ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
21/10/2026

ສຳລັບນັກຮຽນທີ່ມີຄວາມພິການ, ການມີສ່ວນຮ່ວມຢ່າງເຕັມສ່ວນໃນໂຮງຮຽນ ຈະເກີດຂຶ້ນໄດ້ກໍເມື່ອຄວາມຕ້ອງການໃນການຮຽນຮູ້ ແລະ ການສະໜັບສະໜູນເຂົາເຈົ້າ ສາມາດຮູ້ໄດ້ໂດຍຄູ. ນັກຮຽນບາງຄົນ ອາດປະສົບກັບຄວາມຫຍຸ້ງຍາກໃນດ້ານການເບິ່ງເຫັນ, ການໄດ້ຍິນ, ການສື່ສານ, ການເຄື່ອນໄຫວ ຫຼື ການຮຽນຮູ້ ເຊິ່ງສົ່ງຜົນກະທົບຕໍ່ຄວາມສາມາດໃນການມີສ່ວນຮ່ວມໃນກິດຈະກຳການຮຽນການສອນໃນຫ້ອງຮຽນ. ຄວາມຫຍຸ້ງຍາກແຕ່ລະດ້ານ ແມ່ນຕ້ອງການວິທີການແກ້ໄຂທີ່ແຕກຕ່າງກັນ ແລະ ການດັດປັບວິທີການສອນໃຫ້ເໝາະສົມ. ຖ້າວ່າຄວາມຕ້ອງການເຫຼົ່ານີ້ ບໍ່ໄດ້ຮັບການລະບຸຢ່າງຖືກຕ້ອງ, ນັກຮຽນອາດຈະບໍ່ໄດ້ຮັບການສະໜັບສະໜູນທີ່ຈຳເປັນຢ່າງເໝາະສົມ ເພື່ອໃຫ້ເຂົາເຈົ້າສາມາດມີສ່ວນຮ່ວມ ແລະ ຮຽນຮູ້ໄປພ້ອມກັບເພື່ອນຮ່ວມຫ້ອງໄດ້.
ເພື່ອຊ່ວຍແກ້ໄຂສິ່ງທ້າທາຍດັ່ງກ່າວ, ກະຊວງສຶກສາທິການ ແລະ ກິລາ (ສສກ) ກໍຄືລັດຖະບານ ແຫ່ງ ສປປ ລາວ, ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ກໍາລັງນໍາພາການດໍາເນີນຂັ້ນຕອນຕໍ່ໄປຂອງການສຶກສາຄົ້ນຄວ້າ ກ່ຽວກັບການມີສ່ວນຮ່ວມຂອງນັກຮຽນພິການ ໃນລະຫວ່າງວັນທີ 5-16 ຕຸລາ 2026 ຢູ່ທີ່ເມືອງຄູນ ແຂວງຊຽງຂວາງ.
ການສຶກສາຄົ້ນຄວ້າ ແມ່ນຈະດໍາເນີນຕະຫຼອດສົກຮຽນ 2026-2027 ໃນໂຮງຮຽນປະຖົມຈໍານວນໜຶ່ງ. ການສຶກສາແມ່ນຈະສຶກສາວ່າ ຊຸດອະປະກອນຊ່ວຍເຫຼືອຄູ ທີ່ພັດທະນາໂດຍ ສສກ ຮ່ວມກັບ ແຜນງານບີຄວາ ສາມາດນຳໃຊ້ຢູ່ໃນໂຮງຮຽນຕົວຈິງໄດ້ດີຄືແນວໃດ, ເປັນປະໂຫຍດ ແລະ ປະຕິບັດໄດ້ຈິງໂດຍ ຄູສອນ ພ້ອມທັງວິທີການໃດທີ່ຄວນປັບປຸງເພື່ອໃຫ້ປະຕິບັດໄດ້ດີກວ່າເກົ່າ. ເອກະສານເຫຼົ່ານີ້ ລວມມີຊຸດອຸປະກອນຊ່ວຍເຫຼືອຄູ ໂມດູນທີ 14 (TSP 14), ເຊິ່ງປະກອບມີ ແບບຟອມປະເມີນຄວາມຫຍຸ້ງຍາກໃນການຮຽນ ສຳລັບຄູ (CFM-TV) ແລະ ວິດີໂອສຳລັບການພັດທະນາຄູ ທີ່ 29 (TDV 29) ເຊິ່ງໄດ້ຖືກນໍາສົ່ງໃຫ້ແກ່ໂຮງຮຽນ ແລະ ໄດ້ມີການຄັດເລືອກຄູ ແລະ ຜູ້ອໍານວຍການໂຮງຮຽນ ເພື່ອເຂົ້າຮ່ວມການສຶກສາຄົ້ນຄວ້າ ໃນເດືອນກັນຍາ 2026 ທີ່ຜ່ານມາ ເຊິ່ງເປັນຂັ້ນຕອນທໍາອິດຂອງຂະບວນການສຶກສາຄົ້ນຄວ້າ.
