Skip to main content
17/10/2025 | ການເມືອງ

ສະຫາຍ ເພັງນິລັນ ຄໍາພັນເພັງ ຖືກເລືອກໃຫ້ເປັນເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ສະໄໝທີ VIII

ພາຍຫຼັງທີ່ໄດ້ດຳເນີນມາເປັນເວລາ 2 ວັນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ໄດ້ສໍາເລັດລົງຢ່າງຈົບງາມທີ່ສະໂມສອນໃຫຍ່ຂອງແຂວງໄຊຍະບູລີ ໃນວັນທີ 16 ຕຸລາ 2025 ໂດຍການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ, ຊຶ່ງໃຫ້ກຽດເຂົ້າຮ່ວມມີ ສະຫາຍ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະທີມງານຂອງສູນກາງ, ບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຜູ້ແທນສົມບູນກອງປະຊຸມ ທີ່ໄດ້ຕາງໜ້າໃຫ້ແກ່ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ສຳນັກງານ, ອົງການ, ກົມກອງອ້ອມຂ້າງແຂວງ ແລະ ບັນດາສະຫາຍຜູ້ແທນສົມບູນຈາກບັນດາເມືອງໃນທົ່ວແຂວງ ຈໍານວນ 325 ສະຫາຍ, ຍິງ 56 ສະຫາຍ, ມີບັນດາສະຫາຍແຂກ, ວິລະຊົນແຫ່ງຊາດ, ພະນັກງານປະຕິວັດອາວຸໂສບຳນານ, […]

16/10/2025 | ການເມືອງ

ລັດຖະບານໄທ ໃຫ້ການຊ່ວຍເຫຼືອ ສປປ ລາວ 4 ໂຄງການ ລະຫວ່າງການຢ້ຽມຢາມທ່ານນາຍົກໄທ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 16 ຕຸລາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ເສີມຂະຫຍາຍການພົວພັນຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ລະຫວ່າງ ສອງຊາດ ລາວ ແລະ ໄທ ໃຫ້ພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ. ພິທີຕ້ອນຮັບ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຈັດຂຶ້ນຢ່າງເປັນທາງການ ແລະ […]

14/10/2025 | ການເມືອງ

ກອງທັບ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືຮອບດ້ານ

ສະຫາຍ ພົນເອກ ຟານ ວັນ ຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຊຶ່ງພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 14 ຕຸລາ 2025 ຢູ່ກະຊວງປ້ອງກັນປະເທດ ໂດຍການຕ້ອນຮັບຂອງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ. ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ, ສອງຝ່າຍ ໄດ້ພົບປະແລກປ່ຽນຕີລາຄາຄືນສະພາບວຽກງານດ້ານຕ່າງໆ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາ ບົນພື້ນຖານທີ່ມີມູນເຊື້ອສາຍພົວພັນແບບພິເສດລະຫວ່າງ ສອງຊາດ ກໍຄືສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ເຖິງວ່າສະພາບການຜັນແປຂອງໂລກ ຈະພົບຄວາມຫຍຸ້ງຍາກສັບສົນແນວໃດກໍຕາມ ໃນໄລຍະຜ່ານມາ ສອງກອງທັບ ລາວ-ຫວຽດນາມ ຍາມໃດກໍມີການເພີ່ມທະວີການຮ່ວມມືເຊິ່ງກັນ ແລະ ກັນຢ່າງແໜ້ນແຟ້ນ ໂດຍສະເພາະວຽກງານຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ຫວຽດນາມ, ຫວຽດນາມ-ລາວ, ການໄປມາ-ຫາສູ່ ຊ່ວຍເຫຼືອເຊິ່ງກັນ ແລະ […]

11/10/2024 | ການເມືອງ

ປິດລົງດ້ວຍຜົນສໍາເລັດ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ພ້ອມບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ມອບການເປັນປະທານອາຊຽນໃຫ້ມາເລເຊຍ  

ພິທີປິດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ແລະ ການມອບປະທານອາຊຽນໃຫ້ແກ່ມາເລເຊຍ ໄດ້ມີຂຶ້ນໃນວັນທີ 11 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາປະມຸກລັດ,​ ຫົວໜ້າລັດຖະບານປະເທດສະມາຊິກອາຊຽນ ແລະ ຕີມໍ ແລັດສະເຕ, ບັນດາລັດຖະມົນຕີ ແລະ ເຈົ້າໜ້າທີ່ອາວຸໂສຂອງສາມເສົາຄໍ້າປະຊາຄົມອາຊຽນ ແລະ ຕີມໍ ແລັດສະເຕ, ເລຂາທິການໃຫຍ່ ແລະ ຮອງເລຂາທິການໃຫຍ່ອາຊຽນ, ຜູ້ຕາງໜ້າຖາວອນປະຈໍາອາຊຽນ, ບັນດາຜູ້ແທນ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມ.​ ໃນໂອກາດນີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ສະຫຼຸບຜົນຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45  ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ຊຶ່ງມີທັງໝົດ […]

11/10/2024 | ການເມືອງ

ສປປ ລາວ ຊຸກຍູ້ໃຫ້ອາເມຣິກາ ສືບຕໍ່ສະໜັບສະໜູນອາຊຽນໃນຂົງເຂດທີ່ສໍາຄັນ ຜ່ານການແລກປ່ຽນດ້ານການສຶກສາ ແລະ ວັດທະນະທໍາ

ກອງປະຊຸມສຸດຍອດອາຊຽນ-ສະຫະລັດອາເມຣິກາ ຄັ້ງທີ 12 ໄດ້ຈັດຂຶ້ນໃນວັນທີ 11 ຕຸລາ 2024 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ ແລະ ທ່ານ ແອນໂທນີ ບລິງເກັນ ລັດຖະມົນຕີຕ່າງປະເທດ ສະຫະລັດອາເມຣິກາ ແລະ ນາຍົກລັດຖະມົນຕີ ຕີມໍ ແລັສເຕ ເຂົ້າຮ່ວມໃນນາມຜູ້ສັງເກດການ. ກອງປະຊຸມໄດ້ທົບທວນຄືນ ແລະ ກໍານົດທິດທາງໃນການຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ສະຫະລັດອາເມຣິກາ ໂດຍສຸມໃສ່ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືທີ່ອາຊຽນ ແລະ ສະຫະລັດອາເມຣິກາຮ່ວມມືກັນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນຂອງສອງພາກພື້ນ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ອາເມຣິກາຕະຫຼອດໄລຍະ 47 ປີຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍ ກວມເອົາການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ອັນໄດ້ສະທ້ອນໃຫ້ເຫັນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ແລະ ທ່າແຮງຂອງການຮ່ວມມືກັນໃນອະນາຄົດ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ກໍຄືການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື. ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ສປປ ລາວ […]

11/10/2024 | ການເມືອງ

ລາວ-ຍີ່ປຸ່ນ ເຫັນດີຈະຍົກລະດັບການພົວພັນຮ່ວມມືຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ ພ້ອມສືບຕໍ່ແກ້ໄຂເສດຖະກິດ-ການເງິນຂອງລາວ

ທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 11 ຕຸລາ 2024 ໂດຍການຕ້ອນຮັບຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ. ພາຍຫຼັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ, ຜູ້ນຳທັງສອງ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ. ໃນກອງປະຊຸມ ທ່ານ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມຄັ້ງນີ້ ຊຶ່ງເປັນຂີດໝາຍສໍາຄັນໃນການເສີມຂະຫຍາຍການພົວພັນຮ່ວມມື ລາວ-ຍີ່ປຸ່ນ ພາຍໃຕ້ການເປັນຄູ່ຮ່ວມຍຸດທະສາດໃຫ້ແຕກດອກອອກຜົນຍິ່ງຂຶ້ນກວ່າເກົ່າ.   ພ້ອມກັນນີ້, ທັງສອງຝ່າຍ ເຫັນດີຈະສືບຕໍ່ແລກປ່ຽນການຢ້ຽມຢາມພົບປະຂອງການນຳຂັ້ນສູງຂອງສອງປະເທດ ລາວ-ຍີ່ປຸ່ນ ຢ່າງເປັນປົກກະຕິ, ສືບຕໍ່ຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມກັນແລ້ວໃຫ້ປະກົດຜົນເປັນຈິງ. ນອກຈາກນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບນໍາກັນທີ່ຈະຍົກລະດັບການພົວພັນຮ່ວມມືຈາກຄູ່ຮ່ວມຍຸດທະສາດຂຶ້ນເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ຝ່າຍຍີ່ປຸ່ນ ຍັງເຫັນດີສືບຕໍ່ຮ່ວມມືກັບຝ່າຍລາວ ເພື່ອແກ້ໄຂເສດຖະກິດ-ການເງິນຂອງລາວ ແລະ ສືບຕໍ່ເພີ່ມທະວີວຽກງານການເຊື່ອມໂຍງ-ເຊື່ອມຈອດ ສປປ ລາວ ອອກສູ່ພາກພື້ນ ໂດຍຈະພິຈາລະນາໃຫ້ການຊ່ວຍເຫຼືອບັນດາໂຄງການບູລິມະສິດຂອງ ສປປ ລາວ […]

