Skip to main content

ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025

22/10/2026
ໃນຕອນເຊົ້າຂອງວັນທີ 21 ຕຸລາ 2026 ນີ້ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ; ໜ່ວຍຮາກຖານຊາວໜຸ່ມປະຊາຊົນປະຕິວັດລາວ ພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບຢັ້ງຢືນຖືກຮັບຮອງເປັນ ຄນຊປປ ລາວ 4 ບຸກ ພ້ອມມອບໃບຍ້ອງຍໍໃຫ້ແກ່ບຸກຄົນຜູ້ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ມະໄລຄໍາ ໄຊຍະເທດ ຮອງເລຂາໜ່ວຍພັກ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ; ມີ ສະຫາຍ ຊາຍຄໍາ ຍືນສົມບັດ ຄະນະພັກຮາກຖານ, ຮອງຫົວຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ສະຫາຍ ສາຍພະພິມ ພົມວີຈິດ ຄະນະບໍລິຫານງານຊາວໜຸ່ມແຂວງ, ເລຂາໜ່ວຍຮາກຖານຊາວໜຸ່ມພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະໜ່ວຍຮາກຖານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ໃນພິທີ, ສະຫາຍ ສາຍພະພິມ ພົມວີຈິດ ໄດ້ຂຶ້ນລາຍງານຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2025 ແລະ ແຜນການປະຈຳປີ 2026 ເພື່ອສູ້ຊົນໃຫ້ໜ່ວຍຮາກຖານໄດ້ຮັບການຮັບຮອງເປັນໜ່ວຍຊາວໜຸ່ມ 4 ບຸກໃນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນດ້ານຕ່າງໆຕະຫຼອດໄລຍະ 3 ປີທີ່ຜ່ານມາ ສາມາດບັນລຸໄດ້ 91% ຂຶ້ນໄປ ພ້ອມທັງສະຫຼຸບຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຈາກການຈັດຕັ້ງຂະບວນການ 4 ບຸກ; ເຊິ່ງເປັນຜົນງານຈາກການນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະນໍາ ແລະ ຄະນະບໍລິຫານງານຊາວໜຸ່ມຂັ້ນເທິງ, ບວກກັບຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນພະຍາຍາມສູງຂອງສະມາຊິກຊາວໜຸ່ມ, ຈຶ່ງສາມາດຜ່ານຜົນບັນດາສິ່ງທ້າທາຍ ແລະ ສ້າງຜົນງານອັນໂດດເດັ່ນໃນທຸກໆດ້ານ.
ໃນໂອກາດດຽວກັນນີ້, ຕາງໜ້າຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ວ່າດ້ວຍການຍ້ອງຍໍໃຫ້ສະມາຊິກຊາວໜຸ່ມທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກໄລຍະທີ I ແຕ່ປີ 2022-2024 ສະບັບເລກທິ 287/ຄຊໜຂ; ລົງວັນທີ 19 ມິຖຸນາ 2026, ຂໍ້ຕົກລົງ ວ່າດ້ວຍການມອບທຸງໄຊນຳໜ້າ 4 ບຸກໃຫ້ໜ່ວຍຮາກຖານຊາວໜຸ່ມ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂງຂັນ 4 ບຸກ ໄລຍະ II ແຕ່ປີ 2022-2024 ສະບັບເລກທີ 286/ຄຊໜຂ; ລົງວັນທີ 10 ມິຖຸນາ 2026 ແລະ ຂໍ້ຕົກລົງ ວ່າດ້ວຍການມອບໃບຢັ້ງຢືນ 4 ບຸກໃຫ້ຄະນະຮາກຖານ ແລະ ໜ່ວຍຮາກຖານຊາວໜຸ່ມທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂງຂັນ 4 ບຸກ ປະຈຳປີ 2025; ສະບັບເລກທີ 251/ຄຊໜຂ; ລົງວັນທີ 28 ກັນຍາ 2026.
ໃນໂອກາດນີ້, ສະຫາຍ ນາງ ມະໄລຄໍາ ໄຊຍະເທດ ໄດ້ກ່າວໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະ ທີ່ຄະນະ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍທີ່ສາມາດຍາດມາໄດ້ຕະຫຼອດໄລຍະເວລາທີ່ຜ່ານມາ. ພ້ອມດຽວກັນນີ້, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍ ຈົ່ງສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກພາຍໃນໜ່ວຍດ້ວຍຄວາມໃກ້ຊິດຕິດແທດ, ເອົາໃຈໃສ່ຄົ້ນຄວ້າຕີລາຄາຄືນ ຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກໃຫ້ຊັດເຈນ ແລະ ຖືກຕ້ອງກັບຄວາມເປັນຈິງ ເພື່ອເສີມຂະຫຍາຍ ແລະ ປັບປຸງແກ້ໄຂໃນຕໍ່ໜ້າໃຫ້ທັນການ ແລະ ບັນດາສະມາຊິກຊາວໜຸ່ມແຕ່ລະສະຫາຍຕ້ອງໄດ້ສຸມໃສ່ຄົ້ນຄວ້າ, ຜັນຂະຫຍາຍຄາດໝາຍສູ້ຊົນຂອງຕົນ ໂດຍຕິດພັນກັບວຽກງານວິຊາສະເພາະ, ສິດພາລະບົດບາດ ແລະ ຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ມີຜົນສໍາເລັດສູງ ເພື່ອເປັນການສ້າງຄວາມເຂັ້ມແຂງ ແລະ ສ້າງເງື່ອນໄຂໃຫ້ໜ່ວຍ ໄດ້ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ແລະ ຖືກຮັບຮອງເປັນຄະນະຊາວໜຸ່ມປະຊາຊົນປະຕິວັດລາວ 4 ບຸກ, ເປັນໜ່ວຍຊາວໜຸ່ມນໍາໜ້າ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຂອງຊາວໜຸ່ມໃນຄັ້ງຕໍ່ໄປ.
ຫຼັງຈາກນັ້ນ ຄະນະໜ່ວຍຮາກຖານຊາວໜຸ່ມໄດ້ຂຶ້ນຈັບມືແຂ່ງຂັນ 4 ບຸກ ແລະ ເປີດປ້າຍຂະບວນການແຂ່ງຂັນ 4 ບຸກຂອງໜ່ວຍຮາກຖານຊາວໜຸ່ມ ພະແນກສຶກສາທິການ ແລະ ກິລາແຂວງຜົ້ງສາລີ ຢ່າງເປັນທາງການ.
ຂ່າວໂດຍ: ຄໍາວອນ (ສກຂ ຜົ້ງສາລີ)

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