ງານພົບປະອະດີດນັກຮຽນໂຮງຮຽນນ້ອງນ້ອຍ 67 ໜານໜິງ ແລະ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ສະຫຼອງສາຍພົວພັນ ລາວ-ຈີນ ຄົບຮອບ 65 ປີ
03/06/2026

ໃນວັນທີ 27 ພຶດສະພາ 2026, ສະມາຄົມ 67 ຊ່ວຍເຫຼືອກັນ ແລະ ພັດທະນາສັງຄົມ ໄດ້ຈັດງານພົບປະຢ່າງສຸດອົບອຸ່ນ ລະຫວ່າງ ອະດີດນັກຮຽນ ໂຮງຮຽນນ້ອງນ້ອຍ 67 ໜານໜິງ ກັບ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ສປ ຈີນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (25 ເມສາ 1961 – 25 ເມສາ 2026) ແລະ ປີມິດຕະພາບ ລາວ-ຈີນ ໃຫ້ກຽດເຂົ້າຮ່ວມໃນພິທີອັນກຽດນີ້ໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທັງເປັນອະດີດນັກຮຽນໂຮງຮຽນນ້ອງນ້ອຍ 67, ມີ ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ສົມສະນິດ ແກ້ວດວງດີ ປະທານສະມາຄົມ 67 ຊ່ວຍເຫຼືອກັນ ແລະ ພັດທະນາສັງຄົມ ແລະ ທ່ານ ນາງ ຫຼູ ຊີນໜິງ ຮອງປະທານເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ. ນອກນັ້ນ, ຍັງມີຮອງປະທານສະຫະພັນກຳມະບານກວາງຊີ, ຄະນະນຳພັກ-ລາຊະການ, ອະດີດຄູສອນ, ແພດໝໍຈີນ, ຮອງອຳນວຍການບໍລິສັດ ການລົງທຶນກວາງຊີ ກຣຸບ ຈຳກັດ, ປະທານສະມາຄົມຄົນກວາງຊີ ແລະ ປະທານສະພາການຄ້າກວາງຊີ ພ້ອມດ້ວຍອະດີດນັກຮຽນໂຮງຮຽນນ້ອງນ້ອຍ 67 ເຂົ້າຮ່ວມຢ່າງຟົດຟື້ນ.
ໃນພິທີ, ທ່ານ ນາງ ສົມສະນິດ ແກ້ວດວງດີ ໄດ້ກ່າວເຖິງປະຫວັດຄວາມເປັນມາຂອງອະດີດພະນັກງານ ແລະ ນັກຮຽນ ໂຮງຮຽນນ້ອງນ້ອຍ 67 ໜານໜິງ ໃນໄລຍະແຕ່ປີ 1967-1976 ໂດຍສັງເຂບວ່າ ພາຍຫຼັງສາຍພົວພັນການທູດ ລາວ-ຈີນ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 25 ເມສາ 1961 ເພື່ອຮັດແໜ້ນໄມຕີຈິດມິດຕະພາບ ແລະ ຊ່ວຍເຫຼືອກັນທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ລັດຖະບານ ສປ ຈີນ ຈຶ່ງໄດ້ສ້າງໂຮງຮຽນໃຫ້ເດັກນ້ອຍລາວ ຢູ່ເມືອງໜານໜິງ ແຂວງກວາງຊີ ໃນປີ 1967. ໂຮງຮຽນແຫ່ງນີ້ ເປັນບ່ອນສິດສອນ ແລະ ຮ່ຳຮຽນຊັ້ນປະຖົມ ໂດຍນຳໃຊ້ຫຼັກສູດພາສາລາວ ໃຫ້ແກ່ລູກຫຼານຂອງນັກປະຕິວັດລາວ ເຊິ່ງໃນໄລຍະນັ້ນ ມີພະນັກງານ ແລະ ນັກຮຽນລາວທັງໝົດ 1,074 ຄົນ.
