ອົງຄະນະພັກແຂວງອຸດົມໄຊ ກໍານົດວິໄສທັດ-ຍຸດທະສາດ ແລະ ແຜນພັດທະນາແຂວງ ຕາມທິດ 4 ໃຈກາງ
ອົງຄະນະພັກແຂວງອຸດົມໄຊ ໄດ້ກໍານົດວິໄສທັດ, ຍຸດທະສາດ ແລະ ແຜນການ ໃນການພັດທະນາແຂວງອຸດົມໄຊ ຕາມທິດ 4 ໃຈກາງ ຄື: ໃຈກາງທາງດ້ານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ, ໃຈກາງທາງດ້ານເສດຖະກິດ, ໃຈກາງທາງດ້ານວັດທະນະທໍາ-ສັງຄົມ ແລະ ໃຈກາງການບໍລິການ ແລະ ການທ່ອງທ່ຽວ ໂດຍສະເພາະດ້ານເສດຖະກິດ ແມ່ນໄດ້ສຸມໃສ່ພັດທະນາຕາມ 4 ທ່າແຮງຫລັກ ຄື: ພັດທະນາດ້ານກະສິກໍາ ຕິດພັນກັບການປຸງແຕ່ງ ແລະ ການສົ່ງອອກພັດທະນາດ້ານອຸດສາຫະກໍາປຸງແຕ່ງ ແລະ ພະລັງງານສະອາດ, ພັດທະນາດ້ານການບໍລິການ-ການທ່ອງທ່ຽວ ແລະ ພັດທະນາ ດ້ານການຂົນສົ່ງທາງບົກ ເຊື່ອມຕໍ່ເສັ້ນທາງລົດໄຟ ລາວ-ຈີນ.
ສະຫາຍ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງອຸດົມໄຊ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນວັນທີ 6 ມັງກອນ 2026 ໃນຫົວຂໍ້: “ບົດຮຽນການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ຢູ່ແຂວງອຸດົມໄຊ” ໂດຍສະຫາຍໄດ້ຍົກໃຫ້ເຫັນຜົນງານ ແລະ ຜົນສຳເລັດ ທີ່ແຂວງອຸດົມໄຊ ຍາດມາໄດ້ຕະຫຼອດໄລຍະ 5 ປີ (2021-2025) ຜ່ານມາ, ຊຶ່ງແຂວງອຸດົມໄຊ ໄດ້ສຸມໃສ່ຄົ້ນຄວ້າ, ກໍານົດນະໂຍບາຍຕ່າງໆຂອງແຂວງບົນພື້ນຖານກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ, ໄດ້ສ້າງເງື່ອນໄຂສະພາບແວດລ້ອມ ເອື້ອອໍານວຍຄວາມສະດວກ ໂດຍສະເພາະແມ່ນການສ້າງບັນຊີຮຽກການລົງທຶນ; ໄດ້ປັບປຸງ, ແກ້ໄຂພື້ນຖານໂຄງລ່າງເສັ້ນທາງຄົມມະນາຄົມ, ຕາຂ່າຍໄຟຟ້າທີ່ຈໍາເປັນ, ແກ້ໄຂບັນຫາທີ່ດິນເພື່ອຮອງຮັບໃຫ້ແກ່ການລົງທຶນ, ໄດ້ຈັດກອງປະຊຸມພົບປະພາກທຸລະກິດພາຍໃນ ແລະ ຕ່າງປະເທດ ເພື່ອເຜີຍແຜ່, ສະໜອງຂໍ້ມູນ, ແລກປ່ຽນຄໍາຄິດເຫັນດ້ານຕ່າງໆ ພ້ອມທັງລະດົມການລົງທຶນເປັນປົກກະຕິ (ປີລະ 2 ຄັ້ງ) ແລະ ໄດ້ປະສານສົມທົບພາກສ່ວນກ່ຽວຂ້ອງຂັ້ນສູນກາງ ຍາດແຍ່ງດຶງດູດການລົງທຶນລາຍໃຫຍ່ ຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນ ຢູ່ແຂວງອຸດົມໄຊ ໃນຂົງເຂດເສດຖະກິດ, ວັດທະນະທໍາ-ສັງຄົມ ໂດຍສະເພາະແມ່ນຕາມ 4 ທ່າແຮງຫລັກ ໄດ້ທັງໝົດ 501 ໂຄງການ ມູນຄ່າການລົງທຶນທັງໝົດ 12,114.74 ຕື້ກີບ, ປະຕິບັດໄດ້ລື່ນແຜນ 4 ເທົ່າຕົວ ຂອງການລົງທຶນ. ພ້ອມກັນນີ້, ກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສໍາຫລວດ ແລະ ສຶກສາຄວາມເປັນໄປໄດ້ ໃນການລົງທຶນພັດທະນາດ້ານຕ່າງໆ ຢູ່ແຂວງອຸດົມໄຊ ຈໍານວນ 29 ໂຄງການ, ອັນພົ້ນເດັ່ນ ແມ່ນການລົງທຶນດ້ານການຜະລິດກະສິກຳ (ປູກ, ລ້ຽງ) ເປັນສິນຄ້າສະໜອງພາຍໃນ ແລະ ສົ່ງອອກ, ການລົງທຶນໂຄງການຂະໜາດໃຫຍ່ ໃນດ້ານອຸດສາຫະກຳປຸງແຕ່ງ, ພະລັງງານສະອາດ ແລະ ການຂົນສົ່ງ ຊຶ່ງການລົງທຶນດັ່ງກ່າວໄດ້ປະກອບສ່ວນຢ່າງໃຫຍ່ ຫຼວງແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍສະເພາະແມ່ນສ້າງລາຍຮັບ, ສ້າງວຽກເຮັດງານທຳ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ຢ່າງຫຼວງຫຼາຍ, ໂຄງປະກອບເສດຖະກິດຂອງແຂວງມີການຫັນປ່ຽນຢ່າງຕັ້ງໜ້າ.