ເອກະສານເຫຼົ່ານີ້ຖືກອອກແບບມາ ເພື່ອຊ່ວຍໃຫ້ຄູສາມາດສັງເກດການຮຽນຮູ້ ແລະ ຄວາມຕ້ອງການໃຫ້ຊ່ວຍເຫຼືອຂອງນັກຮຽນໄດ້. ແບບສອບຖາມ CFM-TV ຊ່ວຍແນະນຳຄູໃນການສັງເກດຢ່າງລະອຽດກ່ຽວກັບຄວາມຫຍຸ້ງຍາກໃນດ້ານຕ່າງໆທີ່ນັກຮຽນອາດມີຢູ່. ວິດີໂອ TDV 29 ສະແດງໃຫ້ເຫັນພຶດຕິກຳຕົວຈິງໃນຫ້ອງຮຽນທີ່ອາດບົ່ງບອກວ່າ ເດັກຕ້ອງການການຊ່ວຍເຫຼືອເພີ່ມ, ພ້ອມທັງອະທິບາຍວິທີການນຳໃຊ້ແບບສອບຖາມ CFM-TV. ເມື່ອຮູ້ເຖິງຄວາມຕ້ອງການຂອງນັກຮຽນແລ້ວ, ວິທີການການສອນໃນເອກະສານ TSP 14 ສາມາດຊ່ວຍໃຫ້ຄູວາງແຜນການຊ່ວຍເຫຼືອສະເພາະບຸກຄົນ ແລະ ດັດປັບ ກິດຈະກຳໃນຫ້ອງຮຽນໃຫ້ເໝາະສົມໄດ້.
ໃນລະຫວ່າງການລົງພື້ນທີ່ເກັບຂໍ້ມູນໃນເດືອນຕຸລາ 2026, ທີມງານຄົ້ນຄວ້າໄດ້ຮ່ວມມືກັບໂຮງຮຽນ ແລະ ຄູທີ່ເຂົ້າຮ່ວມການສຶກສາຄົ້ນຄວ້າ ເພື່ອຄັດເລືອກນັກຮຽນເຂົ້າຮ່ວມການຄົ້ນຄວ້ານີ້. ຄູໄດ້ແບ່ງປັນປະສົບການກ່ຽວກັບ ການລະບຸນັກຮຽນທີ່ມີຄວາມພິການ ໂດຍນຳໃຊ້ແບບຟອມ CFM-TV ແລະ ປະຕິບັດຕາມຄຳແນະນຳໃນເອກະສານ TSP 14 ແລະ ວິດີໂອ TDV 29. ພ້ອມດຽວກັນນັ້ນ, ເຂົາເຈົ້າຍັງໄດ້ແລກປ່ຽນກ່ຽວກັບຈຸດທີ່ເຂົ້າໃຈໄດ້ງ່າຍ, ປຶກສາຫາລືຈຸດທີ່ທ້າທາຍ ແລະ ການສະໜັບສະໜູນເພີ່ມເຕີມ ທີ່ອາດຈະຈຳເປັນໃນການປະຕິບັດການສອນ ປະຈຳວັນຂອງເຂົາເຈົ້າ.
