ໄລຍະ 5 ປີ ຜ່ານມາ ລັດຖະບານ ສຸມໃສ່ປະຕິບັດມາດຕະການຕ່າງໆຟື້ນຟູເສດຖະກິດ
ໃນໄລຍະ 5 ປີ ຜ່ານມາ, ລັດຖະບານ ໄດ້ສຸມໃສ່ປະຕິບັດມາດຕະການຕ່າງໆ ເພື່ອຟື້ນຟູເສດຖະກິດ ໂດຍສຸມໃສ່ຊຸກຍູ້ການຜະລິດ ແລະ ການບໍລິການ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ ການເປີດປະເທດຄືນໃໝ່ ພາຍຫລັງການລະບາດພະຍາດໂຄວິດ-19, ການຊຸກຍູ້ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ ຕິດພັນກັບການປ່ອຍສິນເຊື່ອເພື່ອຟື້ນຟູເສດຖະກິດ, ການປະຕິບັດໂຄງການທົດລອງແຮ່ທາດ, ການສົ່ງເສີມການທ່ອງທ່ຽວ, ການປັບປຸງການບໍລິການຂົນສົ່ງພາຍໃນ, ຕ່າງປະເທດ ແລະ ອື່ນໆ ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ.
ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ໄດ້ລາຍງານຕໍ່ກອງປະຊູມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 6 ມັງກອນ 2026 ນີ້ວ່າ: ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຜ່ານມາ, ລັດຖະບານ ໄດ້ສຸມໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆ ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວສະເລ່ຍໃນລະດັບ 4.24% ຊຶ່ງບັນລຸຄາດໝາຍທີ່ວາງໄວ້ 4% ຂຶ້ນໄປ, GDP ຕໍ່ຫົວຄົນ ບັນລຸໄດ້ 2,138 ໂດລາສະຫະລັດ (ແຜນການ 2,880 ໂດລາສະຫະລັດ) ແລະ GNI ຕໍ່ຫົວຄົນ ບັນລຸໄດ້ 1,985 ໂດລາສະຫະລັດ (ແຜນການ 2,280 ໂດລາສະຫະລັດ). ໃນນີ້, ຂະແໜງກະສິກຳ ຂະຫຍາຍຕົວສະເລ່ຍ 2.9%, ກວມ 19.4% ຂອງ GDP (ແຜນການ ຂະຫຍາຍຕົວ 2.5% ແລະ ກວມ 15.3%), ຂະແໜງອຸດສາຫະກຳ ຂະຫຍາຍຕົວສະເລ່ຍ 4.7%, ກວມ 32.5% (ແຜນການຂະຫຍາຍຕົວ 4.1% ແລະ ກວມ 32.3%), ຂະແໜງບໍລິການຂະຫຍາຍຕົວສະເລ່ຍ 4.5%, ກວມ 36.6% (ແຜນການ ຂະຫຍາຍຕົວ 6% ແລະ ກວມ 41.3%), ຂະແໜງພາສີ-ອາກອນ ຜະລິດຕະພັນ ຂະຫຍາຍຕົວສະເລ່ຍ 3.8%, ກວມ 11.5% ຂອງ GDP (ແຜນການ 5.8% ແລະ ກວມ 11.7% ຂອງ GDP).
