ສະຫວັນນະເຂດ ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຄວບຄູ່ກັບການນຳພາຜະລິດເປັນສິນຄ້າ
ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 6 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ວ່າ: ໃນນາມຕາງໜ້າອົງຄະນະພັກແຂວງສະຫວັນນະເຂດ ຮູ້ສຶກພາກພູມໃຈທີ່ສຸດທີ່ໄດ້ຮັບກຽດເປັນຕົວແທນໃຫ້ປະຊາຊົນບັນດາເຜົ່າ, ສະມາຊິກພັກທົ່ວແຂວງ ຊຶ່ງແຂວງສະຫວັນນະເຂດ ໄດ້ສ້າງຂະບວນການທີ່ຍິ່ງໃຫຍ່ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
ສະຫາຍ ບຸນໂຈມ ອຸບົນປະເສີດ ໃຫ້ຮູ້ວ່າ: ກ່ຽວກັບວຽກງານການຜັນຂະຫຍາຍຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ພາຍໃນແຂວງສະຫວັນນະເຂດ ພົ້ນເດັ່ນທີ່ສຸດໄດ້ນໍາເອົາມະຕິດັ່ງກ່າວມາຜັນຂະຫຍາຍເປັນໂຄງການລະອຽດ ໂດຍສະເພາະເນັ້ນໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແກ້ໄຂການຜະລິດຂອງປະຊາຊົນໃຫ້ເປັນສິນຄ້າ. ຕະຫຼອດໄລຍະ 5 ປີ ຜ່ານມາ ຖືວ່າຜົນສໍາເລັດອັນຍິ່ງໃຫຍ່ໄດ້ແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນແຂວງ ຊຶ່ງສາມາດລົບລ້າງໄດ້ 5 ເມືອງເປັນເມືອງພົ້ນທຸກ ສາມາດແກ້ໄຂບັນດາຈຸດສຸມປະຊາຊົນທີ່ທຸກຍາກ ປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກ ນໍາພາປະຊາຊົນຜະລິດເປັນສິນຄ້າ. ໄລຍະຜ່ານມາພົ້ນເດັ່ນທີ່ສຸດແມ່ນການຜະລິດເຂົ້າເປັນສິນຄ້າສະເລ່ຍເກືອບລ້ານໂຕນຕໍ່ປີ; ການຜະລິດເປັນສິນຄ້າສົ່ງອອກໂດຍສະເພາະແມ່ນການປູກໄມ້ອຸດສາຫະກໍາຂອງປະຊາຊົນສະໜອງໃຫ້ໂຮງງານເຈ້ຍ ເພາະຄວາມຕ້ອງການຜະລິດຕະພັນໄມ້ສໍາລັບປ້ອນໂຮງງານປະມານ 1 ລ້ານຫ້າແສນໂຕນຕໍ່ປີ ຊຶ່ງປັດຈຸບັນສາມາດສະໜອງໄດ້ 2 ແສນໂຕນຕໍ່ປີ ນີ້ແມ່ນຜົນຜະລິດທີ່ຕິດພັນກັບປະຊາຊົນພາຍໃນແຂວງ.
ແຂວງສະຫວັນນະເຂດ ເປັນແຂວງໜຶ່ງທີ່ມີທ່າແຮງບົ່ມຊ້ອນມີຂີດຄວາມສາມາດສູງໂດຍສະເພາະແມ່ນເສັ້ນທາງແລວເສດຖະກິດຕາເວັນອອກ, ຕາເວັນຕົກ, ຜ່ານແຂວງສະຫວັນນະເຂດ ສາມາດເປັນພື້ນຖານໃຫ້ການປະຕິບັດມະຕິ XI ຂອງພັກ ຖືວ່າເສດຖະກິດ 5 ປີພາຍໃນແຂວງສະເລ່ຍແມ່ນ 8% ຂອງການເຕີບໂຕລາຍຮັບງົບປະມານລື່ນແຜນເກືອບ 150 ກວ່າເປີເຊັນ ປະກອບສ່ວນອັນໃຫຍ່ຫຼວງຕໍ່ການປະຕິບັດມະຕິ XI ຂອງສູນກາງພັກໃນໄລຍະຜ່ານມາ. ສິ່ງທີ່ພົ້ນເດັ່ນສາມາດຖອດຖອນບົດຮຽນໄດ້ ອົງຄະນະພັກແຂວງໄດ້ນໍາເອົາແຜນເສດຖະກິດ-ສັງຄົມຂອງແຂວງ 5 ປີຄັ້ງທີ IX ມາຜັນຂະຫຍາຍໃຫ້ກົມກຽວກັນລະຫວ່າງແຜນ 5 ປີ ຄັ້ງທີ IX ແຫ່ງຊາດອັນໃດທີ່ເພິ່ນກໍານົດອອກຢູ່ໃນຕົວເລກມະຫາພາກກໍນໍາມາຜັນຂະຫຍາຍ ຫັນເປັນໂຄງການລະອຽດໂດຍສະເພາະການຜະລິດເປັນສິນຄ້າຂອງປະຊາຊົນແມ່ນເປັນວຽກງານທີ່ເດັ່ນຫຼາຍ ພ້ອມນີ້ການແກ້ໄຂບັນດາຈຸດສຸມປະຊາຊົນທີ່ທຸກຍາກຢູ່ເຂດຫ່າງໄກສອກຫຼີກກໍເຮັດໄດ້ດີ ເຮັດໃຫ້ການປະຕິບັດມະຕິ XI ຂອງພັກມີຜົນສໍາເລັດເປັນຢ່າງດີ.
ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຄັ້ງນີ້, ອົງຄະນະພັກແຂວງສະຫວັນນະເຂດຈະນໍາເອົາໂຄງການ ການເມືອງສະບັບທີ III, ບົດລາຍງານການເມືອງທີ່ຜ່ານກອງປະຊຸມໃຫຍ່ຄັ້ງນີ້ທັງພາກສະຫຼຸບ, ພາກທິດທາງແຜນການ ໂດຍຈະນໍາເອົາແຜນເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X ເພື່ອນໍາມາປະກອບໃຫ້ເປັນແຜນງານຮ່ວມກັບມະຕິຂອງແຂວງ, ແຂວງສະຫວັນນະເຂດ ມີຄໍາຂວັນ “ຍົກສູງບົດບາດການນໍາພາຂອງຄະນະພັກແຕ່ລະຂັ້ນ, ເພີ່ມທະວີສ້າງແຂວງສະຫວັນນະເຂດເປັນຫົວໜ່ວຍຍຸດທະສາດຢ່າງເຂັ້ມແຂງ ໜັກແໜ້ນ ສ້າງຕັ້ງເສດຖະກິດເປັນເຈົ້າຕົນເອງ ສຸມໃສ່ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໄດ້ໂດຍພື້ນຖານ“ ແຂວງໄດ້ກໍານົດແຜນໃນ 5 ປີຄັ້ງທີ X ຂອງແຂວງ; ຮອດປີ 2030 ຕ້ອງລົບລ້າງຄວາມທຸກຍາກໃຫ້ໄດ້ໂດຍພື້ນຖານ, ປັດຈຸບັນພາຍໃນແຂວງມີ 14 ເມືອງ ແລະ 1 ນະຄອນ ຍັງມີເມືອງທຸກຍາກ 4 ເມືອງ, ຍັງມີຄອບຄົວທຸກຍາກປະມານ 49 ພັນຄອບຄົວ ນີ້ເປັນວຽກບຸລິມະສິດທີ່ຈະຕ້ອງໄດ້ຜັນຂະຫຍາຍໂດຍໄວ ເພື່ອໃຫ້ບັນລຸໄດ້ຕາມຈຸດປະສົງລະດັບຄາດໝາຍ.
ຂ່າວທີ່ກ່ຽວຂ້ອງ