Skip to main content
23/02/2026 | ການເມືອງ

ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ເຂົ້າຮ່ວມປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ໃນຕອນເຊົ້າຂອງວັນທີ 22 ກຸມພາ 2026 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ທ່ານ ນາງ ນາລີ ສີສຸລິດ ໄດ້ໃຫ້ກຽດເດີນທາງມາໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ (ສປຂ) ຊຸດທີ V ທີ່ໜ່ວຍປ່ອນບັດເລືອກຕັ້ງທີ 40, ຫ້ອງການບ້ານທ່າພະລານໄຊ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ. ເມື່ອເດີນທາງມາເຖິງໜ່ວຍປ່ອນບັດ, ທ່ານປະທານປະເທດ ແລະ ພັນລະຍາ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ໂດຍ ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະກຳມະການເລືອກຕັ້ງຂັ້ນນະຄອນຫຼວງ, ຂັ້ນເມືອງ ແລະ ພໍ່ແມ່ປະຊາຊົນຊາວບ້ານທ່າພະລານໄຊ ທີ່ມາລໍຖ້າໃຊ້ສິດຂອງຕົນຢ່າງຄຶກຄື້ນ. ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ປະຕິບັດຂັ້ນຕອນການປ່ອນບັດຢ່າງເປັນລະບຽບຮຽບຮ້ອຍ ເພື່ອຄັດເລືອກເອົາຜູ້ແທນທີ່ມີມາດຕະຖານ, […]

23/02/2026 | ການເມືອງ

ການນໍາພັກ-ລັດ ແລະປະຊາຊົນຕ່າງກໍ່ອອກມາໃຊ້ສິດຂອງຕົນຢ່າງເຕັມສ່ວນປ່ອນບັດເລືອກຕັ້ງເອົາ ສສຊ ແລະ ສສຂ ຢ່າງເປັນຂະບວນຟົດຟື້ນ

ວັນທີ 22 ມີນາ 2026 ເປັນວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຄັ້ງທີ X ແລະເລືອກຕັ້ງເອົາສະມາຊິກສະພາປະຊາຊົນແຂວງ(ສສຂ) ຊຸດທີ V ຊຶ່ງບັນຍາກາດການປ່ອນບັດເລືອກຕັ້ງຕາມຈຸດຕ່າງໆໃນທົ່ວແຂວງສະຫວັນນະເຂດ ແມ່ນເຕັມໄປດ້ວຍບັນຍາກາດທີ່ຄຶກຄື້ນ, ປະຊາຊົນຕື່ນຕົວອອກມາໃຊ້ສິດຂອງຕົນຢ່າງຫຼວງຫຼາຍ, ການນຳພັກ-ລັດແຕ່ລະຂັ້ນ, ລວມທັງຜູ້ອອກສະໝັກຮັບເລືອກຕັ້ງ ສສຊ ແລະ ສສຂ ປະຈຳເມືອງ-ນະຄອນ, ກໍ່ໄດ້ອອກມາປ່ອນບັດເລືອກຕັ້ງເຊັ່ນກັນ. ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ການນໍາແຂວງ ນຳໂດຍທ່ານ ບຸນໂຈມ ອຸບົນປະເສີດ, ທ່ານ ຄຳຜຸຍ ສີບຸນເຮືອງ, ທ່ານ ວາລິຍະ ສີຈັນທອງທິບ ແມ່ນໄດ້ປ່ອນບັດເລືອກຕັ້ງຢູ່ຈຸດເລືອກຕັ້ງ ວັດສຸນັນທາ ນະຄອນໄກສອນ ພົມວິຫານ, ທ່ານ ປອ ນາງ ສູນທອນ ໄຊຍະຈັກ ແລະຜູ້ສະໝັກຮັບເລືອກຕັ້ງບາງທ່ານ ແມ່ນໄດ້ປ່ອນບັດເລືອກຕັ້ງຢູ່ໂຮງຮຽນປະຖົມ ໄຊຍະພູມ ນະຄອນ ໄກສອນພົມວິຫານ, ທ່ານ ນາງ ດາວວອນ ໄຊສຸລຽນ, ທ່ານ ທອງໃສ ໄຊຍະວົງຄຳດີ ແມ່ນໄດ້ໃຊ້ສິດເລືອກຕັ້ງຢູ່ຈຸດປ່ອນບັດ ວັດໂນນຫີນແຮ່ […]

