ກຸ່ມບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ມອບເງິນຊຸກຍູ້ແຂວງອັດຕະປື ສົ່ງຄະນະນັກກິລາຮ່ວມ “ນະຄອນຫຼວງວຽງຈັນ ເກມ 2025”

ກຸ່ມບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ໄດ້ນຳເອົາງົບປະມານ ຈຳນວນ 500 ລ້ານກີບ ມາມອບໃຫ້ແກ່ອົງການປົກຄອງແຂວງອັດຕະປື ເພື່ອເປັນການປະກອບສ່ວນຊຸກຍູ້ວຽກງານລວມພາຍໃນແຂວງ ໂດຍສະເພາະໃນປັດຈຸບັນນີ້ກໍແມ່ນການກະກຽມສົ່ງຄະນະນັກກິລາເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຫຼື ຮ່ວມ “ນະຄອນຫຼວງວຽງຈັນ ເກມ 2025” ແລະ ແຂວງອັດຕະປື ກຳລັງກະກຽມສະເຫຼີມສະຫຼອງ 2 ວັນປະຫວັດສາດລາວ ກໍຄືວັນຊາດ ຄົບຮອບ 50 ປີ ແລະ ຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.
ພິທີມອບ-ຮັບຄັ້ງນີ້ ໄດ້ມີຂຶ້ນໃນວັນທີ 6 ພະຈິກ 2025 ນີ້ ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງ ໃຫ້ກຽດກ່າວມອບໂດຍ ທ່ານ ພອນສະຫວັນ ໄຊທະນາສີ ຕາງໜ້າກຸ່ມບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ແລະ ກ່າວຮັບໂດຍ ທ່ານ ທະນູໄຊ ບັນຊາລິດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງອັດຕະປື, ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ການປະກອບສ່ວນອຸປະຖຳງົບປະມານເພື່ອຊຸກຍູ້ວຽກງານກິລາ ແລະ ວຽກກະກຽມສະເຫຼີມສະຫຼອງ 2 ວັນປະຫວັດສາດລາວ ໃນຄັ້ງນີ້ ຖືເປັນການປະກອບສ່ວນທີ່ສຳຄັນ ເພື່ອຈະໄດ້ນໍາໃຊ້ງົບປະມານດັ່ງກ່າວນັ້ນ ເຂົ້າໃນການຟຶກຊ້ອມກິລາແຕ່ລະປະເພດ ແລະ ຄ່າໃຊ້ຈ່າຍອື່ນໆໃນການເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດຄັ້ ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກ 2025 ໃຫ້ໄດ້ຮັບຜົນດີ ແລະ ບັນລຸໄດ້ຕາມຄາດໝາຍ ແລະ ຈະໄດ້ນຳໃຊ້ງົບປະມານດັ່ງກ່າວນີ້ອີກຈຳນວນໜຶ່ງ ນຳໃຊ້ເຂົ້າໃນການກະກຽມສະເຫຼີມສະຫຼອງ 2 ວັນປະຫວັດສາດລາວ ໃຫ້ໄດ້ຮັບຜົນດີ.
ໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ທະນູໄຊ ບັນຊາລິດ ໄດ້ຕາງໜ້າໃຫ້ຄະນະພັກ, ອົງການປົກຄອງແຂວງ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງຈິງໃຈມາຍັງ ກຸ່ມບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ຈຳກັດ ທີ່ໄດ້ເສຍສະຫຼະວັດຖຸປັດໃຈ ຊຶ່ງເຫັນໄດ້ເຖິງຄວາມໝາຍ ແລະ ຄວາມສຳຄັນ ຈຶ່ງໄດ້ໃຫ້ການສະໜັບສະໜຸນ ຊ່ວຍເຫຼືອແຂວງມາໂດຍຕະຫຼອດ ໂດຍສະເພາະກໍຄືການຊຸກຍູ້ວຽກງານກິລາ ແລະ ວຽກກະກຽມສະເຫຼີມສະຫຼອງ 2 ວັນປະຫວັດສາດລາວ ຖືເປັນການປະກອບສ່ວນທີ່ສຳຄັນເປັນຢ່າງຍິ່ງ, ຫວັງວ່າບໍລິສັດ ຈະໃຫ້ການຊ່ວຍເຫຼືອຊຸກຍູ້ ແຂວງຂອງພວກເຮົາໃນຄັ້ງຕໍ່ໆໄປຕື່ມອີກ ແລະ ທ່ານຍັງໄດ້ອ່ວຍພອນໄຊ ມາຍັງບໍລິສັດ ໃນການດຳເນີນຖຸລະກິດຕ່າງໆ ກໍຂໍໃຫ້ປະສົບຜົນສຳເລັດ ຈະເລີນຮຸ່ງເຮືອງ ແລະ ລຸລ່ວງຕາມຈຸດປະສົງທີ່ວາງໄວ້ຫຍິ່ງໆຂຶ້ນ.
ໂດຍ: ວິໄລສັກ ແກ້ວຫຼວງໂຄດ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026