ທ່ານ ຄຳ ສຸລິວັນ, ຄູສອນ ຂັ້ນ ປ.5 ຜູ້ທີ່ເຂົ້າຮ່ວມໃນການຄົ້ນຄວ້ານີ້ ໄດ້ກ່າວວ່າ: “ການສອນນັກຮຽນທີ່ມີຄວາມພິການອາດຈະເປັນເລື່ອງທີ່ທ້າທາຍ, ໂດຍສະເພາະເມື່ອເຂົາເຈົ້າມີຄວາມຫຍຸ້ງຍາກໃນການເວົ້າ ແລະ ການຈື່ຈຳ. ໂດຍປະຕິບັດຕາມຄຳແນະນຳໃນຊຸດອຸປະກອນຊ່ວຍເຫຼືອຄູຶໂມດູນທີ 14, ຂ້າພະເຈົ້າໄດ້ນຳໃຊ້ບັດຄຳສັບ ເພື່ອຊ່ວຍໃຫ້ເຂົາເຈົ້າອ່ານ ແລະ ຈື່ຈຳໄດ້ດີຂຶ້ນ. ນອກຈາກນີ້, ຂ້າພະເຈົ້າຍັງໄດ້ຊຸກຍູ້ໃຫ້ເພື່ອນຮ່ວມຫ້ອງຊ່ວຍຕື່ມ ແລະ ແນະນຳຜູ້ປົກຄອງ ໃຫ້ການສະໜັບສະໜູນການຮຽນຮູ້ຂອງເຂົາເຈົ້າຢູ່ເຮືອນອີກດ້ວຍ. ຜົນກໍຄື, ນັກຮຽນມີຄວາມມ່ວນຊື່ນກັບກິດຈະກຳການຮຽນຕ່າງໆຫຼາຍຂຶ້ນ, ມີສ່ວນຮ່ວມຢ່າງຫ້າວຫັນ ແລະ ມີແຮງຈູງໃຈໃນການມາໂຮງຮຽນຫຼາຍຂຶ້ນ.”
ສຳລັບນັກຮຽນ ແລະ ຄອບຄົວຂອງເຂົາເຈົ້າ, ການສຶກສານີ້ຄາດວ່າ ຈະຊ່ວຍໃຫ້ໂຮງຮຽນມີຄວາມເຂົ້າໃຈທີ່ຊັດເຈນຂຶ້ນກ່ຽວກັບຄວາມຕ້ອງການດ້ານການຮຽນຮູ້ຂອງນັກຮຽນແຕ່ລະຄົນ. ສຳລັບຄູ, ການຄົ້ນຄວ້ານີ້ ເປີດໂອກາດໃຫ້ມີການປຶກສາຫາລືກ່ຽວກັບສິ່ງທີ່ນຳໃຊ້ງ່າຍ, ສິ່ງທີ່ຫຍຸ້ງຍາກ ແລະ ຄຳແນະນຳເພີ່ມເຕີມ ທີ່ອາດມີຄວາມຕ້ອງການ. ຂໍ້ມູນຕອບກັບເຫຼົ່ານີ້ຈະຊ່ວຍໃຫ້ ກະຊວງສຶກສາທິການ ແລະ ກິລາ ແລະ ແຜນງານບີຄວາ ສາມາດປະເມີນໄດ້ວ່າ ຊັບພະຍາກອນເຫຼົ່ານັ້ນ ຊ່ວຍສະໜັບສະໜູນການປະຕິບັດການສອນປະຈຳວັນຂອງຄູໄດ້ຄືແນວໃດ.
