Skip to main content

ລາຍງານຄວາມຄືບໜ້າ ວຽກເຕັກນິກ-ຈັດການແຂ່ງຂັນ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

03/11/2025

ກອງປະຊຸມເຕັກນິກກິລາທົ່ວປະເທດ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ຈັດຂຶ້ນໃນວັນທີ 3 ພະຈິກ 2025 ທີ່ຫ້ອງປະຊຸມຫ້ອງວ່າການ ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເປັນປະທານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຜູ້ຊີ້ນໍາກໍາມະການເຕັກນິກຈັດການແຂ່ງຂັນ, ມີຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໃນທົ່ວປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ຄະນະກໍາມະການເຕັກນິກ-ຈັດການແຂ່ງຂັນ, ອະນຸກໍາມະການ, ປະທານສະຫະພັນກິລາແຕ່ລະປະເພດ ແລະ ຄະນະຮັບຜິດຊອບວຽກງານກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ກິ່ງມະໂນ ພົມມະຫາໄຊ

ໃນພິທີິ, ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ທັງເປັນຫົວໜ້າກໍາມະການເຕັກນິກ-ຈັດການແຂ່ງຂັນ ໄດ້ລາຍງານຄວາມພ້ອມດ້ານເຕັກນິກ-ຈັດການແຂ່ງຂັນ  ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ຈະຈັດຂຶ້ນລະຫວ່າງວັນທີ 15-25 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ໂດຍມີຫຼາຍໜ້າວຽກສໍາເລັດເປັນຕົ້ນແມ່ນສໍາເລັດການຮັບຮອງກົດລະບຽບການແຂ່ງຂັນ ຈໍານວນ 33 ປະເພດກິລາ ແລະ 1 ກິລາສາທິດ ພາຍຫຼັງທີ່ໄດ້ມີການປັບປຸງລາຍການຕາມຈໍານວນນັກກິລາເຂົ້າຮ່ວມ ປັດຈຸບັນມີລາຍການແຂ່ງຂັນທັງໝົດ 435 ລາຍການ, ຫຼຽນທີ່ຈະຕ້ອງໄດ້ມອບ ຈໍານວນ 3.747 ຫຼຽນ; ສໍາເລັດການອອກແບບ ແລະ ຮັບຮອງໃບສະຖິຕິຢັ້ງຢືນຫຼຽນໃຫ້ກັບນັກກິລາ ແລະ ແບບພື້ນຫຼັງໃຊ້ເພື່ອເປັນພື້ນຫຼັງຜະລິດສື່ປ້າຍ ແລະ ສື່ສິ່ງພິມຕ່າງໆ; ປັບປຸງ ແລະ ຮັບຮອງຕາຕະລາງການແຂ່ງຂັນ, ສະຖານທີ່ ແລະ ເວລາການແຂ່ງຂັນ ພ້ອມໄດ້ລົງໃນຖານຂໍ້ມູນ ແລະ ໄດ້ຈັດພິມເປັນປື້ມຫົວໃຫຍ່ເພື່ອແຈກຢາຍໃຫ້ກັບຜູ້ເຂົ້າຮ່ວມ ຈໍານວນ 50 ຫົວເບື້ອງຕົ້ນ; ສໍາເລັດການສ້າງຄູ່ມືແນະນໍາການນໍາໃຊ້ລະບົບຖານຂໍ້ມູນ, ຄູ່ມືການນໍາໃຊ້ບັດ (AD Card) ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII; ສໍາເລັດການພັດທະນາລະບົບລາຍງານຜົນການແຂ່ງຂັນ ຈໍານວນ 33 ປະເພດກິລາ ແລະ 4 ປະເພດຍ່ອຍ ເພື່ອຮອງຮັບການລາຍງານຜົນແບບທັນເຫດການ 30 ນາທີ ພາຍຫຼັງສິ້ນສຸດການແຂ່ງຂັນ; ໄດ້ສ້າງເວັບໄຊຕາມການມອບໝາຍຂອງກອງປະຊຸມລະດັບຊາດ ຊື່ເວັບໄຊ ພ້ອມໄດ້ເຜີຍແຜ່ເວັບໄຊໃຫ້ແກ່ສັງຄົມໄດ້ຮັບຮູ້ www.vientianesgames2025.org ໂດຍຜ່ານເພຈກິລາ.

ນອກຈາກນີ້, ຍັງໄດ້ສໍາເລັດການສົ່ງເອກະສານແນະນໍາວ່າດ້ວຍການນໍາໃຊ້ສັນຍາລັກ ແລະ ໃສ່ໂລໂກ້ໃສ່ເສື້ແຂ່ງຂັນກິລາ; ໄດ້ກໍານົດອັດຕາສ່ວນຮ້ອຍເປັນຕົວເລກຂອງຜູ້ເຂົ້າຮ່ວມຕາມປະເພດກິລາ ແລະ ອັດຕາສ່ວນຂອງນັກກິລາ; ໄດ້ສົມທົບການນໍານະຄອນຫຼວງວຽງຈັນ, ສະຫະພັນກິລາແຫ່ງຊາດ ແລະ ກໍາມະການທີ່ກ່ຽວຂ້ອງຕິດຕາມ ແລະ ກວດກາຄືນຄວາມພ້ອມຂອງສະໜາມກິລາ ປັດຈຸບັນມີຄວາມພ້ອມ 100 ສ່ວນຮ້ອຍ; ດ້ານອຸປະກອນຮັບໃຊ້ການແຂ່ງຂັນແມ່ນໄດ້ນໍາເຂົ້າສາງ ເພື່ອກວດກາກ່ອນເບີກຈ່າຍ ແລະ ຕິດຕັ້ງໃສ່ສະໜາມຕ່າງໆໃຫ້ສໍາເລັດກ່ອນການແຂ່ງຂັນ.

ປັດຈຸບັນມີຜູ້ເຂົ້າຮ່ວມລົງທະບຽນເຮັດບັດ ຈຳນວນທັງໝົດ 9.065 ຄົນ ເປັນນັກກິລາຈຳນວນ 4,063 ຄົນ (ເປັນຊາຍ 2,699 ຄົນ ແລະ ເປັນຍິງ 1.364 ຄົນ); ການເຂົ້າຮ່ວມແຂ່ງຂັນຂອງນັກກິລາແຕ່ລະລາຍການ ປັດຈຸບັນແມ່ນຄົບຕາມມາດຕະຖານ 4 ພາກສ່ວນຂຶ້ນໄປໃນແຕ່ລະລາຍການແຂ່ງຂັນ ແລະ ໄດ້ກໍານົດການເດີນສວນສະໜາມຂອງຄະນະກິລາ ບັນດາແຂວງ, ກະຊວງ ກຳນົດບໍ່ເກີນ 70 ທ່ານ, ສວນຄະນະກິລານະຄອນຫຼວງວຽງຈັນ 120 ທ່ານ.

 

ພາບ-ຂ່າວໂດຍ: ສົງການ ພັນແພງດີ