ສານຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຖິງເດັກລາວບັນດາເຜົ່າ ໃນໂອກາດວັນເດັກສາກົນ 1 ມິຖຸນາ 2026.
03/06/2026

ໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2026 ທີ່ໄດ້ໝູນວຽນມາບັນຈົບຄົບຮອບ 101 ປີ, ໃນນາມ ຕາງໜ້າໃຫ້ການນໍາພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄວາມຮັກແພງ, ຄວາມຫ່ວງໄຍ ແລະ ຄໍາອວຍພອນອັນປະເສີດ ມາຍັງລູກຫລານອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າທຸກຄົນ ທັງພາຍໃນປະເທດ ແລະ ເດັກລາວທີ່ສຶກສາຮໍ່າຮຽນ ແລະ ອາໄສຢູ່ຕ່າງປະເທດ.
ການສະເຫຼີມສະຫຼອງວັນເດັກສາກົນ 1 ມິຖຸນາ ໃນທຸກປີ ເປັນວັນແຫ່ງຄວາມສຸກ ແລະ ຄວາມເບີກບານມ່ວນຊື່ນຂອງເດັກ, ທັງເປັນໂອກາດ ທີ່ທົ່ວສັງຄົມໄດ້ຮ່ວມກັນທົບທວນ ແລະ ຢືນຢັນຄວາມສຳຄັນຂອງການສົ່ງເສີມ ແລະ ປົກປ້ອງສິດທິເດັກ, ສ້າງສະພາບແວດລ້ອມທີ່ປອດໄພ, ອົບອຸ່ນ ແລະ ເປັນມິດ ເພື່ອໃຫ້ເດັກທຸກຄົນ ໄດ້ເຕີບໃຫຍ່ຢ່າງມີຄຸນນະພາບ. ເດັກນ້ອຍທຸກຄົນ ແມ່ນຄວາມຫວັງ, ແມ່ນກໍາລັງສຳຄັນ ແລະ ອະນາຄົດຂອງຊາດ, ເປັນຜູ້ສືບທອດ ແລະ ເປັນກໍາລັງຫຼັກແຫຼ່ງ ໃນການພັດທະນາປະເທດໃນອະນາຄົດ. ດັ່ງນັ້ນ ການດູແລ, ປົກປ້ອງເດັກ ແລະ ສ້າງໂອກາດໃຫ້ເດັກຈຶ່ງເປັນຄວາມຮັບຜິດຊອບຮ່ວມກັນ ຂອງທຸກຄົນໃນສັງຄົມ.
ສໍາລັບ ສປປ ລາວ, ການສະເຫຼີມສະຫຼອງວັນເດັກສາກົນ ໄດ້ດໍາເນີນຄຽງຄູ່ກັບວັນປູກຕົ້ນໄມ້ແຫ່ງຊາດ ແມ່ນເພື່ອປູກຝັງໃຫ້ເດັກມີຄວາມຮັບຜິດຊອບ, ຮັກໃນການປົກປັກຮັກສາທຳມະຊາດ ແລະ ສິ່ງແວດລ້ອມ ຕັ້ງແຕ່ຍັງນ້ອຍ, ເດັກປຽບເໝືອນຕົ້ນກ້າ ທີ່ຕ້ອງການດູແລ, ອົບຮົມສັ່ງສອນຈາກ ພໍ່ແມ່, ຜູ້ປົກຄອງ, ຄູອາຈານ ແລະ ສັງຄົມ ເພື່ອສ້າງພູມຄຸ້ມກັນໃຫ້ເດັກ ຫ່າງໄກຈາກສິ່ງທີ່ບໍ່ດີ, ສ້າງໃຫ້ເຂົາເຈົ້າເຕີບໃຫຍ່ ເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ, ເປັນຜູ້ສືບທອດ ແລະ ຕັດສີນຊາຕາກຳຂອງຊາດ ໃນອະນາຄົດ.