ດ້ານການຜະລິດ ແລະ ການບໍລິການ ມີການຂະຫຍາຍຕົວດີ, ພົ້ນເດັ່ນ ແມ່ນການຜະລິດເຂົ້າ ປະຕິບັດໄດ້ 18,9 ລ້ານໂຕນ, ສະເລ່ຍ 3.7 ລ້ານໂຕນຕໍ່ປີ (ແຜນການ 3.5-4 ລ້ານໂຕນຕໍ່ປີ); ຜະລິດພືດເປັນສິນຄ້າ ໄດ້ 9.5 ລ້ານໂຕນຕໍ່ປີ (ແຜນການ 7.4 ລ້ານໂຕນຕໍ່ປີ); ການຜະລິດເຂົ້າ, ຊີ້ນ, ໄຂ່ ແລະ ປາ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫລາດພາຍໃນໄດ້ໂດຍພື້ນຖານ ແລະ ສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ ໄດ້ 7.8 ຕື້ໂດລາສະຫະລັດ, ສະເລ່ຍ 1.5 ຕື້ໂດລາສະຫະລັດຕໍ່ປີ, ລື່ນຄາດໝາຍ 31.49% (ແຜນ 1.2 ຕື້ໂດລາສະຫະລັດ). ສຳລັບມູນຄ່າການຜະລິດພະລັງງານໄຟຟ້າ ໄດ້ 262,848.19 ຕື້ກີບ, ເທົ່າກັບ 186.58% ຂອງແຜນ (ແຜນການ 140,879.6 ຕື້ກີບ), ເພີ່ມຂຶ້ນສະເລ່ຍ 26.96% ຕໍ່ປີ; ມູນຄ່າການຜະລິດແຮ່ທາດ 179,755.35 ຕື້ກີບ, ບັນລຸໄດ້ 320.36% ຂອງແຜນ (ແຜນການ 56,111 ຕື້ກີບ) ຫລື ເພີ່ມຂຶ້ນສະເລ່ຍ 39.26% ຕໍ່ປີ; ມູນຄ່າ ການຈໍລະຈອນສິນຄ້າ ໄດ້ 410,269.82 ຕື້ກີບ ເທົ່າກັບ 96.71% ຂອງແຜນການ (ແຜນການ 424,227.52 ຕື້ກີບ) ເພີ່ມຂຶ້ນສະເລ່ຍ 9.97% ຕໍ່ປີ, ສາມາດຂົນສົ່ງສິນຄ້າໄດ້ 60.32 ລ້ານໂຕນ, ເພີ່ມຂຶ້ນສະເລ່ຍ 19.26% ຕໍ່ປີ ແລະ ການຂົນສົ່ງໂດຍສານ ສາມາດບັນລຸໄດ້ 484.7 ລ້ານເທື່ອຄົນ, ເພີ່ມຂຶ້ນສະເລ່ຍ 6.15% ຕໍ່ປີ.
ດ້ານການຄ້າກັບຕ່າງປະເທດ ມີມູນຄ່າການຄ້າທັງໝົດ 84.4 ຕື້ໂດລາສະຫະລັດ, ເທົ່າກັບ 119% ຂອງແຜນ (ແຜນການ 70.9 ຕື້ໂດລາສະຫະລັດ). ໃນນີ້, ມູນຄ່າສົ່ງອອກ 46.4 ຕື້ໂດລາສະຫະລັດ ເທົ່າກັບ 122% ຂອງແຜນການ, ເພີ່ມຂຶ້ນສະເລ່ຍ 15.19% ຕໍ່ປີ ແລະ ມູນຄ່ານໍາເຂົ້າ 37.9 ຕື້ໂດລາສະຫະລັດ ເທົ່າກັບ 115% ຂອງແຜນ, ເພີ່ມຂຶ້ນສະເລ່ຍ 13.45% ຕໍ່ປີ ແລະ ເກີນດຸນການຄ້າ 8.4 ຕື້ໂດລາສະຫະລັດ.
ສ່ວນດ້ານການລົງທຶນ ສາມາດລະດົມການລົງທຶນໄດ້ທັງໝົດ 387,372 ຕື້ກີບ ເທົ່າກັບ 189% ຂອງແຜນ (ແຜນການ 204,599 ຕື້ກີບ). ໃນນີ້, ການລົງທຶນຈາກງົບປະມານພາຍໃນ 22,080 ຕື້ກີບ ເທົ່າກັບ 96% ຂອງແຜນ, ການລົງທຶນຈາກການຊ່ວຍເຫລືອທາງການເພື່ອການພັດທະນາ (ODA) 54,493 ຕື້ກີບ ເທົ່າກັບ 146% ຂອງແຜນ, ການລົງທຶນຈາກເອກະຊົນພາຍໃນ ແລະ ຕ່າງປະເທດ 266,494 ຕື້ກີບ ເທົ່າກັບ 266% ຂອງແຜນ (ແຜນການ 100,000 ຕື້ກີບ) ແລະ ການລົງທຶນຈາກແຫລ່ງອື່ນໆ ນັບທັງການປະກອບສ່ວນຈາກຊຸມຊົນ ແລະ ສັງຄົມ ປະຕິບັດໄດ້ 44,305 ຕື້ກີບ ເທົ່າກັບ 100% ຂອງແຜນການ (ແຜນການ 44,305 ຕື້ກີບ).
ແຫຼ່ງຂ່າວ: ຂປລ
ຂ່າວທີ່ກ່ຽວຂ້ອງ