Skip to main content

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026

21/10/2026
ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ມະຫາວິທະຍາໄລແຫ່ງຊາດ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026 (Study in Japan Fair 2026) ແບບເຊິ່ງໜ້າ ແລະ ແບບອອນລາຍ ໃນວັນທີ 21 ຕຸລາ 2026 ຢູ່ສະຖາບັນດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສຸກສາຄອນ ແສງສຸລິວົງ ຮອງຫົວໜ້າສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ພ້ອມດ້ວຍຜູ້ຕາງໜ້າຈາກສະຖານທູດຍີ່ປຸ່ນ ປະຈໍາລາວ, ຫ້ອງການ JICA ປະຈໍາລາວ, ຜູ້ຕາງໜ້າຈາກ 5 ມະຫາວິທະຍາໄລຢູ່ປະເທດຍີ່ປຸ່ນ, ອົງການ JASSO, ສະຖາບັນສອນພາສາຍີ່ປຸ່ນ, ສະມາຄົມອະດີດນັກສຶກສາຍີ່ປຸ່ນ, ຫົວໜ້າຫ້ອງການ ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.
ເລີ່ມແຕ່ປີ 2008 ເປັນຕົ້ນມາ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ມະຫາວິທະຍາໄລແຫ່ງຊາດ ໄດ້ຮ່ວມກັບສະຖານທູດຍີ່ປຸ່ນ ປະຈໍາລາວ ແລະ ອົງການໄຈກາ ຈັດງານພົບປະເພື່ອສົ່ງເສີມ ແລະ ເຜີຍແຜ່ຂໍ້ມູນຂ່າວສານການໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ໂດຍມີຈຸດປະສົງເພື່ອແລກປ່ຽນບົດຮຽນລະຫວ່າງບັນດາມະຫາວິທະຍາໄລຍີ່ປຸ່ນ ແລະ ມະຫາວິທະຍາໄລແຫ່ງຊາດ ເພື່ອແຈ້ງຂໍ້ມູນຂ່າວສານໃຫ້ພະນັກງານ ຄູ-ອາຈານ ແລະ ນັກສຶກສາລາວ ທີ່ຕ້ອງການໄປຮຽນຕໍ່ລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ຢູ່ປະເທດຍີ່ປຸ່ນ ໃຫ້ໄດ້ຮັບຂໍ້ມູນ ແລະ ເງື່ອນໄຂຕ່າງໆຂອງມະຫາວິທະຍາໄລ ໃນປະເທດຍີ່ປຸ່ນ. ນອກນີ້ຍັງໄດ້ແນະນໍາທຶນການສຶກສາຈາກລັດຖະບານຍີ່ປຸ່ນ ແລະ ທຶນການສຶກສາຂອງມະຫາວິທະຍາໄລຍີ່ປຸ່ນ ເພື່ອໃຫ້ຄູ-ອາຈານ ແລະ ນັກສຶກສາ ກຽມຄວາມພ້ອມໃນການສະໝັກເອົາທຶນ ໂດຍການຈັດງານ ຈະມີ 2 ຮູບແບບ ຄື: ແບບເຊິ່ງໜ້າ ແລະ ອອນລາຍ ເພື່ອໃຫ້ທຸກທ່ານໄດ້ເຂົ້າເຖິງຂໍ້ມູນຂ່າວສານ.
ຜ່ານການຈັດງານພົບປະ ໃນໄລຍະຜ່ານມາ ມີຜູ້ສົນໃຈເຂົ້າຮ່ວມ ແລະ ສອບຖາມຂໍ້ມູນເປັນຈໍານວນຫຼວງຫຼາຍ ສະເພາະປີນີ້ ມີ 4 ມະຫາວິທະຍາໄລ 1 ໂຮງຮຽນສອນພາສາຍີ່ປຸ່ນ ເຂົ້າຮ່ວມ ເຊັ່ນ: Asia University, Nagasaki University, Language Schoool Oji School, Okayama University, Musashino University, ອົງການ JASSO, ສະມາຄົມອະດີດນັກສຶກສາລາວ ທີ່ຮຽນຈົບຈາກປະເທດຍີ່ປຸ່ນ ໃນພິທີ, ຈະມີການນໍາສະເໜີຂອງແຕ່ລະມະຫາວິທະຍາໄລ ອົງການ JASSO ແລະ ການແລກປ່ຽນບົດຮຽນຂອງອາດີດນັກສຶກສາ ທີ່ຮຽນຈົບຈາກປະເທດຍີ່ປຸ່ນ ຕິດຕາມດ້ວຍການພົບປະຕາມຄວາມສະໝັກໃຈ ລະຫວ່າງນັກສຶກສາ ຄູ-ອາຈານກັບຜູ້ຕາງໜ້າແຕ່ລະມະຫາວິທະຍາໄລ.
ພາບ-ຂ່າວ: ບົວລະພາ

ຂ່າວ​ທີ່​ກ່ຽວ​ຂ້ອງ



​ຂ່າວ​ອື່ນ​ທີ່​ໜ້າ​ສົນ​ໃຈ