Skip to main content

ເຈົ້າແຂວງສະຫວັນນະເຂດ ເນັ້ນໃຫ້ນັກກິລາສູ້ສຸດຄວາມສາມາດ ເພື່ອບັນລຸເປົ້າໝາຍ 41 ຫຼຽນຄຳ ໃນງານກິລາແຫ່ງຊາດ ຄັ້ງທີ XII

07/11/2025

ພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດພິທີພົບປະ ແລະ ໂອ້ລົມຄະນະນຳ, ຄູຝຶກ ແລະ ນັກກິລາ ທີ່ຈະເດີນທາງເຂົ້າຮ່ວມການແຂ່ງຂັນມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໃນຕອນບ່າຍວັນທີ 4 ພະຈິກ 2025 ທີ່ສະໜາມກິລາແຂວງສະຫວັນນະເຂດ, ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມໂດຍ ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ມີທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ປອ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະພະແນກ, ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ທ່ານ ບຸນໂຈມ ອຸບົນປະເສີດ

ໃນພິທີ, ທ່ານ ປອ ສຸກສົມພອນ ອະໂນໄທ ໄດ້ຂຶ້ນລາຍງານສະພາບລວມຂອງການກະກຽມ ແລະ ຜົນງານທີ່ຜ່ານມາ ໃຫ້ຊາບວ່າ: ແຂວງສະຫວັນນະເຂດ ເປັນແຂວງໃຫຍ່ທີ່ມີປະຊາກອນຫຼາຍກວ່າໝູ່ ແລະ ມີມູນເຊື້ອການເຂົ້າຮ່ວມກິລາແຫ່ງຊາດເຖິງ 11 ຄັ້ງ ລວມທັງການເປັນເຈົ້າພາບ 2 ຄັ້ງ (ຄັ້ງທີ 2 ແລະ 7) ພວກເຮົາຈຶ່ງໄດ້ເອົາໃຈໃສ່ການກະກຽມໃນຄັ້ງນີ້ຢ່າງເປັນລະບົບ. ຜົນງານຫຼ້າສຸດຂອງພວກເຮົາໃນງານກິລາແຫ່ງຊາດ ຄັ້ງທີ XI (ຊຽງຂວາງ ເກມ) ປີ 2022 ແມ່ນຍາດໄດ້ 24 ຫຼຽນຄຳ, 32 ຫຼຽນເງິນ ແລະ 37 ຫຼຽນທອງ ລວມ 93 ຫຼຽນ ຈັດຢູ່ອັນດັບທີ 5 ຂອງປະເທດ.

ສຳລັບງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 15-25 ພະຈິກ 2025  ນີ້, ແຂວງສະຫວັນນະເຂດ ໄດ້ມີການຄັດເລືອກເອົານັກກິລາທີ່ມີຄວາມສາມາດ ແລະ ພອນສະຫວັນດີເດັ່ນ ເປັນຕົວແທນຂອງແຂວງ ຈຳນວນ 274 ຄົນ ໃນ 26 ປະເພດກິລາ ຄື: ກິລາແລ່ນ-ລານ, ບານເຕະ, ບານສົ່ງ-ຫາດຊາຍ, ກະຕໍ້-ຊິນລອນ, ດອກປີກໄກ່, ມວຍລາວ, ລົດຖີບ, ເປຕັງ, ບານບ້ວງ, ຊ່ວງເຮືອ, ເທຄວັນໂດ, ຢູໂດ, ປັນຈັກສີລັດ, ເທັນນິດ, ຍິງປືນ, ເພາະກາຍ, ລອຍນ້ຳ, ອີສະປອດ, ສະນຸກເກີ, ມວຍປ້ຳ, ວູຊູ, ກັອບ, ຄາຣາເຕໂດ, ຍິງທະນູ, ເຕັ້ນ ແລະ ປິ່ງປ່ອງ. ຊຶ່ງປັດຈຸບັນ ມີນັກກິລາ 17 ປະເພດ ໄດ້ເຂົ້ານອນສູນຝຶກແອບພາຍໃນແຂວງ ແລະ 9 ປະເພດ ໄດ້ຝຶກແອບຢູ່ນະຄອນຫຼວງວຽງຈັນ. ໃນເບື້ອງຕົ້ນພວກເຮົາຄາດໝາຍໄວ້ 36 ຫຼຽນຄຳ ແຕ່ດ້ວຍຄວາມເອົາໃຈໃສ່ ແລະ ການຊຸກຍູ້ຢ່າງໃກ້ຊິດຂອງຄະນະນຳ ແລະ ສະຫະພັນກິລາປະເພດຕ່າງໆ ພວກເຮົາຈຶ່ງມີຄວາມໝັ້ນໃຈ ແລະ ໄດ້ປັບເປົ້າໝາຍສູ້ຊົນຂຶ້ນເປັນ 41 ຫຼຽນຄຳ ແລະ ໃຫ້ຈັດຢູ່ອັນດັບທີ 3-5 ອັນດັບທຳອິດຂອງປະເທດ.

ໃນໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມບາງຕອນວ່າ: ຂໍໃຫ້ນັກກິລາທຸກຄົນຈົ່ງມີຄວາມຕັດສິນໃຈສູງ, ສູ້ຊົນສຸດກຳລັງຄວາມສາມາດ ເພື່ອກຽດສັກສີຂອງພໍ່ແມ່ປະຊາຊົນຊາວແຂວງສະຫວັນນະເຂດ ທີ່ສົ່ງແຮງໃຈມາໃຫ້ລູກຫຼານ ພວກທ່ານຕ້ອງສະແດງອອກເຖິງຄວາມມີລະບຽບວິໄນ, ນໍ້າໃຈສາມັກຄີ ແລະ ນໍ້າໃຈນັກກິລາຢ່າງສູງໃນທຸກການແຂ່ງຂັນ. ພ້ອມທັງໄດ້ເນັ້ນໜັກເຖິງມູນເຊື້ອພິລະອາດຫານ ແລະ ກຽດສັກສີຂອງແຂວງ ໂດຍໄດ້ຍົກໃຫ້ເຫັນເຖິງເລືອດຂອງວິລະບູລຸດນັກສູ້ກູ້ຊາດ ທ່ານກ່າວຍໍ້າວ່າ: ການເຂົ້າຮ່ວມງານກິລາຄັ້ງນີ້ ບໍ່ພຽງແຕ່ເປັນການແຂ່ງຂັນເທົ່ານັ້ນ, ແຕ່ເປັນການປົກປ້ອງກຽດສັກສີ ແລະ ມູນເຊື້ອອັນດີງາມຂອງແຂວງສະຫວັນນະເຂດ.

ພາຍຫຼັງສຳເລັດພິທີໂອ້ລົມແລ້ວ, ຄະນະນຳແຂວງ ແລະ ຄະນະນຳພະແນກສຶກສາທິການ ແລະ ກິລາແຂວງ ໄດ້ນຳພາຄະນະນັກກິລາ ໄປຂໍພອນທີ່ອະນຸສາວະລີຂອງທ່ານ ປະທານ ໄກສອນ ພົມວິຫານ ວິລະບູລຸດກູ້ຊາດຂອງຊາວລາວ, ທ່ານ ໜູຮັກ ພູມສະຫວັນ ຜູ້ນຳທີ່ແສນເຄົາລົບຮັກ, ທ່ານ ພູນ ສີປະເສີດ ແລະ ພໍ່ກະດວດ ເພື່ອສ້າງຂວັນກຳລັງໃຈໃຫ້ກັບຄະນະນຳ, ຄູຝຶກ ແລະ ນັກກິລາທຸກທ່ານ ກ່ອນທີ່ຈະເລີ່ມເດີນທາງເຂົ້າຮ່ວມການແຂ່ງຂັນລາຍການດັ່ງກ່າວ.

 

ພາບ-ຂ່າວໂດຍ: ພານຸມາດ (ສກຂ ສະຫວັນນະເຂດ)