ໃນຊຸມປີຜ່ານມາ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ຕໍ່ການພັດທະນາເດັກລາວ ທັງດ້ານສຸຂະພາບ, ໂພຊະນາການ, ການສຶກສາ, ສົ່ງເສີມຄວາມສະເໝີພາບ, ກາລະໂອກາດ ໃຫ້ເດັກຍິງ-ເດັກຊາຍ ແລະ ການຄຸ້ມຄອງສິດທິເດັກ. ເຖິງຢ່າງໃດກໍຕາມ ພວກເຮົາເຫັນວ່າ ຍັງມີເດັກຈໍານວນບໍ່ໜ້ອຍ ໂດຍສະ ເພາະ ເດັກທີ່ອາໄສຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ຍັງຜະເຊີນກັບສິ່ງທ້າທາຍຕ່າງໆ ເຊັ່ນ: ຄວາມທຸກຍາກ, ການອອກໂຮງຮຽນ, ການໃຊ້ຄວາມຮຸນແຮງຕໍ່ເດັກ, ການແຕ່ງດອງກ່ອນໄວອັນຄວນ, ການໃຊ້ແຮງງານເດັກ, ບັນຫາຢາເສບຕິດ, ການປ່ຽນແປງດິນຟ້າອາກາດ, ໄພພິບັດ ແລະ ອື່ນໆ. ນອກຈາກນັ້ນ, ໃນຍຸກທີ່ມີການນຳໃຊ້ດີຈິຕອນ ເຮັດໃຫ້ເກີດມີຄວາມສ່ຽງຈາກການນໍາໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍ. ສະນັ້ນ, ພວກເຮົາ ຕ້ອງຮ່ວມມືກັນພັດທະນາເດັກລາວ ໃຫ້ມີຄວາມຮູ້, ມີທັກສະນໍາໃຊ້ເຕັກໂນໂລຊີ ຢ່າງສ້າງສັນ ແລະ ປອດໄພ, ພ້ອມທັງສ້າງພູມຄຸ້ມກັນໃຫ້ເດັກ ຮູ້ຈັກປົກປ້ອງຕົນເອງ ຈາກສິ່ງບໍ່ດີຕ່າງໆ.
ຄະນະກໍາມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ໃນນາມເປັນເສນາທິການໃຫ້ລັດຖະບານ ພວມສູມໃສ່ສ້າງແຜນດຳເນີນງານແຫ່ງຊາດ ເພື່ອສົ່ງເສີມປົກປ້ອງສິດທິເດັກ ແລະ ແຜນປ້ອງກັນ, ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ເດັກ 2026-2030. ໃນນາມ ຕາງໜ້າລັດຖະບານແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍຢືນຢັນວ່າ ລັດຖະບານ ຈະສືບຕໍ່ລົງທຶນ ແລະ ສ້າງເງື່ອນໄຂ ເພື່ອໃຫ້ເດັກລາວທຸກຄົນ ໄດ້ຮັບການພັດທະນາຢ່າງຮອບດ້ານ ທັງດ້ານຮ່າງກາຍ, ສະຕິປັນຍາ, ຈິດໃຈ ແລະ ຄຸນນະທຳ. ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ພໍ່ແມ່, ຄູອາຈານ, ອົງການຈັດຕັ້ງ, ຊຸມຊົນ, ພາກທຸລະກິດ ແລະ ຄູ່ຮ່ວມພັດທະນາ ຈົ່ງໃຫ້ການຮ່ວມມື ໃນການສະໜັບສະໜູນ ການສົ່ງເສີມ, ພັດທະນາ, ປົກປ້ອງ ແລະ ສ້າງໂອກາດທີ່ດີ ໃຫ້ເດັກທຸກຄົນ.
ໃນໂອກາດວັນເດັກສາກົນ ວັນທີ 1 ມິຖຸນາ 2026 ນີ້ ຂໍອວຍພອນໃຫ້ພວກລູກຫຼານອະນຸຊົນ, ເຍົາວະຊົນ ແລະ ເດັກລາວບັນດາເຜົ່າທຸກຖ້ວນໜ້າ ຈົ່ງມີແຕ່ຄວາມເບີກບານມ່ວນຊື່ນ, ມີສຸຂະພາບແຂງແຮງ, ມີຄວາມຝັນອັນຍິ່ງໃຫຍ່, ຕັ້ງໃຈຮຽນ, ຮັກຄອບຄົວ ແລະ ປະເທດຊາດ ເພື່ອເຕີບໃຫຍ່ເປັນກຳລັງສຳຄັນ ໃນການສ້າງອະນາຄົດອັນສົດໄສ ໃຫ້ແກ່ປະເທດຊາດບ້ານເມືອງ ອັນແສນຮັກຂອງພວກເຮົາ.
ຂໍໃຫ້ການສະເຫຼີມສະຫຼອງ ວັນເດັກສາກົນ ປີ 2026 ຈົ່ງດໍາເນີນໄປດ້ວຍຄວາມຟົດຟື້ນ, ເຕັມໄປດ້ວຍຄວາມໝາຍ ແລະ ນໍາເອົາຄວາມສຸກ-ຄວາມເບີກບານມ່ວນຊື່ນ ມາສູ່ເດັກລາວທຸກຄົນ.
ທີ່ມາ: ປະເທດລາວ (Pathedlao)
ຂ່າວທີ່ກ່ຽວຂ້ອງ












