ຄະນະນຳນະຄອນຫຼວງວຽງຈັນ ເຂົ້າຢ້ຽມພົບປະຄະນະນຳນັກກິລາແຂວງຫຼວງພະບາງ

ເມື່ອວັນທີ 9 ພະຈິກ 2025 ນີ້ ທີ່ສູນພັດທະນາສີມືແຮງງານລາວ-ເກົາຫຼີ (ສູນພັກນັກກິລາແຂວງຫຼວງພະບາງ) ເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ຄະນະກຳມະການ ພ້ອມດ້ວຍຄະນະນຳເຈົ້າພາບ ນະຄອນຫຼວງວຽງຈັນ ໄດ້ເຂົ້າຢ້ຽມພົບປະຄະນະນຳນັກກິລາແຂວງຫຼວງພະບາງ ຊຶ່ງນຳໂດຍທ່ານ ຄຳຫຼ້າ ແສງດາວົງ ຜູ້ອຳນວຍການລັດວິສາຫະກິດສະບຽງອາຫານ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ແລະ ໃຫ້ກຽດຕ້ອນຮັບຂອງ ທ່ານ ທະລາກອນ ບໍລະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ຄະນະນຳ, ຄູຝຶກ ແລະ ນັກກິລາແຂວງຫຼວງພະບາງ.
ໂອກາດນີ້, ທ່ານ ຄຳຫຼ້າ ແສງດາວົງ ໄດ້ໃຫ້ກຽດກ່າວຕ້ອນຮັບຄະນະນຳນັກກິລາແຂວງຫຼວງພະບາງຢ່າງອົບອຸ່ນ, ສະໜິດສະໜົມ ແລະ ໃຫ້ກຳລັງໃຈແກ່ຄະນະນັກກິລາແຂວງຫຼວງພະບາງ ດ້ວຍຄວາມສາມັກຄີ ມິດຕະພາບ ພ້ອມທັງອວຍພອນໃຫ້ຄະນະນັກກິລາແຂວງຫຼວງພະບາງປະສົບຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.
ໂອກາດດຽວກັນນີ້, ທ່ານ ທະລາກອນ ບໍລະວົງ ຍັງໄດ້ເນັ້ນໜັກໃຫ້ຄະນະຄູຝຶກ ແລະ ນັກກິລາແຂວງຫຼວງພະບາງ ຈົ່ງໄດ້ພ້ອມກັນເອົາໃຈໃສ່ທຸ້ມເທເຫື່ອແຮງ, ສະຕິປັນຍາເຂົ້າໃນການແຂ່ງຂັນຈົນສຸດຄວາມສາມາດ ມີນ້ຳໃຈນັກກິລາຮູ້ໄດ້, ຮູ້ເສຍ ແລະ ຮູ້ໃຫ້ອາໄພເຊິ່ງກັນ ແລະ ກັນ, ພ້ອມກັນປະຕິບັດລະບຽບວິໄນໃນການໄປ, ການມາ, ການກິນຢູ່ ໃຫ້ຖືກຕ້ອງຕາມໂມງເວລາທີ່ຄະນະຮັບຜິດຊອບໄດ້ວາງໄວ້.
ໂດຍ: ສອນອາຄົມ ແກ້ວຄຳເພັດ ສກຂ ຫຼວງພະບາງ
ຂ່າວຫຼ້າສຸດ
- ສສກ ລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ
- ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026
- ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ
- ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານຢູ່ 8 ແຫ່ງ ໃນ 4 ເມືອງ
- ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ເນັ້ນໃຫ້ໂຮງຮຽນສາມັນພອນສະຫວັນແຂວງຄຳມ່ວນ ສືບຕໍ່ຮັກສາມູນເຊື້ອສ້າງ “ນັກຮຽນເກັ່ງ”
- ແຂວງວຽງຈັນ ຮັກສາແຊ້ມປະເພດເຮືອກິລາ, ເຈົ້າຫຼວງ ບ້ານເມືອງຂາຍ ຄວ້າແຊ້ມເຮືອປະເພນີ ໃນງານບຸນຊ່ວງເຮືອ ນະຄອນຫຼວງພະບາງ 2026



