລລາວ ນຳໂດຍທ່ານ ຮສ.ປອ ສິນທະວອນ ດາລາວົງ ຮອງປະທານ ແລະ ເລຂາທິການສະຫະພັນກິລາມະຫາວິທະຍາໄລລາວ ພ້ອມດ້ວຍຄະນະນຳທີ່ກ່ຽວຂ້ອງ ໄດ້ລົງພົບປະ ຢ້ຽມຢາມຄະນະຄູຝຶກ ແລະ ນັກກິລາທີ່ເຂົ້າສູນຝຶກຊ້ອມຢູ່ສະໜາມກິລາເປຕັງແຫ່ງຊາດ (ວິທະຍາເຂດດົງໂດກ) ແລະ ສູນຝຶກກິລາແຫ່ງຊາດ (ເຂດສີເກີດ) ເພື່ອກະກຽມຄວາມພ້ອມເຂົ້າຮ່ວມແຂ່ງຂັນໃນງານມະຫາກໍາກິລາມະຫາວິທະຍາໄລອາຊຽນ ຄັ້ງທີ XXI ທີ່ແຂວງຊູຣາມາຢາ ແລະ ແຂວງມາລັງ ປະເທດອິນໂດເນເຊຍ ລະຫວ່າງວັນທີ 25 ມິຖຸນາ ຫາ 6 ກໍລະກົດ 2024. ໃນໂອກາດດັ່ງກ່າວ, ທ່ານ […]
10/06/2024 | ສຶກສາ

ສະຖາບັນ ຣັຕນະ ຮ່ວມກັບ ມຊ ເປີດຫຼັດສູດປະລິນຍາໂທ ສາຂາການບໍລິຫານການເງິນ ສົກ 2024-2025

ສະຖາບັນ ຣັຕນະ ບໍລິຫານທຸລະກິດ ແລະ ຫ້ອງການຫຼັງປະລິນຍາຕີ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເປີດຫຼັກສູດປະລິນຍາໂທ ສາຂາການບໍລິຫານການເງິນ (ໂຄງການຮ່ວມມືດ້ານວິຊາການ) ສົກສຶກສາ 2024-2025 ຢ່າງເປັນທາງການ ໃນວັນທີ 7 ມິຖຸນາ ຜ່ານມາ ທີ່ສະຖາບັນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຮສ.ປອ ຫຼ້າວັນ ວົງຄໍາສານ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປັນຍາ ຈັນທະວົງ ວ່າການຫົວໜ້າກົມປະກັນຄຸນນະພາບການສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຮສ.ປອ ເດຊານຸລາດ ແສນດວງເດດ ວ່າການອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ບຸນນໍາ ຊົມວິມານ ຮອງຫົວໜ້າຫ້ອງການການສຶກສາຫຼັງປະລິນຍາຕີ ມຊ, ທ່ານ ລີຕູ ບົວປາວ ອະດີດຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານສະພາ ສະຖາບັນ ຣັຕນະ ບໍລິຫານທຸລະກິດ, […]
10/06/2024 | ສຶກສາ

ສສກ ຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024 ແລະ ຈະມີການສອບເສັງຄັດເລືອກ ໃນລະຫວ່າງວັນທີ 18-20 ມິຖຸນານີ້

ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍແຈ້ງມາຍັງບັນດານັກສຶກສາທີ່ຮຽນຈົບຈາກພາຍໃນ ແລະ ຕ່າງປະເທດ ຜູ້ທີ່ຮຽນດີຮຽນເກັ່ງ ລະດັບການສຶກສາຈົບປະລິນຍາຕີຂຶ້ນໄປ ທີ່ຍັງບໍ່ທັນມີວຽກເຮັດງານທຳ ແລະ ມີຄວາມສົນໃຈຢາກສະໝັກເຂົ້າເຮັດວຽກຢູ່ກະຊວງສຶກສາທິການ ແລະ ກິລາ ປະຈຳປີ 2024 ຈຳນວນ 03 ຕຳແໜ່ງງານ, ຊຶ່ງມີລາຍລະອຽດ ດັ່ງນີ້: I. ຕຳແໜ່ງງານທີ່ຕ້ອງການ: ເຕັກໂນໂລຊີຂໍ້ມູນຂ່າວສານ 01 ຕຳແໜ່ງ ການພັດທະນາຊັບພະຍາກອນມະນຸດ 01 ຕຳແໜ່ງ ການບັນຊີ 01 ຕຳແໜ່ງ ເງື່ອນໄຂສະໝັກສອບເສັງເປັນລັດຖະກອນ: ມີປະກາສະນີຍະບັດຈົບປະລິນຍາຕີຂຶ້ນໄປ, ຄະແນນສະເລ່ຍ GPA 3.00 ຂຶ້ນໄປ (ສາຂາວິຊາທີ່ໄດ້ລະບຸໄວ້ ໃນຂໍ້ 1) ຖືສັນຊາດລາວໂດຍກຳເນີດ: ອາຍຸ 18-35 ປີ ມີຄວາມຮູ້, ຄວາມສາມາດໃນການນຳໃຊ້ຄອມພິວເຕີ ໃນລະດັບດີ ສາມາດສື່ສານພາສາອັງກິດໄດ້ໃນລະດັບດີ (ພາກຂຽນ ແລະ ພາກເວົ້າ) ມີມະນຸດສຳພັນດີ, ບໍ່ເກີຍຖືກຕ້ອງໂທດ ຫຼື […]