11/10/2024 | ການເມືອງ

ອາຊຽນ-ອິນເດຍ ກໍານົດເອົາປີ 2025 ເປັນປີສະເຫຼີມສະຫຼອງການທ່ອງທ່ຽວ ພ້ອມຮັບຮອງເອົາ 2 ເອກະສານສໍາຄັນ

ກອງປະຊຸມສຸດຍອດອາຊຽນ-ອິນເດຍ ຄັ້ງທີ 21 ໄດ້ຈັດຂຶ້ນໃນວັນທີ 10 ຕຸລາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ, ມີບັນດາຜູ້ນໍາອາຊຽນ, ນາຍົກລັດຖະມົນຕີຂອງ ຕີມໍ ແລັສເຕ ໃນນາມຜູ້ສັງເກດການເຂົ້າຮ່ວມ. ກອງປະຊຸມ ໄດ້ທົບທວນຄືນ ແລະ ກໍານົດທິດທາງໃນການຮ່ວມມືອາຊຽນ-ອິນເດຍໃນຕໍ່ໜ້າ ແນໃສ່ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອິນເດຍ. ບັນດາຜູ້ນໍາ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືອາຊຽນ-ອິນເດຍ ຕະຫຼອດໄລຍະຫຼາຍກວ່າສາມທົດສະວັດຜ່ານມາ ອັນໄດ້ປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ. ສອງຝ່າຍ ໄດ້ເຫັນດີກໍານົດເອົາ ປີ 2025 ເປັນປີສະເຫຼີມສະຫຼອງການທ່ອງທ່ຽວອາຊຽນ-ອິນເດຍ ແນໃສ່ສົ່ງເສີມການໄປມາຫາສູ່ລະຫວ່າງປະຊາຊົນ ແລະ ການແລກປ່ຽນທາງດ້ານວັດທະນະທໍາລະຫວ່າງອາຊຽນ ແລະ ອິນເດຍ. ກອງປະຊຸມ ຍັງໄດ້ສືບຕໍ່ຊຸກຍູ້ການເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ທັງສອງຝ່າຍມີທ່າແຮງ ເປັນຕົ້ນແມ່ນການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາ ແລະ ການພັດທະນາບຸກຄະລາກອນ, ເສດຖະກິດດິຈິຕອນ, ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ […]

11/10/2024 | ການເມືອງ

ສປປ ລາວ-ສ.ເກົາຫຼີ ສືບຕໍ່ລົງນາມສັນຍາຮ່ວມມື 3 ສະບັບ ສ.ເກົາຫຼີ ຈະພິຈາລະນາຊ່ວຍເຫຼືອໂຄງການກໍ່ສ້າງທາງດ່ວນ-ທາງລົດໄຟ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍ ກັບ ພະນະທ່ານ ຢຸນ ຊອກ ຢອນ (Yoon Suk Yeol) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ-ສ.ເກົາຫຼີ ຄັ້ງທີ 25 ເພື່ອສະເຫຼີມສະຫຼອງ ຄົບຮອບ 35 ປີ ຂອງການພົວພັນ ອາຊຽນ-ສ.ເກົາຫຼີ ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ ສປປ ລາວ ເປັນເຈົ້າພາບ ຢູ່ນະຄອນຫຼວງວຽງຈັນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ໃຫ້ໄດ້ຮັບການພັດທະນາສູງຂຶ້ນກວ່າເກົ່າ ໃນຕອນບ່າຍຂອງວັນທີ 10 ຕຸລາ 2024 ທີ່ທໍານຽບປະທານປະເທດ. ສອງຝ່າຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງຕໍ່ການພົວພັນຮ່ວມມືທີ່ເຕັມໄປດ້ວຍໝາກຜົນສູງຕະຫຼອດໄລຍະເກືອບ […]