ທ່ານ ປອ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: “ກະຊວງສຶກສາທິການ ແລະ ກິລາ ມີຄວາມມຸ່ງໝັ້ນທີ່ຈະນຳໃຊ້ຂໍ້ມູນຫຼັກຖານ ແລະ ການຮຽນຮູ້ຮ່ວມກັນ ເພື່ອປັບປຸງວຽກງານການການສຶກສາຮຽນຮ່ວມ. ຜ່ານການຮຽນຮູ້ໂດຍກົງຈາກໂຮງຮຽນ, ຄູ ແລະ ຊຸມຊົນ, ການຄົ້ນຄວ້ານີ້ ຈະຊ່ວຍໃຫ້ພວກເຮົາເຂົ້າໃຈເຖິງ ສິ່ງທີ່ໄດ້ຜົນດີໃນພາກປະຕິບັດຕົວຈິງ ແລະ ເຂົ້າໃຈວ່າ ນະໂຍບາຍດ້ານການສຶກສາຈະສາມາດຕອບສະໜອງຕໍ່ຄວາມຕ້ອງການຂອງນັກຮຽນທີ່ມີຄວາມພິການໄດ້ດີຄືແນວໃດ. ຂໍ້ມູນຫຼັກຖານທີ່ໄດ້ຮັບນີ້ ຈະປະກອບສ່ວນເຂົ້າໃນການສະໜັບສະໜູນຄູໃຫ້ເຂັ້ມແຂງຂຶ້ນ ແລະ ຊ່ວຍເປັນຂໍ້ມູນພື້ນຖານໃນການວາງແຜນວຽກງານການສຶກສາຮຽນຮ່ວມໃນ ສປປ ລາວ ໃນອະນາຄົດ.”
ທ່ານ ໄມໂຄ ຄາຣີ, ເລຂາເອກ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວຕື່ມວ່າ: “ລັດຖະບານອົດສະຕຣາລີ ມີຄວາມຍິນດີທີ່ໄດ້ສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃນການຄົ້ນຄວ້າທີ່ມີລັກສະນະປະຕິບັດຕົວຈິງ ແລະ ນຳພາໂດຍທ້ອງຖິ່ນ. ປະສົບການຂອງຄູ ແລະ ໂຮງຮຽນ ແມ່ນມີຄວາມສຳຄັນຢ່າງຍິ່ງຕໍ່ການພັດທະນາການສະໜັບສະໜູນດ້ານການສຶກສາ ທີ່ສາມາດນຳໄປປະຕິບັດໄດ້ຈິງ. ດ້ວຍການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການສຶກສາຮຽນຮ່ວມ, ພວກເຮົາສາມາດຊ່ວຍໃຫ້ນັກຮຽນທີ່ມີຄວາມພິການ ສາມາດເຂົ້າຮ່ວມກິດຈະກຳ, ຮຽນຮູ້ ແລະ ພັດທະນາທັກສະທີ່ຈຳເປັນ ໄດ້ຫຼາຍຂຶ້ນ ເພື່ອປະກອບສ່ວນເຂົ້າໃນຊຸມຊົນ ແລະ ກາຍເປັນກຳລັງແຮງງານໃນອະນາຄົດ. ນີ້ຄືເຫດຜົນທີ່ການສຶກສາຮຽນຮ່ວມມີຄວາມສຳຄັນ, ທັງສຳລັບນັກຮຽນໃນປັດຈຸບັນ ແລະ ອະນາຄົດຂອງ ສປປ ລາວ.”
ກິດຈະກຳລົງພື້ນທີ່ໃນເດືອນ ຕຸລາ 2026 ນີ້ ແມ່ນຂັ້ນຕອນໜຶ່ງໃນຂະບວນການທີ່ຕໍ່ເນື່ອງ ເຊິ່ງປະກອບມີ ການເກັບກຳຂໍ້ມູນ, ການຖອດຖອນບົດຮຽນ ແລະ ການສຶກສາຮຽນຮູ້. ຈະມີການລົງພື້ນທີ່ເພີ່ມເຕີມໃນສົກຮຽນຕໍ່ມາ ເພື່ອສືບຕໍ່ເກັບກຳຂໍ້ມູນ, ທົບທວນເອກະສານຕ່າງໆ ແລະ ກຳນົດຈຸດທີ່ຄວນປັບປຸງ ຫຼື ການສະໜັບສະໜູນເພີ່ມເຕີມ ທີ່ຈຳເປັນສຳລັບຄູ, ວິທະຍາໄລຄູ ແລະ ພາກສ່ວນທີ່ຄຸ້ມຄອງການສຶກສາ.
ພາບ-ຂ່າວ: ແຜນງານບີຄວາ















