Skip to main content

ໂຮງຮຽນສາມັນພອນສະຫວັນແຫ່ງຊາດ ໄຂສົກຮຽນໃໝ່ 2026-2027 ພ້ອມຍ້ອງຍໍນັກຮຽນເກັ່ງລະດັບຊາດ ຢ່າງສົມກຽດ

23/09/2026
ໂຮງຮຽນສາມັນພອນສະຫວັນແຫ່ງຊາດ ໄດ້ຈັດພິທີສະຫຼຸບຜົນສຳເລັດການຮຽນການສອນທີ່ພົ້ນເດັ່ນ ປະຈຳສົກຮຽນ 2025-2026 ພ້ອມພິທີໄຂສົກຮຽນໃໝ່ 2026-2027 ໃນວັນທີ 16 ກັນຍາ 2026 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ປອ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ແກ້ວສິດທິພອນ ຈັນທະລາ ຜູ້ອໍານວຍການໂຮງຮຽນສາມັນພອນສະຫວັນແຫ່ງຊາດ, ມີຮອງຫົວໜ້າຫ້ອງການສຶກສາທິການ ເເລະ ກິລາເມືອງໄຊທານີ, ຄະນະອໍານວຍການໂຮງຮຽນ, ປະທານສະມາຄົມພໍ່ແມ່ນັກຮຽນ, ຄູອາຈານ ແລະ ນ້ອງຫຼານນັກຮຽນເຂົ້າຮ່ວມ.
ໃນພິທີ, ທ່ານ ແກ້ວສິດທິພອນ ຈັນທະລາ ໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດໃນໜື່ງສົກຮຽນທີ່ຜ່າມມາ ເຊິ່ງໂຮງຮຽນໄດ້ປະຕິບັດຕາມຕາມ 3 ລັກສະນະແລະ 5 ຫຼັກມູນຂອງກະຊວງສຶກສາທິການ ແລະ ກິລາ ວາງອອກຢ່າງເຂັ້ມງວດ ສາມາຍາດໄດ້ຜົນງານທີ່ໜ້າພາກພູມໃຈ ແລະ ມີຜົນງານໂດດເດັ່ນໃນຫຼາຍດ້ານ ເປັນຕົ້ນການພັດທະນາດ້ານວິຊາການ ໄດ້ຈັດກອງປະຊຸມຝຶກອົບຮົມດ້ານເຕັກໂນໂລຊີ ເພື່ອນໍາໃຊ້ເຂົ້າໃນການພັດທະນາການຮຽນ-ການສອນ, ໄດ້ຈັດງານຖາມ-ຕອບວິທະຍາສາດ ແລະ ແຂ່ງຂັນໂຄງການວິທະຍາສາດ, ໄດ້ນໍາສົ່ງນັກຮຽນເກັ່ງເຂົ້າຮ່ວມສອບເສັງນັກຮຽນເກັ່ງຂັ້ນຕ່າງໆໃນລະດັບຂັ້ນເມືອງ (ເມືອງໄຊທານີ) ຍາດໄດ້ 32 ລາງວັນ ອັນດັບ 1 ຈໍານວນ 5 ນ້ອງ, ຂັ້ນນະຄອນຫຼວງວຽງຈັນ ຍາດໄດ້ 16 ລາງວັນ ອັນດັບ 1 ຈໍານວນ 2 ນ້ອງ, ຂັ້ນລະດັບຊາດ ຍາດໄດ້ລາງວັນໃຫຍ່ ໂດຍສາມາດຄວ້າ ຫຼຽນຄໍາ 3 ນ້ອງ, ຫຼຽນເງິນ 2 ນ້ອງ ແລະ ລາງວັນຊົມເຊີຍ 1 ນ້ອງ ສໍາລັບການສອບເສັງທ້າຍປີ ນັກຮຽນ ມ.4 ໄດ້ໃບປະກາດແດງ ຈຳນວນ 6 ນ້ອງ, ຍິງ 4 ນ້ອງ ເຊິ່ງໄດ້ຮັບໃບຍ້ອງຍໍ ຈຳນວນ 36 ນ້ອງ, ຍິງ 13 ນ້ອງ ສ່ວນນັກຮຽນ ມ.7 ໄດ້ໃບປະກາດແດງ ຈຳນວນ 4 ນ້ອງ, ຍິງ 3 ນ້ອງ ແລະ ໄດ້ຮັບໃບຍ້ອງຍໍຈຳນວນ 110 ນ້ອງ, ຍິງ 74 ນ້ອງ ແລະ ວຽກງານນອກຫຼັກສູດ, ສິລະປະ ແລະ ກິລາ ກໍມີຜົນສໍາເລັດເປັນຂັ້ນໆ
ທ່ານ ແກ້ວສິດທິພອນ ຈັນທະລາ ໃຫ້ຮູ້ອີກວ່າ: ສໍາລັບທິດທາງໃນສົກຮຽນ 2026-2027 ໂຮງຮຽນສາມັນພອນສະຫວັນແຫ່ງຊາດ ໄດ້ວາງວິໄສທັດ ຄື: “ວິຊາການເດັ່ນ ມີຄວາມສາມັກຄີ ມີຄວາມສະອາດ ພາຊາດສີວິໄລ” ໂດຍຕັ້ງເປົ້າໝາຍຈະສູ້ຊົນໃຫ້ຜົນການສອບເສັງເລື່ອນຂັ້ນ ແລະ ຈົບຊັ້ນບັນລຸ 100% ພ້ອມກັນຄັດເລືອກຈັດຕັ້ງການສອບເສັງຄັດເລືອກນັກຮຽນເກັ່ງ, ບຳລຸງນັກຮຽນເກັ່ງ ຂັ້ນ ມ.4 ແລະ ຂັ້ນ ມ.7 ເພື່ອກະກຽມສອບເສັງຂັ້ນເມືອງໃຫ້ໄດ້ 35 ຄົນ, ຂັ້ນນະຄອນຫຼວງວຽງຈັນ 15 ຄົນ.
ສ່ວນການສອບເສັງລະດັບຊາດ ຈະສູ້ຊົນໃຫ້ໄດ້ຕິດອັນດັບຈໍານວນ 4 ຄົນ, ພ້ອມນັ້ນຈະໄດ້ຈັດຕັ້ງການສອບເສັງຄັດເລືອກເອົານັກຮຽນເຂົ້າຮຽນຢູ່ໂຮງຮຽນສາມັນພອນສະຫວັນແຫ່ງຊາດ ຂັ້ນ ມ.1 ແລະ ຂັ້ນ ມ.5 ໃນສົກຮຽນ 2027-2028, ຈັດຕັ້ງຝຶກອົບຮົມດ້ານວິຊາການພາຍໃນ 1 ຄັ້ງ ແລະ ເຂົ້າຮ່ວມກິດຈະກໍາທາງດ້ານວິທະຍາສາດຢູ່ຕ່າງປະເທດໃຫ້ໄດ້ 5 ຄັ້ງ ພ້ອມທັງປັບປຸງພື້ນຖານໂຄງລ່າງ, ຫ້ອງທົດລອງ ແລະ ລະບົບເຕັກໂນໂລຊີ ເພື່ອຍົກລະດັບຄຸນນະພາບການສຶກສາໃຫ້ກ້າວໜ້າເລື່ອຍໆໄປ.
ຫຼັງຈາກນັ້ນໃນພິທີຍັງໄດ້ມອບຫຼຽນກາທີ່ລະນຶກໃຫ້ຄູອາຈານ, ມອບໃບຍອງຍໍໃຫ້ຄູ-ອາຈານທີ່ບໍາລຸງນັກຮຽນເກັງ, ມອບໃບຍອງຍໍ ແລະ ລາງວັນໃຫ້ນັກຮຽນເກັງທີ່ສາມາດຍາດໄດ້ລ້າງວັນລະດັບຊາດນໍາອີກ.
ຂ່າວໂດຍ: ສົງການ ພັນແພງດີ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