Skip to main content

ແຂວງບໍລິຄຳໄຊ ສົ່ງ 16 ປະເພດກິລາ ພ້ອມຕັ້ງເປົ້າຢ່າງໜ້ອຍ 43 ຫຼຽນ ໃນງານກິລາແຫ່ງຊາດ ຄັ້ງທີ 12

06/11/2025

ກອງປະຊຸມປຶກສາຫາລື ກະກຽມຄວາມພ້ອມຂອງທັບນັກກິລາແຂວງບໍລິຄຳໄຊ ທີ່ຈະເຂົ້່່່າຮ່ວມແຂ່ງຂັນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໃນກາງເດືອນນີ້ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກ 2025 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ຄຳເພັດ ໄຊປັນຍາ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຄະນະນຳ, ຄູຝຶກ ອະນຸກຳມະການພາກສ່ວນຕ່າງໆ ທີ່ຖືກແຕ່ງຕັ້ງເຂົ້າຮ່ວມ.

 

ຜູ້ຕາງໜ້າກອງເລຂາ ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງບໍລິຄຳໄຊ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລວມ, ຄູຝຶກ ແລະ ນັກກິລາຂອງແຂວງ ເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຊຶ່ງຂໍ້ຕົກລົງສະບັບດັ່ງກ່າວ ໄດ້ກຳນົດລະບຽບ, ຫຼັກການ, ສິດໜ້າທີ່ລະອຽດຈະແຈ້ງ, ໃນນັ້ນແຂວງບໍລິຄຳໄຊ ໄດ້ສົ່ງທັບນັກກິລາເຂົ້່ຮ່ວມແຂ່ງຂັນຊີງໄຊ ທັງໝົດ 16 ປະເພດກິລາຄື: ປະເພດກິລາແລ່ນ-ລານ (ຊາຍ-ຍິງ) ບານເຕະຊາຍ, ໝາກເສິກ (ຊາຍ-ຍິງ) ເປຕັງ (ຊາຍ-ຍິງ) ກະຕໍ້ຊາຍ-ຍິງ, ໜ້າເກັກ (ຊາຍ-ຍິງ), ເທັກຄັວນໂດ (ຊາຍ-ຍິງ), ຣັກບີ້ (ຊາຍ-ຍິງ), ຊ່ວງເຮືອຊາຍ 12 ສີພາຍ ແລະ 22 ສີພາຍ, ມວຍສາກົນ (ຊາຍ-ຍິງ), ມວຍວູຊູ (ຊາຍ-ຍິງ), ດອກປີກໄກ່ (ຊາຍ-ຍິງ), ບານສົ່ງຫາດຊາຍ(ຊາຍ), ເພາະກາຍ (ຊາຍ), ປັນຈັກສີລັດ ແລະ ກິລາມວຍສາກົນຊາຍ.

 

ກອງປຊຸມຄັ້ງນີ້ ຍັງໄດ້ຮັບຟັງການປະກອບຄຳເຫັນຈາກສະຫະພັນ ແລະ ຄູຝຶກກິລາປະເພດຕ່າງໆ ໂດຍຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍູ້ງຍາກ ຂອງການກະກຽມຄວາມພ້ອມຂອງນັກກິລາ, ໂດຍລວມແລ້ວເຫັນວ່າ ມາຮອດປປັດຈຸບັນທາງດ້ານງົບປະມານ, ຄູຝຶກ ແລະ ນັກກິລາແມ່ນມີຄວາມພ້ອມເກືອບຮ້ອຍສ່ວນຮ້ອຍແລ້ວ. ແຂວງບໍລິຄຳໄຊ ສົ່ງ 16 ປະເພດກິລາ ເຂົ້າຮ່ວມແຂ່ງຂັນຊີງໄຊໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ພ້ອມໄດ້ຕັ້ງເປົ້າໝາຍ 43 ຫຼຽນ ໃນນັ້ນຫຼຽນຄໍາ 19 ຫຼຽນ, ຫຼຽນເງິນ 10 ຫຼຽນ ແລະ ຫຼຽນທອງ 14 ຫຼຽນ.

 

ຂ່າວ-ພາບ: ສາຍສະໝອນ