ຕະຫຼອດໄລຍະ 10 ປີ ທີ່ໄດ້ຮັບການເບິ່ງແຍງ ແລະ ຊຸບຫຼໍ່ຈາກໂຮງຮຽນນ້ອງນ້ອຍ 67 ມັນໄດ້ກາຍເປັນຄວາມຊົງຈຳທີ່ຝັງແໜ້ນຢູ່ໃນໃຈຢ່າງບໍ່ມີວັນລືມ. ປັດຈຸບັນ, ອະດີດນັກຮຽນເຫຼົ່ານັ້ນ ໄດ້ເຕີບໃຫຍ່ກາຍເປັນພະນັກງານສືບທອດພາລະກິດປະຕິວັດ ແລະ ເປັນພະນັກງານການນຳລະດັບສູງຂອງປະເທດຊາດ ເປັນຕົ້ນແມ່ນ ມີ 14 ທ່ານ ດຳລົງຕຳແໜ່ງເປັນກຳມະການສູນກາງພັກ; ຫຼາຍທ່ານດຳລົງຕຳແໜ່ງເປັນລັດຖະມົນຕີ, ຮອງລັດຖະມົນຕີ, ປະທານ-ຮອງປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າ-ຮອງຫົວໜ້າກົມ ແລະ ປະທານບໍລິສັດຂະໜາດໃຫຍ່.
ສຳລັບທິດທາງແຜນການໃນຕໍ່ໜ້າ, ສະມາຄົມ 67 ຊ່ວຍເຫຼືອກັນ ແລະ ພັດທະນາສັງຄົມ ຈະສືບຕໍ່ຮ່ວມມືກັບ ສປ ຈີນ ໂດຍສະເພາະແມ່ນເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີ ໃນຫຼາຍດ້ານ ຄື: ສືບຕໍ່ໃຫ້ທຶນການສຶກສາລະດັບປະລິນຍາຕີ ແລະ ປະລິນຍາໂທ ທີ່ແຂວງກວາງຊີ ພ້ອມທັງຊ່ວຍເຫຼືອອຸປະກອນການສຶກສາໃຫ້ແກ່ນັກຮຽນທີ່ຂາດແຄນໃນ ສປປ ລາວ; ຈັດຕັ້ງການໄປທັດສະນະ ແລະ ຢ້ຽມຢາມກວາງຊີຢ່າງຕໍ່ເນື່ອງ, ພ້ອມທັງຮັກສາການພົວພັນຢ້ຽມຢາມອະດີດນັກຮຽນນ້ອງນ້ອຍ 67 ຢູ່ແຕ່ລະແຂວງໃນຂອບເຂດທົ່ວປະເທດ; ວາງແຜນສ້າງຫໍມູນເຊື້ອ, ກໍ່ສ້າງໂຮງຮຽນ 67 ແຫ່ງທີສອງ ຢູ່ທີ່ນະຄອນຫຼວງວຽງຈັນ ແລະ ສ້າງຮູບເງົາສາລະຄະດີກ່ຽວກັບປະຫວັດມູນເຊື້ອແຫ່ງສາຍພົວພັນ ລາວ-ຈີນ.
ໃນໂອກາດອັນສະຫງ່າງາມນີ້, ຍັງໄດ້ມີພິທີມອບໃບກຽດຕິຄຸນໃຫ້ແກ່ພາກສ່ວນທີ່ໃຫ້ການອຸປະຖຳໃນການຈັດງານຄັ້ງນີ້ ໂດຍໃຫ້ກຽດມອບໂດຍ ທ່ານ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.
ຫຼັງຈາກນັ້ນ, ໄດ້ມີພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມື ລະຫວ່າງ ສະມາຄົມ 67 ຊ່ວຍເຫຼືອກັນ ແລະ ພັດທະນາສັງຄົມ ກັບ ບໍລິສັດ ການລົງທຶນກວາງຊີ ກຣຸບ ຈຳກັດ ໂດຍມີຄະນະປະທານ ແລະ ແຂກຜູ້ມີກຽດຮ່ວມເປັນສັກຂີພິຍານຢ່າງສົມກຽດ.
ຂ່າວໂດຍ: ສັນຕິສຸກ
ຂ່າວທີ່ກ່ຽວຂ້ອງ
















