ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
22/10/2026

ສະຫະພັນກິລາກະຕໍ້ ແຂວງຈຳປາສັກ ໄດ້ຈັດການແຂ່ງຂັນກິລາກະຕໍ້ 2 ລາຍການ ຊີງຂັນປະທານຄະນະກຳມະການປົກຄອງແຂວງຈຳປາສັກ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 21-22 ຕຸລາ 2026 ນີ້ ທີ່ສະໜາມກິລາແຂວງ (ຫຼັກ 2) ນະຄອນປາກເຊ ແຂວງຈຳປາສັກ ໃຫ້ກຽດເຂົ້າຮ່ວມໃນພິທີເປີດມີ ທ່ານ ນອງໃສ ສຸລິວົງຈັກ ປະທານທີ່ປຶກສາສະຫະພັນກິລາກະຕໍ້ແຂວງຈຳປາສັກ, ທ່ານ ບົວທອງ ສຸວັນນະສານ ອະດີດຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ປອ ພັນເອກ ວິໄລພອນ ສີລິວົງ ຫົວໜ້າວິທະຍາໄລສັນຕິບານປະຊາຊົນ ເລກ 2 ແຂວງຈຳປາສັກ, ທ່ານ ໂອດານ ໄຊຍະລາດ ຮອງປະທານສະຫະພັນກິລາກະຕໍ້ແຂວງຈຳປາສັກ ທັງເປັນເຈົ້າຂອງຮ້ານຂາຍເຄື່ອງກິລາດີພີ ສະປອດ (DP Sport) ແລະ ທ່ານ ອິນທະວົງ ແດງປະເສີດ ຮັກສາການຫົວໜ້າຂະແໜງກິລາ-ກາຍຍະກຳ ແຂວງ, ພ້ອມດ້ວຍກຳມະການຕັດສິນ, ຄະນະນຳ, ຄູຝຶກ ແລະ ທັບນັກກິລາຈາກແຕ່ລະພາກສ່ວນເຂົ້າຮ່ວມຢ່າງຟົດຟື້ນ.
ການຈັດການແຂ່ງຂັນໃນຄັ້ງນີ້ ມີຈຸດປະສົງເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນາຳຄັນຂອງພັກ, ຂອງຊາດ ແລະ ຂອງສາກົນ ເວົ້າລວມ, ເວົ້າສະເພາະແມ່ນງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2026 ທີ່ນະຄອນປາກເຊ ແຂວງຈຳປາສັກ ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ. ຄຽງຄູ່ກັນນັ້ນ, ຍັງເປັນການພັດທະນາວົງການກິລາກະຕໍ້ພາຍໃນແຂວງຈຳປາສັກ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ເພື່ອກຽມຄວາມພ້ອມຮອງຮັບ 2 ງານກິລາໃຫຍ່ລະດັບຊາດ ໃນອະນາຄົດ ຄື: ງານມະຫາກຳກິລານັກຮຽນທົ່ວປະເທດ ຄັ້ງທີ 8 ທີ່ແຂວງເຊກອງ ເປັນເຈົ້າພາບ ໃນປີ 2027 ແລະ ງານຫາກຳກິລາແຫ່ງຊາດ ຄັ້ງທີ 13 ທີ່ແຂວງຈຳປາສັກ ເປັນເຈົ້າພາບ ໃນປີ 2028.
ສໍາລັບການແຂ່ງຂັນໃນຄັ້ງນີ້ ຖືກຈັດຂຶ້ນເປັນ 2 ລາຍການ ຄື: ຮຸ່ນທົ່ວໄປ ມີ 14 ພາກສ່ວນ ເຂົ້າຮ່ວມຊີງໄຊ ແລະ ຮຸ່ນອາວຸໂສ ມີ 6 ພາກສ່ວນ ເຂົ້າຮ່ວມຊີງໄຊ.
ດ້ານລາງວັນການແຂ່ງຂັນ ຊະນະເລີດ (ທີ 1): ໄດ້ຮັບຂັນລາງວັນ 1 ໜ່ວຍ, ຫຼຽນລາງວັນ ພ້ອມເງິນສົດ 3.000.000 ກີບ; ຮອງຊະນະເລີດ (ທີ 2): ໄດ້ຮັບຫຼຽນລາງວັນ ພ້ອມເງິນສົດ 2.000.000 ກີບ; ອັນດັບທີ 3: ໄດ້ຮັບຫຼຽນລາງວັນ ພ້ອມເງິນສົດ 1.000.000 ກີບ.
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


