Skip to main content

ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026

22/10/2026
ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ປະຈຳປີ 2026 ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2026 ທີ່ວິທະຍາໄລເຕັກນິກລາວ-ເຢຍລະມັນ ວິທະຍາເຂດ 2 ບ້ານຊຽງດາ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມມີ ທ່ານ ປອ ສາຍສະໝອນ ງາມສີ ວ່າການແທນຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສຸລິຍາ ປ່າໄຊ ຜູ້ອໍານວຍການ ວິທະຍາໄລເຕັກນິກລາວ-ເຢຍລະມັນ ແລະ ທ່ານ ທະນະວັດ ສິຣິພອນພັນ ຜູ້ຈັດການບໍລິສັດ ຄູໂບຕ້າລາວ, ມີຄະນະຜູ້ອໍານວຍການ, ຜູ້ອໍານວຍການ, ຮອງຜູ້ອຳນວຍການຈາກວິທະຍາໄລເຕັກນິກວິຊາຊີບແຂວງບໍລິຄໍາໄຊ, ແຂວງວຽງຈັນ, ແຂວງຄໍາມ່ວນ ແລະ ວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ, ຫົວໜ້າ-ຮອງຫົວໜ້າພະແນກ, ຜູ້ຈັດການ, ຕາງໜ້າຕົວແທນຈໍາໜ່າຍ, ຄະນະກໍາມະການ, ນັກແຂ່ງຂັນ, ພະນັກງານວິຊາການ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ສຸລິຍາ ປ່າໄຊ ໄດ້ລາຍງານໃຫ້ຮູ້ວ່າ: ການຮ່ວມມືລະຫວ່າງ ວິທະຍາໄລເຕັກນິກລາວ-ເຢຍລະມັນ, ບໍລິສັດສະຫຍາມຄູໂບຕ້າ ປະເທດໄທ ແລະ ບໍລິສັດຄູໂບຕ້າລາວ ໄດ້ເລີ່ມຈັດການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ມາແຕ່ປີ 2023 ເປັນຕົ້ນມາ ແລະ ມາຮອດປີນີ້ ຖືເປັນຄັ້ງທີ 4 ໂດຍມີ 5 ວິທະຍາໄລເຂົ້າຮ່ວມ ຄື: ວິທະຍາໄລເຕັກນິກກະສິກໍາ ດົງຄໍາຊ້າງ, ວິທະຍາໄລເຕັກນິກແຂວງວຽງຈັນ, ວິທະຍາໄລເຕັກນິກວິຊາຊີບແຂວງບໍລິຄໍາໄຊ, ວິທະຍາໄລເຕັກນິກ-ວິຊາຊີບແຂວງຄໍາມ່ວນ ແລະ ວິທະຍາໄລເຕັກນິກລາວ-ເຢຍລະມັນ ໂດຍມີຈຸດປະສົງເພື່ອຍົກລະດັບ ແລະ ທັກສະສີມືຂອງຊ່າງກົນຈັກກະສິກໍາຂອງຄູໂບຕ້າ ໃຫ້ໄດ້ຕາມມາດຕະຖານ.
ສຳລັບການແຂ່ງຂັນແມ່ນແບ່ງອອກເປັນ 2 ຫົວຂໍ້ ຄື: ທັກສະຊ່າງບໍລິການເຄື່ອງຈັກລົດໄຖນາເດີນຕາມ ແລະ ທັກສະການໃຊ້ລົດແທັກເຕີລໍ້ຢາງ. ຜ່ານການແຂ່ງຂັນຕະຫຼອດ 1 ວັນ ປະເພດທັກສະຊ່າງບໍລິການເຄື່ອງຈັກລົດໄຖນາເດີນຕາມ ຜົນປະກົດວ່າ: ຊະນະເລີດ ທ້າວ ວິລະພົງ ຈິນດາວົງ ຈາກວິທະຍາໄລເຕັກນິກລາວ-ເຢຍລະມັນ, ຮອງຊະນະເລີດທ້າວ ໂຈນັດ ສີສົມພູ ຈາກວິທະຍາໄລເຕັກນິກ-ວິຊາຊີບແຂວງຄຳມ່ວນ, ອັນດັບທີ 3 ທ້າວ ຢ່າງຊົງ ວິໄລ ຈາກ ວິທະຍາໄລເຕັກນິກແຂວງວຽງຈັນ ແລະ ອັນດັບທີ 4 ຮ່ວມ ທ້າວ ສຸດໃຈ ສີສຸພັນ ຈາກວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ແລະ ທ້າວ ຄຳຫຼ້າທໍ່ ລໍ່ເບຍຕູ້ ຈາກວິທະຍາໄລເຕັກນິກ-ວິຊາຊີບແຂວງບໍລິຄຳໄຊ.
ສ່ວນປະເພດທັກສະການໃຊ້ລົດແທັກເຕີລໍ້ຢາງ ຊະນະເລີດ ທ້າວ ວັນດົນ ສຸເທບມະນີ ຈາກວິທະຍາໄລເຕັກນິກລາວ-ເຢຍລະມັນ, ຮອງຊະນະເລີດ ທ້າວ ໄຂມາ ກົມພິລາ ຈາກວິທະຍາໄລເຕັກນິກ-ວິຊາຊີບແຂວງຄຳມ່ວນ, ອັນດັບທີ 3 ທ້າວ ຈອນນີ ແກ້ວບົວຜັນ ຈາກວິທະຍາໄລເຕັກນິກ-ວິຊາຊີບແຂວງບໍລິຄຳໄຊ ແລະ ອັນດັບທີ 4 ຮ່ວມ ທ້າວ ໂອເລ ວົງລໍຄຳ ຈາກວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ແລະ ທ້າວ ບົວລີ ສອນທະວີ ຈາກວິທະຍາໄລເຕັກນິກແຂວງວຽງຈັນ.

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