ຄຽງຄູ່ກັນນີ້, ຄະນະພັກ-ຄະນະກຳມະການປົກຄອງແຂວງອຸດົມໄຊ ຈະສຸມໃສ່ສ້າງສະພາບແວດລ້ອມດ້ານຕ່າງໆ, ເງື່ອນໄຂອໍານວຍຄວາມສະດວກແກ່ການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍເລີ່ມຈາກປັບປຸງດ້ານນະໂຍບາຍຕ່າງໆຂອງແຂວງ ຕໍ່ກັບການລົງທຶນໃຫ້ສອດຄ່ອງບົນພື້ນຖານກົດໝາຍ ແລະ ລະບຽບການຂອງຂັ້ນເທິງວາງອອກ, ສືບຕໍ່ປັບປຸງກົນໄກຜ່ານປະຕູດຽວ, ແກ້ໄຂສິ່ງອັດຕັນໃຫ້ຄ່ອງຕົວ, ຫລຸດຜ່ອນຂັ້ນຂອດໃຫ້ໜ້ອຍລົງ, ສຸມໃສ່ແກ້ໄຂບັນຫາທີ່ດິນຮອງຮັບແກ່ການລົງທຶນ, ເລັ່ງກໍ່ສ້າງພື້ນຖານໂຄງລ່າງຖະໜົນຫົນທາງ ເປັນຕົ້ນທາງຫລວງແຫ່ງຊາດ 2E, 2W ເປັນທາງເຊື່ອມຕໍ່ຕາເວັນອອກຫາຕາເວັນຕົກ ທີ່ພວມປັບປຸງກໍ່ສ້າງໃຫ້ສໍາເລັດຕາມແຜນ ແຕ່ນີ້ຮອດປີ 2028, ປັບປຸງສ້ອມແປງທາງຫລວງແຫ່ງຊາດ 13 ເໜືອ, ທາງຫລວງທ້ອງຖິ່ນ ໃຫ້ຢູ່ໃນສະພາບທີ່ດີ ເພື່ອເຊື່ອມຕໍ່ກັບເສັ້ນທາງລົດໄຟ ລາວ-ຈີນ; ສືບຕໍ່ຍູ້ແຮງ, ຄຸ້ມຄອງຈັດຕັ້ງປະຕິບັດໂຄງການລົງທຶນຂະໜາດນ້ອຍ, ກາງ, ໃຫຍ່ ທີ່ພວມຈັດຕັ້ງປະຕິບັດ ໂດຍສະເພາະ ແມ່ນໂຄງການລົງທຶນຜະລິດກະສິກໍາ ທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ, ໂຄງການພັດທະນາດ້ານອຸດສາຫະກໍາປຸງແຕ່ງ ແລະ ພະລັງງານສະອາດ ເຊັ່ນ: ໂຮງງານປຸງແຕ່ງຊີມັງອຸດົມໄຊຈຽງເກີ, ນິຄົມອຸດສາຫະກໍາທັນສະໄໝຂອງບໍລິສັດອໍາມະຕະຢູ່ເມືອງນາໝໍ້, ໂຄງການພະລັງງານສະອາດໄຟຟ້າແສງຕາເວັນ ແລະ ພະລັງງານລົມຂອງບໍລິສັດ CGN, ເຂື່ອນໄຟຟ້າແມ່ນໍ້າຂອງ ຢູ່ເມືອງປາກແບງ, ໂຄງການລົງທຶນພັດທະນາການບໍລິການ ແລະ ທ່ອງທ່ຽວ, ໂຄງການລົງທຶນພັດທະນາຂົນສົ່ງສິນຄ້າ ເຊື່ອມຕໍ່ເສັ້ນທາງລົດໄຟ ລາວ-ຈີນ ແລະ ອື່ນໆ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ພ້ອມທັງສຸມໃສ່ສ້າງ, ປັບປຸງບັນຊີຮຽກການລົງທຶນແຕ່ລະຂະແໜງການ, ຂົງເຂດວຽກງານ ໃຫ້ຈະແຈ້ງຕາມທິດທາງສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໂດຍສະເພາະແມ່ນ ຂົງເຂດເສດຖະກິດ ຕາມ 4 ທ່າແຮງຫລັກ ຄື: ດ້ານກະສິກໍາຕິດພັນກັບການປຸງແຕ່ງ, ດ້ານອຸດສະຫະກໍາປຸງແຕ່ງ ແລະ ພະລັງງານສະອາດ, ດ້ານການບໍລິການ ແລະ ການທ່ອງທ່ຽວ ແລະ ດ້ານການຂົນສົ່ງ ໃຫ້ຄົບຖ້ວນ ຈະ ແຈ້ງ. ພ້ອມທັງເຜີຍແຜ່, ໂຄສະນາຂໍ້ມູນຂ່າວສານ ດ້ວຍຫລາຍວິທີ ຜ່ານຊ່ອງທາງຂອງສື່ຕ່າງໆ ເພື່ອລະດົມ, ດຶງດູດການລົງທຶນ ຈາກພາຍໃນ ແລະ ຕ່າງປະເທດ ມາລົງທຶນຢູ່ແຂວງອຸດົມໄຊ ໃຫ້ນັບມື້ນັບຫລາຍຂຶ້ນ.
ຂ່າວ: ທະນູທອງ
ພາບ: ອ່າຍຄໍາ
ຂ່າວທີ່ກ່ຽວຂ້ອງ