23/02/2026 | ການເມືອງ

ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍພັນລະຍາ ປ່ອນບັດເລືອກຕັ້ງ ສສຊ-ສສ ນວ ຢູ່ໜ່ວຍເລືອກຕັ້ງຫ້ອງການບ້ານໂພນສີນວນ

ໃນຕອນເຊົ້າວັນທີ 22 ກຸມພາ 2026 ຢູ່ໜ່ວຍເລືອກຕັ້ງຫ້ອງ ການ ບ້ານໂພນສີນວນ ເມືອງສີສັດຕະນາ ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແລະ ພັນລະຍາ ພ້ອມດ້ວຍບັນດາການນຳພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມພຽງກັນໄປໃຊ້ສິດປະຊາທິປະໄຕຂອງຕົນເອງ ປ່ອນບັດເລືອກສະມາຊິກສະ ພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະ ຊາຊົນ ນະຄອນຫຼວຽງຈັນ (ສສ ນວ) ຢ່າງຄຶກຄື້ນ. ໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໃຫ້ຮູ້ວ່າ: ມື້ນີ້ເປັນມື້ທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງຕໍ່ປະເທດຊາດ ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ V ແມ່ນເຫດການການເມືອງໜຶ່ງທີ່ສຳຄັນ ເພື່ອໃຫ້ພົນລະ ເມືອງລາວຜູ້ມີສິດເລືອກຕັ້ງ ໄດ້ເລືອກເອົາບຸກຄົນທີ່ມີມາດ ຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ […]

23/02/2026 | ການເມືອງ

ທ່ານ ປອ ອານຸພາບ ຕຸນາລົມ ພ້ອມພັນລະຍາ ບ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນວ ແລະ ສະພາປະຊາຊົນ ນວ ຊຸດທີ V

ຕອນເຊົ້າວັນທີ 22 ກຸມພາ 2026, ທ່ານ ປອ ອານຸພາບ ຕຸນາລົມ ຫົວໜ້າໂຮງຮຽນການເມືອງ-ການປົກຄອງແຫ່ງຊາດ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ພ້ອມດ້ວຍພັນລະຍາ ໄດ້ໄປບ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ສະ ພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ຢູ່ຈຸດໜ່ວຍເລືອກຕັ້ງບ້ານຊຽງຍືນ (ວັດຊຽງຍືນ) ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການຂອງຮັບຂອງທ່ານ ນາງ ສຸມາລີ ທຳມະວົງ ກຳມະການປະຈຳພັກນະຄອນຫຼວງວຽງຈັນ ເລຂາຄະນະພັກເມືອງຈັນທະບູລີ ພ້ອມຄະນະກຳມະການປະຈຳໜ່ວຍເລືອກຕັ້ງ ເລຂາພັກບ້ານ-ນາຍບ້ານ ຕະຫຼອດຮອດພໍ່ແມ່ປະຊາ ຊົນພາຍໃນບ້ານຊຽງຍືນ. ຈຸດປະສົງຂອງຫຼັກການເລືອກຕັ້ງຄັ້ງນີ້ ແມ່ນການຈັດຕັ້ງປ່ອນບັດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ສະພາປະຊາຊົນ ນະຄອນຫຼວງ ວຽງຈັນ ຊຸດທີ V ເຊິ່ງແມ່ນການເສີມຂະຫຍາຍຢ່າງແຂງແຮງ ການປະຕິບັດສິດ ປະຊາທິປະໄຕ ຂອງ […]

18/02/2026 | ການເມືອງ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດເລືອກຕັ້ງທີ 10 ແລະ ສສຂ ຊຸດທີ V ເຂດເລືອກຕັ້ງເມືອງແກ້ວອຸດົມ ລົງໂຄສະນາຫາສຽງ ຢູ່ເມືອງແກ້ວອຸດົມ

ໃນຕອນບ່າຍວັນທີ 17 ກຸມພາ 2026 ນີ້, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງວຽງຈັນ ພ້ອມດ້ວຍຄະນະຂັ້ນແຂວງ, ຂັ້ນເມືອງ ໄດ້ນຳພາຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 10 ຈຳນວນ 5 ທ່ານ, ຍິງ 2 ທ່ານ ໃນນັ້ນມີ: ຜູ້ສະໝັກເລືອກຕັ້ງນໍ້າເບີ 1 ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ນໍ້າເບີ 4 ທ່ານ ສີທົນ ແສງພະຈັນ ກຳມະການປະຈຳພັກແຂວງວຽງຈັນ, ນໍ້າເບີ 5 ທ່ານ ນາງ ເພັດສະໝອນ ສອນ ກຳມະການປະຈຳພັກກະຊວງ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ, ນໍ້າເບີ 7 ທ່ານ ນາງ ວົງເດືອນ ວັດຕະໂສ […]

