Skip to main content

ມະຫາວິທະຍາໄລສະຫວັນນະເຂດ ປະກາດການຈັດຕັ້ງ ແລະ ແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ

29/10/2026
ໃນວັນທີ 28 ຕຸລາ 2026 ທີ່ ວິທະຍາເຂດໜອງຜື ມະຫາວິທະຍາໄລສະຫວັນນະເຂດ ໄດ້ຈັດພິທີປະກາດການຈັດຕັ້ງຂອງ​ ມະຫາວິທະຍາໄລສະຫວັນນະເຂດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທາຍຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງກະຊວງສຶກສາທິການ ແລະ ກິລາ, ຕາງໜ້າກົມການສຶກສາຊັ້ນສູງ, ພະນັກງານການນຳກະຊວງສຶກສາທິການ ແລະ ກິລາ, ພະແນກການອ້ອມຂ້າງແຂວງ, ຜູ້ຕາງໜ້າສະຖາບັນ ແລະ ວິທະຍາໄລພາກລັດ-ເອກະຊົນ ພ້ອມດ້ວຍພະນັກງານຄູ-ອາຈານ ເຂົ້າຮ່ວມ.
ໃນພິທີ, ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ເລກທີ 311 ແລະ 322 ພ້ອມທັງຂໍ້ຕົກລົງຂອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານ ຈຳນວນ 6 ທ່ານ ປະກອບມີ ທ່ານ ຮສ.ປອ ສິດທິໄຊ ໄຊຍະວົງ ເປັນຜູ້ອຳນວຍການ​ ມະຫາວິທະຍາໄລສະຫວັນນະເຂດ; ທ່ານ ຮສ.ປອ ຄຳໂກ້ ວົງອະນັດທາ ເປັນຮອງຜູ້ອຳນວຍການ; ທ່ານ ດົງໃຈ ມະນີພອນ ແລະ ທ່ານ ວິກສອນ ວິລັດດາວົງ ເປັນຮອງຫົວໜ້າຫ້ອງການຄຸ້ມຄອງບໍລິຫານ; ສ່ວນທ່ານ ອຈ.ປອ ນາງ ແລັນຕ້າ ເກດອູ່ຄຳ ແລະ ທ່ານ ອຈ.ປອ ລັດສະໝີ ພອນໄຊ ເປັນຮອງຫົວໜ້າຫ້ອງການຄຸ້ມຄອງວິຊາການ.
ໃນໂອກາດດຽວກັນ ທີ່ປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກທ່ານ ປອ ນາງ ດາລາວອນ ກິດຕິພັນ ເຊິ່ງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຈັດຕັ້ງບຸກຄະລາກອນ, ການຍົກສູງຄວາມຮັບຜິດຊອບ ແລະ ຄວາມສາມັກຄີຮ່ວມແຮງກັນ ເພື່ອພັດທະນາມະຫາວິທະຍາໄລໃຫ້ມີຄຸນນະພາບ, ມີປະສິດທິຜົນ ແລະ ຕອບສະໜອງຕໍ່ພາລະກິດດ້ານການສຶກສາຂອງຊາດ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