ທ່ານນາຍົກລັດຖະມົນຕີ ຮ່ວມປູກຕົ້ນໄມ້ ໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ປະຈຳປີ 2026
03/06/2026

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບ ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ 1980 – 01 ມິຖຸນາ 2026) ຄົບຮອບ 46 ປີ, ວັນເດັກນ້ອຍສາກົນ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ແລະ ວັນສິ່ງແວດລ້ອມແຫ່ງຊາດ (5 ມິຖຸນາ 1999 – 5 ມິຖຸນາ 2026 ) ຄົບຮອບ 27 ປີ ໃນວັນທີ 31 ພຶດສະພາ 2026 ທີ່ສວນເຈົ້າອານຸວົງ ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ປອ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ສີລິລາດທົງສິນ ທອງເພັງ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະນໍາອົງການປົກຄອງນະຄອນຫຼວງວຽງຈັນ, ທູຕານຸທູດ, ຄູ່ຮ່ວມພັດທະນາ, ຜູ້ປະກອບການ, ປະຊາຊົນ ແລະ ນ້ອງນ້ອຍເຍົາວະຊົນ-ຊາວໜຸ່ມ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ປອ ລິນຄໍາ ດວງສະຫວັນ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ແລະ ຜົນການຈັດຕັ້ງປະຕິບັດງານປູກໄມ້ໃນໄລຍະຜ່ານມາ ເຊິ່ງ ພັກ ແລະ ລັດຖະບານ ໄດ້ກຳນົດເອົາວັນທີ 1 ມິຖຸນາ ເປັນວັນປູກຕົ້ນໄມ້ແຫ່ງຊາດ ນັບແຕ່ປີ 1980 ເປັນຕົ້ນມາ ເພື່ອປູກຈິດສໍານຶກໃຫ້ທົ່ວສັງຄົມ ໂດຍສະເພາະແມ່ນອະນຸຊົນ ແລະ ເຍົາວະຊົນ ໃຫ້ເຫັນໄດ້ເຖິງຄວາມສໍາຄັນຂອງປ່າໄມ້ ທັງເປັນການປຸກລະດົມທົ່ວປວງຊົນເຂົ້າຮ່ວມໃນການຄຸ້ມຄອງ ປົກປັກຮັກສາ ແລະ ພັດທະນາປ່າໄມ້ໃຫ້ມີຄວາມອຸດົມສົມບູນ ຕາມທິດສີຂຽວ ແລະ ຍືນຍົງ.
ສໍາລັບແຜນການໃນປີ 2026 ນີ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນ ວາງຄາດໝາຍເກັບແກ່ນພັນໄມ້ໃຫ້ໄດ້ 121.000 ພັນກວ່າກິໂລ ກ້າເບ້ຍໄມ້ 25,1 ລ້ານກວ່າເບ້ຍ ແລະ ປູກໄມ້ໃນເນື້ອທີ່ 50 ພັນກວ່າເຮັກຕາ ໃນທົ່ວປະເທດ. ສະເພາະໃນວັນປູກຕົ້ນໄມ້ແຫ່ງຊາດປີນີ້ ທົ່ວປະເທດມີແຜນການຈັດພິທີສ້າງຂະ ບວນການປູກຕົ້ນໄມ້ ໃນເນື້ອທີ່ປະມານ 7.300 ກວ່າເຮັກຕາ ໂດຍຈະນໍາໃຊ້ເບ້ຍໄມ້ທັງໝົດ 4.516.000 ກວ່າເບ້ຍ.
ໃນນີ້ຢູ່ນະຄອນຫຼວງວຽງຈັນ ມີແຜນການຈະປູກໃນເນື້ອທີ່ປະມານ 50 ເຮັກຕາ ຢູ່ຕາມຈຸດຕ່າງໆ ລວມທັງເຂດທີ່ໄດ້ຮັບຜົນກະທົບຈາກໄຟປ່າ ຊະນິດພັນໄມ້ທີ່ນໍາພາກັນປູກໃນຄັ້ງນີ້ ປະກອບມີ ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ຍາງ, ໄມ້ແຄນ, ໄມ້ວິກ, ໄມ້ສັກ ແລະ ໄມ້ກະຖິນເທພາ ລວມທັງໝົດ 80 ພັນກວ່າເບ້ຍ. ນອກນີ້, ຢູ່ແຕ່ລະແຂວງ ແລະ ນະຄອນຫຼວງ ຍັງມີແຜນຈັດງານວາງສະແດງເບ້ຍໄມ້ ເພື່ອສົ່ງເສີມການປູກໄມ້ເປັນສິນຄ້າ ແລະ ປົກປັກຮັກສາສິ່ງແວດລ້ອມຕື່ມອີກ. ພ້ອມກັນນີ້, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ກ່າວເປີດພິທີປູກຕົ້ນໄມ້ ປະຈຳປີ 2026 ຢ່າງເປັນທາງການ ພາຍໃຕ້ຄໍາຂວັນ “ຮ່ວມແຮງຮ່ວມໃຈຊ່ວຍກັນ ປູກຕົ້ນໄມ້ ຢ່າງໜ້ອຍ ໜຶ່ງຕົ້ນ ຕໍ່ຄົນ ຕໍ່ປີ” ແລະ “ຊົມເຊີຍວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ 2026 ຄົບຮອບ 46 ປີ ຢ່າງສຸດໃຈ”.
ຂ່າວ: ເຂັມມະໄລ ສົນດາວັນ
ພາບ: ລໍາເງິນ, ເຂັມມະໄລ, ອາມຸດ.
ຂ່າວທີ່ກ່ຽວຂ້ອງ