17/02/2026 | ການເມືອງ

ເມືອງທຸລະຄົມ ມີຄວາມພ້ອມໃຫ້ແກ່ການ ເລືອກຕັ້ງ ສສຊ ແລະ ສສຂ

ປັດຈຸບັນ, ເມືອງທຸລະຄົມ ແຂວງວຽງຈັນ ມີຄວາມພ້ອມຮອບດ້ານ ໃຫ້ແກ່ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ທີ່ຈະຈັດຂຶ້ນພ້ອມກັນໃນທົ່ວປະເທດໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້. ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກ ເມືອງທຸລະຄົມ, ປະທານຄະນະກໍາມະການເລືອກຕັ້ງຂັ້ນເມືອງ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ເພື່ອກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ນີ້, ເມືອງທຸລະຄົມ ໄດ້ຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອຮັບປະກັນຄວາມພ້ອມຮອບດ້ານ ໃຫ້ແກ່ວັນເລືອກຕັ້ງທົ່ວປະເທດ ຄືວັນທີ 22 ກຸມພາ 2026 ທີ່ຈະມາເຖິງ, ໂດຍໄດ້ຜັນຂະຫຍາຍນິຕິກໍາຕ່າງໆ ຂອງຂັ້ນເທິງວາງອອກ ເປັນຕົ້ນ ແຈ້ງການຂອງຄະນະປະຈໍາສະພາປະຊາຊົນ ແຂວງວຽງຈັນ, ສະບັບເລກທີ 76/ຄປຈ ລົງວັນທີ 21 ຕຸລາ […]

12/02/2026 | ການເມືອງ

ນາຍົກລັດຖະມົນຕີ ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ພ້ອມຄະນະ ເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງຊະນະສົມບູນ

ຄະນະຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ຄະນະທີ 1 ຈຳນວນ 10 ທ່ານ (ຍິງ 2 ທ່ານ) ແລະ ຜູ້ສະໝັກຮັບເລືອກຕັ້ງ ສສຂ ຊຸດທີ V ເຂດເລືອກຕັ້ງເມືອງຊະນະສົມບູນຈຳນວນ 7 ທ່ານ ໄດ້ລົງເຄື່ອນໄຫວພົບປະ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງ ຢູ່ທີ່ສະໂມສອນຂອງເມືອງຊະນະສົມບູນ. ການລົງເຄື່ອນໄຫວຂອງຜູ້ສະໝັກ ສສຊ ຄະນະທີ1 ໃນຄັ້ງນີ້ ນຳໂດຍ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຜູ້ສະໝັກ ສສຊ ຊຸດທີ X ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ (ນ້ຳເບີ1), ພ້ອມດ້ວຍຄະນະຜູ້ສະໝັກ ສສຊ ທັງ 9 ທ່ານ ແລະ ຜູ້ສະໝັກ ສສຂ […]

12/02/2026 | ການເມືອງ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 10 ສືບຕໍ່ລົງໂຄສະນາຫາສຽງ ຕໍ່ຜູ້ມີສິດປ່ອນບັດເລືອກຕັ້ງຢູ່ເມືອງວຽງຄຳ

ວັນທີ 11 ກຸມພາ 2026 ນີ້, ທ່ານ ບຸນສອນ ເພັດລາວັນ ປະທານສະພາປະຊາຊົນແຂວງວຽງຈັນ ພ້ອມດ້ວຍຄະນະ ໄດ້ສືບຕໍ່ນຳພາຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 10 ຈຳນວນ 5 ທ່ານ (ຍິງ 2 ທ່ານ) ໃນນັ້ນມີ: ຜູ້ສະໝັກເລືອກຕັ້ງນໍ້າເບີ 1 ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ນໍ້າເບີ 4 ທ່ານ ສີທົນ ແສງພະຈັນ ກຳມະການປະຈຳພັກແຂວງວຽງຈັນ, ນໍ້າເບີ 5 ທ່ານ ນາງ ເພັດສະໝອນ ສອນ ກຳມະການປະຈຳພັກກະຊວງ, ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ, ນໍ້າເບີ 7 ທ່ານ ນາງ ວົງເດືອນ ວັດຕະໂສ ກຳມະການພັກແຂວງ, […]