Skip to main content

ແຂວງບໍ່ແກ້ວ ຈະສົ່ງຄະນະນັກກິລາ 188 ຄົນ ພ້ອມຕັ້ງເປົ້າ 9 ຫຼຽນຄໍາ ໃນງານກິລາແຫ່ງຊາດ ຄັ້ງທີ 12

06/11/2025

ແຂວງບໍ່ແກ້ວ ຈະສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ຈຳນວນ 188 ຄົນ ໃນ 15 ປະເພດກິລາ ເຂົ້າຮ່ວມຊີງໄຊໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 12 ທີ່ ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໃນກາງເດືອນພະຈິກນີ້ ພ້ອມຕັ້ງເປົ້າໝາຍ ຈະພະຍາຍາມສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 9 ຫຼຽນຄໍາ, 16 ຫຼຽນເງິນ ແລະ 23 ຫຼຽນທອງ ລວມ 48 ຫຼຽນ.

ທ່ານ ວັນດີ ທໍາມະວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໄດ້ລາຍງານກ່ຽວກັບການກະກຽມຄວາມພ້ອມສົ່ງນັກກິລາຂອງແຂວງບໍ່ແກ້ວ ເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໃນລະຫວ່າງວັນທີ 12-25 ພະຈິກ 2025 ໃຫ້ຮູ້ວ່າ: ເພື່ອກະກຽມຄວາມພ້ອມຄະນະນໍາພະແນກສຶກສາທິການ ແລະ ກິລາແຂວງ ໄດ້ສົມທົບກັບບັນດາຄະນະຮັບຜິດຊອບສະຫະພັນກິລາຂອງແຂວງ ເພື່ອຄົ້ນຄວ້າຄັດເລືອກນັກກິລາ ແລະ ຄູຝຶກ ຜູ້ທີ່ມີມາດຖານເງື່ອນໄຂເປັນຄູຝຶກ-ນັກກິລາ ແລະ ກຳນົດສະຖານທີ່ພັກເຊົາຂອງນັກກິລາທີ່ຈະເຂົ້າຮ່ວມ, ຊຶ່ງໄດ້ຮັບການລາຍງານຄວາມພ້ອມຂອງກິລາແຕ່ລະປະເພດ ເປັນຕົ້ນ ຈໍານວນນັກກິລາທີ່ຈະເຂົ້າຮ່ວມການແຂ່ງຂັນ, ອຸປະກອນການຝຶກຊ້ອມ, ຕາຕະລາງການຝຶກຊ້ອມ ແລະ ເປົ້າໝາຍຈະຄວ້າຫຼຽນ. ຊຶ່ງແຂວງບໍ່ແກ້ວຂອງພວກເຮົາ ຈະສົ່ງທັງໝົດ 15 ປະເພດກິລາ ປະກອບມີ: ແລ່ນ-ລານ, ກິລາກັອບ, ບານສົ່ງຫາດຊາຍ, ກະຕໍ້, ໝາກແລ້, ບານເຕະ, ເປຕັງ, ດອກປີກໄກ່, ເທຄວັນໂດ, ໜ້າເກັກ, ໝາກຂ່າງ, ມວຍລາວ, ລົດຖີບ, ອີສະປອດ ແລະ ກິລາເຕັ້ນ ລວມມີນັກກິລາ, ຄູຝຶກ ແລະ ຄະນະນໍາເຂົ້າຮ່ວມທັງໝົດ ຈໍານວນ 188 ຄົນ ພ້ອມທັງຕັ້ງເປົ້າຈະໃຫ້ໄດ້ 9 ຫຼຽນຄໍາ, 16 ຫຼຽນເງິນ ແລະ 23 ຫຼຽນທອງ ລວມ 48 ຫຼຽນ.

ສໍາລັບຜົນງານຂອງ ແຂວງບໍ່ແກ້ວ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 10 ປີ 2014 ທີ່ແຂວງອຸດົມໄຊ ເປັນເຈົ້າພາບສາມາດຍາດໄດ້ 3 ຫຼຽນຄໍາ, 6 ຫຼຽນເງິນ ແລະ 6 ຫຼຽນທອງ ລວມທັງໝົດ 15 ຫຼຽນ ຈັດຢູ່ອັນດັບທີ 16 ຂອງຕາຕະລາງສະຫຼຸບຫຼຽນ ຈາກທັງໝົດ 13 ປະເພດ ທີ່ສົ່ງເຂົ້າຮ່ວມແຂ່ງຂັນ.

ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ປີ 2022 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ, ແຂວງບໍ່ແກ້ວ ສາມາດຍາດໄດ້ 3 ຫຼຽນຄໍາ, 7 ຫຼຽນເງິນ ແລະ 13 ຫຼຽນທອງ ລວມທັງໝົດ 23 ຫຼຽນ ຈັດຢູ່ອັນດັບທີ 18 ຂອງຕາຕະລາງສະຫຼຸບຫຼຽນ ຈາກທັງໝົດ 11 ປະເພດກິລາ ທີ່ສົ່ງເຂົ້າຮ່ວມແຂ່ງຂັນ, ໃນນັ້ນ 3 ຫຼຽນຄໍາ ໄດ້ຈາກ ໝາກແລ້ 1 ຫຼຽນ, ເທຄວັນໂດ 1 ຫຼຽນ, ລົດຖີບ 1 ຫຼຽນ; 7 ຫຼຽນເງິນ ໄດ້ຈາກ ໝາກແລ້ 2 ຫຼຽນ, ເທຄວັນໂດ 1 ຫຼຽນ, ລົດຖີບ 4 ຫຼຽນ ແລະ 13 ຫຼຽນທອງ ໄດ້ຈາກ ເທຄວັນໂດ 5 ຫຼຽນ, ໝາກແລ້ 1 ຫຼຽນ, ລົດຖີບ 2 ຫຼຽນ, ມວຍສາກົນ 1 ຫຼຽນ, ມວຍລາວ 1 ຫຼຽນ ແລະ ກິລາ ເປຕັງ 3 ຫຼຽນ.

 

ຂ່າວ: ບຸນຄົງ ວັນນະສິດ