Skip to main content

ປະກາດແຕ່ງຕັ້ງ ທ່ານ ອະນຸສອນ ສຸດທິວົງ ຂຶ້ນເປັນວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ

18/05/2026
ພິທີປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂອງພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 15 ພຶດສະພາ 2026 ທີ່ຫ້ອງປະຊຸມໃຫຍ່ຂອງພະແນກສຶກສາທິການ ແລະ ກິລາແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ມີ,ທ່ານ ນາງ ຈັນເພັງສຸກ ເພັດຕະພອນ ຮອງຫົວໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍຄະນະພະແນກສຶກສາທິການ ແລະ ກິລາແຂວງ, ພະແນກການອ້ອມຂ້າງ, ຫ້ອງການສຶກສາທິການ ແລະ ກິລາເມືອງ/ນະຄອນ, ຕາງໜ້າມະຫາວິທະຍາໄລ, ວິທະຍາໄລ, ຫົວໜ້າສະມາຄົມສະຖານສຶກສາພາກເອກະຊົນ, ຂະແໜງການໃນພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ປອ ສຸກສົມພອນ ອະໂນໄທ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ (ຜູ້ເກົ່າ) ໄດ້ຂຶ້ນຜ່ານບົດລາຍງານການນຳພາ-ຊີ້ນຳວຽກງານຮອບດ້ານ ໃນຕະຫຼອດໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນໃນການພັດທະນາວຽກງານການສຶກສາພາຍໃນແຂວງ ໂດຍສະເພາະສະຖິຕິໃນສົກຮຽນ 2025-2026 ທົ່ວແຂວງມີໂຮງຮຽນທັງໝົດ 1,878 ແຫ່ງ, ມີນັກຮຽນຈຳນວນ 174,378 ຄົນ ແລະ ມີພະນັກງານ-ລັດຖະກອນລວມທັງໝົດ 7,508 ຄົນ; ພ້ອມທັງໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດແຜນງົບປະມານ ແລະ ບັນດາໂຄງການຊ່ວຍເຫຼືອຕ່າງໆ ເພື່ອຍົກລະດັບຄຸນນະພາບການສຶກສາຢ່າງເປັນຮູບປະທຳ.

ຈາກນັ້ນ ທ່ານ ນາງ ຈັນເພັງສຸກ ເພັດຕະພອນ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງແຂວງ ສະບັບເລກທີ 751/ຄປຂ, ລົງວັນທີ 28 ເມສາ 2026 ວ່າດ້ວຍການຍົກຍ້າຍ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໄປປະຈຳການຢູ່ຫ້ອງວ່າການເມືອງອາດສະພັງທອງ; ຜ່ານຂໍ້ຕົກລົງ ສະບັບເລກທີ 931/ຄປຂ, ລົງວັນທີ 13 ພຶດສະພາ 2026 ວ່າດ້ວຍ

ຕອນທ້າຍພິທີ, ທ່ານ ບຸນໂຈມ ອຸບົນປະເສີດ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ໂອວາດຊີ້ນຳ ເຊິ່ງກ່ອນອື່ນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການນຳພາ ຂອງທ່ານຫົວໜ້າພະແນກຜູ້ເກົ່າໃນໄລຍະຜ່ານມາ. ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ວ່າການຫົວໜ້າພະແນກຜູ້ໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອອັນດີງາມ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ-ລັດຖະກອນ, ເອົາໃຈໃສ່ປັບປຸງຄຸນນະພາບການຮຽນ-ການສອນໃນທຸກຊັ້ນທຸກສາຍໃຫ້ສູງຂຶ້ນ, ຍົກສູງແບບແຜນວິທີເຮັດວຽກໃຫ້ມີຄວາມຊັດເຈນ ແລະ ສືບຕໍ່ແກ້ໄຂບັນຫາສິ່ງທ້າທາຍຕ່າງໆ ໃນຂົງເຂດການສຶກສາ ເພື່ອເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
ພາບ-ຂ່າວ: ພານຸມາດ ສກຂ ສະຫວັນນະເຂດ

ຂ່າວທີ່ກ່ຽວຂ້ອງ



ຂ່າວອື່ນທີ່ໜ້າສົນໃຈ