Skip to main content

ທ່ານປະທານປະເທດ ພ້ອມພັນລະຍາ ຮ່ວມສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ

03/06/2026
ພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ (1 ມິຖຸນາ) ຄົບຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ຈັດຂຶ້ນວັນທີ 1 ມິຖຸນາ 2026 ຈັດຂຶ້ນທີ່ໂຮງຮຽນປະຖົມວຽງຄຳ ບ້ານວຽງຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມພັນລະຍາ, ມີການນໍາພັກ-ລັດ, ພະນັກງານ, ຄູ-ອາຈານ ຕະຫຼອດຮອດນ້ອງໆເຍົາວະ ຊົນ ແລະ ອະນຸຊົນທັນວາເຂົ້າຮ່ວມ.
ທ່ານ ສຸລິຍາ ແກ້ວພິລາວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກ່າວວ່າ: ການຈັດງານໃນຄັ້ງນີ້ ແມ່ນເພື່ອຜັນຂະຫຍາຍນະໂຍບາຍແຜນພັດທະນາ ແລະ ມະຕິກອງປະຊຸມ ທັງເປັນການຢັ້ງຢືນເຖິງຄວາມເປັນຫ່ວງເປັນໃຍຢ່າງສະເໝີຕົ້ນສະເໝີປາຍ ຂອງພັກ-ລັດ ທີ່ມີຕໍ່ເດັກນ້ອຍລາວ ໃນການປົກປ້ອງລ້ຽງດູ ສົ່ງເສີມ ແລະ ພັດທະນາ ພ້ອມທັງສຶກສາອົບຮົມຮຸ່ນຄົນສືບທອດໃຫ້ກາຍເປັນພົນລະເມືອງດີຂອງຊາດ ກາຍເປັນກຳລັງແຮງທີ່ແຂງແກ່ນໃຫ້ແກ່ພັກ ທັງເປັນປຸກລະດົມທົ່ວສັງຄົມໃຫ້ຍົກສູງຄວາມຮັບຜິດຊອບ ສ້າງສະພາບແວດ ລ້ອມທີ່ປອດໄພ ສະກັດກັ້ນປະກົດການຫຍໍ້ທໍ້ ໂດຍສະເພາະແມ່ນບັນຫາສຸຂະພາບ ສິ່ງເສບຕິດການສຶກສາ ຄຽງຄູ່ກັບການເຝິກຝົນຫຼໍ່ຫຼອມແນວຄິດຮັກຊາດ ຄຸນສົມບັດສິນທຳປະຕິວັດ ແລະ ປູກຈິດສຳນຶກໃຫ້ຮັກທຳມະຊາດຜ່ານຂະບວນການປູກຕົ້ນ ໄມ້ ແລະ ຮັກສາສິງແວດລ້ອມ.
ສໍາລັບວຽກງານການສ້າງຄວາມເຂັ້ມແຂງໃຫ້ເຍົາວະຊົນ-ອະນຸຊົນ ພວກເຮົາໄດ້ເອົາໃຈໃສ່ປັບປຸງນິຕິກໍາສໍາຄັນ ເປັນຕົ້ນແມ່ນກົດໝາຍວ່າດ້ວຍເຍົາວະຊົນລາວ ກົດລະບຽບການຈັດຕັ້ງເຍົາວະຊົນທັນວາ ປັບປຸງຄູ່ມືຂໍ້ແຂ່ງຂັນ 3 ດີ 4 ຮູ້ ພ້ອມທັງສໍາເລັດການຈັດງານພົບປະຕັ້ງຄ້າຍເຍົາວະຊົນທັນວາທົ່ວປະເທດ ຄັ້ງທີ VI ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ແລະ ເນື່ອງໃນໂອກາດວັນເດັກນ້ອຍສາກົນນີ້ ສຊປລ ໄດ້ກະ ກຽມບັນດາກິດຈະກຳປິ່ນອ້ອມຫຼາຍຢ່າງ ເປັນຕົ້ນແມ່ນຂະບວນການຮ່ວມກັນປູກຕົ້ນໄມ້ ການມອບອຸປະກອນການສຶກສາໃຫ້ເດັກນ້ອຍ ແລະ ພິເສດແມ່ນການຈັດການແຂ່ງຂັນລະຄອນສັ້ນພາຍໃຕ້ຫົວຂໍ້ “ຕ້ານສິ່ງເສບຕິດ” ເພື່ອປົກປ້ອງເດັກນ້ອຍຈາກໄພສັງຄົມຕິດພັນກັບກິດຈະກໍາຖາມ-ຕອບວິທະຍາສາດ ແລະ ງານສິລະປະວັນນະຄະດີຢ່າງເບີກບານມ່ວນຊື່ນ.
ໂອກາດນີ້ ທ່ານປະທານປະເທດ ພ້ອມພັນລະຍາ ກໍໄດ້ມອບອຸປະກອນການສຶກສາໃຫ້ເຍົາວະຊົນ ພ້ອມແຈກຢາຍເຂົ້າໜົມ ແລະ ຮ່ວມປູກຕົ້ນໄມ້.

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