ໂຄງການການເມືອງ ຂອງພັກປະຊາຊົນປະຕິວັດລາວ ໄດ້ວາງ 11 ແຜນນະໂຍບາຍໃຫຍ່ ເພື່ອເຮັດໃຫ້ຈຸດໝາຍ, ທິດທາງ ໃນການບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ໄດ້ຮັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ເປັນຮູບປະທໍາຕົວຈິງ. ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ໄດ້ລາຍງານ 11 ແຜນງານໃຫຍ່ ທີ່ນອນຢູ່ໃນຮ່າງໂຄງການການເມືອງຕໍ່ກອງປະຊຸມໃຫຍ່ ຜູ້ແທນທົວປະເທດ ຄັ້ງທີ XII ຂອງພັກ ຊຶ່ງໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 6 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ ວ່າ: ໜຶ່ງ: ພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໃຫ້ເປັນລະບົບ, ທັນສະໄໝ, ປະກອບດ້ວຍຫຼາຍພາກສ່ວນເສດຖະກິດ, ຫຼາຍຮູບແບບກຳມະສິດ, ຫຼາຍຮູບການຈັດຕັ້ງຜະລິດທຸລະກິດ ແລະ ຫຼາຍຮູບການແຈກຢາຍ, ໃນນັ້ນ ພາກສ່ວນເສດຖະກິດລັດ ດຳລົງບົດບາດເປັນເຈົ້າພາທາງ, ພາກສ່ວນເສດຖະກິດອື່ນໆ ປະກອບເປັນກຳລັງແຮງ ຂອງພື້ນຖານເສດຖະກິດແຫ່ງຊາດ; ສອງ: ຫັນເປັນອຸດສາຫະກໍາ, ຫັນເປັນທັນສະໄໝ, ຫັນເປັນດີຈີຕອນ ບົນພື້ນຖານການຄົ້ນຄວ້າ, ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ, ເສີມຂະຫຍາຍທ່າແຮງໄດ້ປຽບ, ຄວາມສາມາດບົ່ມຊ້ອນ […]