ສຳນັກຂ່າວສານຫວຽດນາມ ເປີດໂຕສິ່ງພິມຂໍ້ມູນສະເພາະກິດ “ເຕັກໂນໂລຊີ ແລະ ອະນາຄົດ” ໂອກາດວັນເກີດປະທານໂຮ່ຈີມິນ ຄົບຮອບ 136 ປີ
18/05/2026

ໃນຕອນເຊົ້າວັນທີ 18 ພຶດສະພາ 2026 ຢູ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 136 ປີ (19/5/1890 – 19/5/2026), ສຳນັກຂ່າວສານຫວຽດນາມ (TTXVN) ໄດ້ເປີດໂຕສິ່ງພິມຂໍ້ມູນສະເພາະກິດ “ເຕັກໂນໂລຊີ ແລະ ອະນາຄົດ”, ເພື່ອຕອບຮັບການຈັດຕັ້ງປະຕິບັດຕາມມະຕິສະບັບເລກທີ 57-NQ/TW ຂອງກົມການເມືອງ ວ່າດ້ວຍການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນແຫ່ງຊາດ.
ນີ້ແມ່ນສິ່ງພິມສະເພາະກິດທີ່ອອກເປັນລາຍເດືອນ, ເພື່ອສະໜອງເອກະສານອ້າງອີງແບບເຈາະເລິກ ຮັບໃຊ້ໃຫ້ແກ່ງານການນຳພາ-ຊີ້ນຳຂອງພັກ ແລະ ການບໍລິຫານຂອງລັດ ໃນຂົງເຂດວິທະຍາສາດ – ເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນ.
ແຫຼ່ງຂ່າວ: ສຳນັກຂ່າວຫວຽດນາມ (TTXVN)
ຂ່າວທີ່ກ່ຽວຂ້ອງ













