ສໍາເລັດການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຢ່າງເປັນທາງການ
08/01/2026
ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ຕາງໜ້າໃຫ້ກອງເລຂາກອງປະຊຸມໃຫຍ່ ໄດ້ຖະແຫຼງຂ່າວຜົນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ມື້ທີສອງ ຕໍ່ສື່ມວນຊົນໃນວັນທີ 7 ມັງກອນ 2026 ວ່າ: ກອງປະຊຸມໃຫຍ່ໃນມື້ທີສອງ ດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ບັນດາຜູ້ແທນກອງປະຊຸມໃຫຍ່ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນ ໃນການປະຕິບັດໜ້າທີ່ຕາມກອງປະຊຸມຢ່າງເຂັ້ມງວດ.
ກອງປະຊຸມໃຫຍ່ໄດ້ຮັບຟັງການຜ່ານບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຫຼັງຈາກນັ້ນ ສະຫາຍເລຂາທິການໃຫຍ່ ໃນນາມຕາງໜ້າຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ຂຶ້ນກ່າວອຳລາໜ້າທີ່.
ກອງປະຊຸມໃຫຍ່ ໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII. ກ່ອນການເລືອກຕັ້ງຜູ້ແທນກອງປະຊຸມໃຫຍ່ ໄດ້ຮັບຟັງການຜ່ານມາດຖານ ແລະ ເງື່ອນໄຂຂອງຜູ້ສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ຈາກອະນຸກຳມະການບຸກຄະລາກອນ ແລະ ກົດລະບຽບພັກ ໄດ້ມີການແບ່ງໜ່ວຍຄົ້ນຄວ້າຢ່າງລະອຽດ ເພື່ອເຮັດໃຫ້ປະຫວັດຂອງຜູ້ສະໝັກແຕ່ລະສະຫາຍ ມີຄວາມຈະແຈ້ງ ແລະ ຊັດເຈນ.
ໃນພາກບ່າຍ ບັນດາຜູ້ແທນກອງປະຊຸມໃຫຍ່ ໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກຊຸດໃໝ່. ສ່ວນຜົນການປ່ອນບັດແມ່ນປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ສຳລັບຈຳນວນ ແລະ ລາຍຊື່ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ແມ່ນຈະປະກາດຢ່າງເປັນທາງການໃນວັນທີ 8 ມັງກອນ 2026.
ພາບ-ຂ່າວ: ສູນຂ່າວກອງປະຊຸມໃຫຍ່
ຂ່າວທີ່ກ່ຽວຂ້ອງ





