Skip to main content

ແຂວງວຽງຈັນ ຮັກສາແຊ້ມປະເພດເຮືອກິລາ, ເຈົ້າຫຼວງ ບ້ານເມືອງຂາຍ ຄວ້າແຊ້ມເຮືອປະເພນີ ໃນງານບຸນຊ່ວງເຮືອ ນະຄອນຫຼວງພະບາງ 2026

14/09/2026
ງານບຸນຊ່ວງເຮືອປະເພນີ ປະຈຳປີ ພສ 2569 ຫຼື ຄສ 2026 ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດິນ ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນຢ່າງຄຶກຄື້ນ ແລະ ເບີກບານມ່ວນຊື່ນ ໃນວັນທີ 11 ກັນຍານີ້ ຢູ່ຕາມແຄມຝັ່ງນ້ຳຄານ ໂດຍມີເຮືອຊ່ວງຈາກບັນດາບ້ານ-ຕາແສງ ພາຍໃນນະຄອນຫຼວງພະບາງ, ຕາງໜ້າຈາກເມືອງອ້ອມຂ້າງ ແລະ ຕ່າງແຂວງ ເຂົ້າຮ່ວມແຂ່ງຂັນທັງໝົດ 27 ລຳ (ເຮືອປະເພນີ 18 ລຳ ແລະ ເຮືອກິລາ 9 ລຳ).
ງານບຸນຊ່ວງເຮືອປະເພນີ ຖືເປັນປາງບຸນໃຫຍ່ອັນຊົງຄຸນຄ່າທາງດ້ານປະຫວັດສາດ ແລະ ວັດທະນະທຳ ຮີດຄອງປະເພນີ ຕາມວິຖີຊີວິດດັ້ງເດີມຂອງຊາວນະຄອນຫຼວງພະບາງ ທີ່ໄດ້ສືບທອດກັນມາຕັ້ງແຕ່ບູຮານນະການ. ທັງເປັນການຄອບໄຂວ່, ໄຫວ້ບູຊາ ແລະ ວິງວອນສິ່ງສັກສິດຄູ່ບ້ານຄູ່ເມືອງ, ເຈົ້ານ້ຳແດນດິນ ເພື່ອປົກປັກຮັກສາບ້ານເມືອງໃຫ້ຢູ່ເຢັນເປັນສຸກ ແລະ ມີຄວາມຈະເລີນຮຸ່ງເຮືອງ.
ຜ່ານການແຂ່ງຂັນທ່າມກາງສຽງຊົມສຽງເຊຍຢ່າງຟົດຟື້ນ, ຜົນການແຂ່ງຂັນປະກົດວ່າ: ປະເພດເຮືອປະເພນີ ລາງວັນທີ 1 ເຮືອຊ່ວງ ເຈົ້າຫຼວງ ບ້ານເມືອງຂາຍ (ຕາແສງເມືອງຂາຍ) ຄວ້າແຊ້ມປະຈຳປີ ພ້ອມຮັບຂັນຄອງແຊ້ມ 3 ປີ (ປີທີ 1) ເປັນຂັນເງິນນ້ຳໜັກ 1,500 ກຼາມ 1 ໜ່ວຍ, ຂັນປະຈຳປີ ມູນຄ່າ 13 ລ້ານກີບ ແລະ ເງິນສົດ 20 ລ້ານກີບ; ລາງວັນທີ 2 ເຮືອຊ່ວງ ວັດຫາດຮ່ຽນ ວິວລາ ຄີຣີ ໄຊດາຣາ ຮັບຂັນເງິນ ມູນຄ່າ 13 ລ້ານກີບ ພ້ອມເງິນສົດ 19 ລ້ານກີບ;ລາງວັນທີ 3 ເຮືອຊ່ວງ ວັດຊຽງທອງ ຕາແສງຊຽງທອງ (ນາງບົວລອຍ) ຮັບຂັນເງິນ ມູນຄ່າ 13 ລ້ານກີບ ພ້ອມເງິນສົດ 18 ລ້ານກີບ.
ສ່ວນປະເພດເຮືອກິລາ ລາງວັນທີ 1 ເຮືອຊ່ວງ ບໍລິສັດ ນ້ຳເພັດ ຈະເລີນຊັບ (ແຂວງວຽງຈັນ) ຮັກສາແຊ້ມໄດ້ສຳເລັດ ຮັບຂັນຄອງແຊ້ມ 3 ປີ (ເປັນປີທີ 2) ເປັນຂັນເງິນນ້ຳໜັກ 1,500 ກຼາມ 1 ໜ່ວຍ, ຂັນປະຈຳປີ ມູນຄ່າ 13 ລ້ານກີບ ແລະ ເງິນສົດ 20 ລ້ານກີບ; ລາງວັນທີ 2 ເຮືອຊ່ວງ ບໍລິສັດ ພັນທະມິດ ກຣຸບ (ແຂວງໄຊຍະບູລີ) ຮັບຂັນເງິນ ມູນຄ່າ 13 ລ້ານກີບ ພ້ອມເງິນສົດ 19 ລ້ານກີບ; ລາງວັນທີ 3 ເຮືອຊ່ວງ ILS ອີຊູຊຸ ລາວບໍລິການ – ຈຳປາເຮືອຊ່ວງ ຮັບຂັນເງິນ ມູນຄ່າ 13 ລ້ານກີບ ພ້ອມເງິນສົດ 18 ລ້ານກີບ.
ນອກຈາກນີ້, ຍັງມີການມອບລາງວັນເງິນສົດໃຫ້ອັນດັບທີຫຼຸດລົງມາ, ພ້ອມທັງມອບລາງວັນເຮືອນາງດຳ-ນາງດ່ອນ ເງິນສົດລຳລະ 4.5 ລ້ານກີບ ລວມມູນຄ່າລາງວັນທີ່ມອບໃນປີນີ້ທັງໝົດ 706 ລ້ານກີບ.
ໃຫ້ກຽດມອບລາງວັນໂດຍ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ພ້ອມດ້ວຍຄະນະນຳຂອງແຂວງ ແລະ ຄະນະກຳມະການຈັດງານບຸນ.
ພາບ-ຂ່າວ: ອາພຸດເດດ ບຸບຜາ