Skip to main content

ສົມລາຄາມື 1 ຂອງລາວ “ສະຖາພອນ” ຄວ້າແຊ໋ມເທັນນິດດ່ຽວຊາຍ ລາຍການ ເບຍລາວ ໂອເພັນ 2025

03/11/2025

ສົມລາຄາມື 1 ຂອງປະເທດລາວ ທ້າວ ສະຖາພອນ ສິມມາລາວົງ ຄອງແຊ໋ມການແຂ່ງຂັນກິລາເທັນນິດ ລາຍການ ເບຍລາວ ໂອເພັນ 2025 ຫຼື “Beer Lao Tennis Open 2025” ລະຫວ່າງວັນທີ 13 ຕຸລາ ຫາວັນທີ 2 ພະຈິກ 2025. ຂະນະທີ່ ທ້າວ ພູຜາ ຈັນທະວົງ ສ້າງປະຫວັດສາດຄວ້າແຊ໋ມເຖິງ 3 ລາຍການ.

ພິທີປິດການແຂ່ງຂັນລາຍການນີ້ ຈັດຂຶ້ນໃນວັນທີ 2 ພະຈິກ 2025 ທີ່ສະໂມສອນ ເທັນນິດ ວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ສົມພູ ພົງສາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິດແຫ່ງຊາດລາວ, ທ່ານ ເຮັນຣິກ ແອນເດີສັນ ຜູ້ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ ແລະ ທ່ານ ກິດສະໜາ ວົງໄຊ ປະທານບໍລິສັດ ເບຍລາວ ຈໍາກັດ ພ້ອມດ້ວຍບັນດາຄະນະນໍາ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມ.

 

ການແຂ່ງຂັນໃນຄັ້ງນີ້ ຈັດກໍເພື່ອສືບຕໍ່ປະຕິບັດຕາມແຜນຍຸດທະສາດການພັດທະນາກິລາເທັນນິດລາວ ໂດຍສະເພາະການສ້າງໂອກາດໃຫ້ນັກກິລາໄດ້ມີການແຂ່ງຂັນຢ່າງຕໍ່ເນື່ອງ ພ້ອມທັງເປັນການທົດສອບການພັດທະນາສີມືຂອງນັກກິລາ ທັງເປັນການຄັດເລືອກນັກກິລາດີເດັ່ນແຕ່ລະຮຸ່ນອາຍຸ ເພື່ອເປັນຕົວແທນທີມຊາດລາວ ກຽມເຂົ້າຮ່ວມແຂ່ງຂັນໃນລາຍການຕ່າງໆ ໃນອະນຸພາກພື້ນ, ພາກພື້ນ ແລະ ສາກົນ ແລະ ກໍຍັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ແລະ ສ້າງຂະບວນການກິລາເທັນນິດພາຍໃນປະເທດໃຫ້ເປັນຂະບວນການຟົດຟື້ນອີກດ້ວຍ.

ລາຍການນີ້ມີການຊິງໄຊເຖິງ 14 ລາຍການປະກອບມີ: ຮຸ່ນເຍົາວະຊົນ ອາຍຸລະຫວ່າງ 5-8 ປີ, ຮຸ່ນເຍົາວະຊົນ ອາຍຸບໍ່ເກີນ 10 ປີ, ຮຸ່ນເຍົາວະຊົນຍິງ ອາຍຸບໍ່ເກີນ 12 ປີ, ຮຸ່ນເຍົາວະຊົນຊາຍ ອາຍຸບໍ່ເກີນ 12 ປີ, ຮຸ່ນເຍົາວະຊົນ ອາຍຸລະຫວ່າງ 14-16 ປີ, ດ່ຽວຊາຍ ສາຍ ກ Single A, ດ່ຽວ ສາຍ ຂ Single B, ດ່ຽວ ສາຍ ຄ Single C , ຄູ່ ສາຍ ກ+ຂ Double A+B, ຄູ່ ສາຍ ກ+ຂ Double A+B, ຄູ່ ສາຍ ຄ Double C, ຄູ່ປະສົມ (Mixed Double), ຄູ່ອາວຸໂສ ອາຍຸ 60 ປີ ຂຶ້ນໄປ ແລະ ຄູ່ VIP ມີນັກກິລາເຂົ້າຮ່ວມທັງໝົດ 250 ຄົນ ລາຍການດັ່ງກ່າວ ໄດ້ຮັບການສະໜັບສະໜູນຫຼັກຈາກ ບໍລິສັດ ເບຍລາວ ຈຳກັດ.
ຜ່ານການແຂ່ງຂັນຜົນປະກົດວ່າ: ຮຸ່ນອາຍຸລະຫວ່າງ 5-8 ປີ ຊະນະເລີດ ທ້າວ ເຄວ້າ ຈັນທະວົງ, ຮຸ່ນເຍົາວະຊົນຊາຍ ອາຍຸບໍ່ເກີນ 10 ປີ ຊະນະເລີດ ທ້າວ ໄຊຊະນະ ຈັນສົມພູ, ຮຸ່ນເຍົາວະຊົນຍິງ ອາຍຸບໍ່ເກີນ 12 ປີ ຊະນະເລີດ ນາງ ຈັນທະພອນ ສີລິເວດ, ຮຸ່ນເຍົາວະຊົນຊາຍ ອາຍຸບໍ່ເກີນ 12 ປີ ຊະນະເລີດ ທ້າວ ຊະນະໄຊ ຈັນສົມພູ, ຮຸ່ນເຍົາວະຊົນຊາຍ ອາຍຸ ບໍ່ເກີນ 14-16 ປີ ຊະນະເລີດ ທ້າວ ຊະນະພອນ ສີຫາວົງ.

 

ສ່ວນປະເພດ ດ່ຽວຊາຍ ສາຍ ກ (Single A) ຊະນະເລີດ ທ້າວ ສະຖາພອນ ສິມມາລາວົງ, ດ່ຽວ ສາຍ ຂ (Single B) ຊະນະເລີດ ທ້າວ Sam, ດ່ຽວ ສາຍ ຄ (Single C) ຊະນະເລີດ ທ້າວ ພູຜາ ຈັນທະວົງ, ຄູ່ຊາຍ ສາຍ ຄ (Double C) ຊະນະເລີດ ທ້າວ ພູຜາ ຈັນທະວົງ ແລະ ທ້າວ ສີຣິສັນຕິສຸກ ໂພຄະສົມບູນ, ຄູ່ຊາຍສາຍ ກ+ຂ (Double A+B) ຊະນະເລີດ ທ້າວ ແຊມ ແລະ ທ້າວ ພູຜາ ຈັນທະວົງ, ຄູ່ປະສົມ ຊະນະເລີດ ທ້າວ ເມດ ແລະ ນາງ ວິຣັນ ຊານາ, ສ່ວນປະເພດຄູ່ອາວຸໂສ ຊະນະເລີດ ແມ່ນ ທ້າວ ຊຸນຫົງ ແລະ ທ້າວ ດົງກີ ແລະ ຄູ່ ວີໄອພີ ຊະນະເລີດ ທ່ານ ມະໂນທອງ ວົງໄຊ ແລະ ທ່ານ ພຸດທະສັກ ພົມມະຈັກ.

ພາບ-ຂ່າວ ໂດຍ: ສົງການ ພັນແພງດີ