Skip to main content

ຕີມໍເລັດສະເຕ ລົງນາມໃນຖະແຫຼງການການເຂົ້າຮ່ວມເປັນພາຄີສົນທິສັນ ຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ

17/09/2026
ວັນທີ 15 ກັນຍາ 2026, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ໃນໄລຍະດໍາເນີນກອງປະຊຸມທົບທວນ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3, ສາທາລະນະລັດ ປະຊາທິປະໄຕ ຕີມໍເລັດສະເຕ ໄດ້ລົງນາມໃນຖະແຫຼງການການເຂົ້າຮ່ວມເປັນພາຄີ ສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ (CCM).
ໃນໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໃນນາມປະທານກອງປະຊຸມສາກົນຄັ້ງນີ້ ໄດ້ຮ່ວມລົງນາມເປັນພະຍານໃນຖະແຫຼງການການເຂົ້າ ຮ່ວມເປັນພາຄີດັ່ງກ່າວ ແລະ ໃຫ້ກຽດຂຶ້ນກ່າວສະແດງຄວາມຊົມເຊີຍຢ່າງອົບອຸ່ນ ຕໍ່ກັບ ທ່ານ ເບັນດິໂຕ ດອດ ຊານໂຕດ ເຟຼຕາດ (H.E Mr. Bendito dos Santos Freitas), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ຕີມໍເລັດສະເຕ ທີ່ໄດ້ສະແດງເຈດຈໍານົງ ແລະ ໃຫ້ຄໍາໝາຍໝັ້ນໃນການລົງນາມໃນການເຂົ້າຮ່ວມເປັນພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ.
ການລົງນາມໃນຖະແຫຼງການການເຂົ້າຮ່ວມເປັນພາຄີຂອງ ປະເທດ ຕີມໍເລັດສະເຕ ແມ່ນຜົນສໍາເລັດຈາກຄວາມພະຍາຍາມອັນຕໍ່ເນື່ອງ ຂອງ ສປປ ລາວ ໃນຖານະປະທານ CCM ຮ່ວມກັບວົງຄະນະຍາດສາກົນ ຂົນຂວາຍໃນການລະດົມໃຫ້ມີປະເທດລັດພາຄີຂອງສົນທິສັນຍາເພີ່ມຂຶ້ນ.​ ໃນໄລຍະຂອງການເປັນປະທານ ສປປ ລາວ ແມ່ນໄດ້ມີ ການຈັດກອງປະຊຸມສໍາມະນາການຈັດຕັ້ງປະຕິບັດສົນທິສົນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ 2 ຄັ້ງ ສໍາລັບພາກພື້ນ ອາຊີ-ປາຊິຟິກ ທີ່ຈັດຂຶ້ນໃນວັນທີ 27-29 ພຶດສະພາ 2026 ທີ່ ນະຄອນຫຼວງວຽງຈັນ ແລະ ພາກພື້ນອາຟຣິກາ ທີ່ຈັດຂຶ້ນໃນວັນທີ 4-5 ມິຖຸນາ 2026 ທີ່ນະຄອນຫຼວງ ອາດິດອາບາບາ ປະເທດເອທິໂອປີ ຊຶ່ງເຫັນໄດ້ແຈ້ງວ່າ ການໂຄສະນາໃຫ້ເຫັນເຖິງຄວາມອັນຕະລາຍຂອງຜົນກະທົບຂອງລະເບີດລູກຫວ່ານ ແລະ ການພົວພັນ 2 ຝ່າຍທີ່ດີລະຫວ່າງ ສປປ ລາວ ແລະ ຕີມໍເລັດສະເຕ ແມ່ນເປັນສິ່ງທີ່ສໍາຄັນທີ່ຊຸກຍູ້ການຂະຫຍາຍສະມາຊິກໃນຄັ້ງນີ້. ການເຂົ້າເປັນພາຄີຂອງ ຕີມໍເລັດສະເຕ ໄດ້ສະແດງເຖິງຄວາມສາມັກຄີໃນຄອບຄົວອາຊຽນ ຊຶ່ງເປັນການສະແດງໃຫ້ວົງຄະນະຍາດສາກົນເຫັນວ່າ ການລົບລ້າງຜົນກະທົບທີ່ເກີດຈາກລະເບີດບໍ່ທັນແຕກ ແມ່ນພັນທະໜ້າທີ່ລວມຂອງທຸກປະເທດ, ທັງປະເທດທີ່ໄດ້ຮັບຜົນກະທົບ ແລະ ບໍ່ໄດ້ຮັບຜົນກະທົບ.
ການຕັດສິນໃຈຂອງ ປະເທດຕີມໍເລັດສະເຕ ຄັ້ງປະຫວັດສາດນີ້ ແມ່ນເປັນບາດກ້າວທີ່ສໍາຄັນຢ່າງຍິ່ງ ໃນການສົ່ງເສີມການຂະຫຍາຍສະມາຊິກຂອງພາຄີຂອງສົນທິ ສັນ ຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ແລະ ຈະປະກອບ ສ່ວນອັນສໍາຄັນໃຫ້ກັບຂະບວນການຫຼຸດຜ່ອນອາວຸດຂອງສາກົນ. ເຖິງວ່າ ປະເທດຕີມໍເລັດສະເຕ ຈະບໍ່ເຄີຍຮັບຜົນກະທົບໂດຍກົງຈາກລະເບີດລູກຫວ່ານກໍຕາມ, ແຕ່ ປະເທດ ຕີມໍເລັດສະເຕ ໄດ້ເລືອກທີ່ຈະຢືນຄຽງຂ້າງບັນດາປະເທດທີ່ໄດ້ຮັບຜົນກະທົບດັ່ງກ່າວ ເພື່ອສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ ແລະ ຫຼັກການມະນຸດສະທໍາສາກົນ.
ຂ່າວ: ກະຊວງການຕ່າງປະເທດ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