ຫຼາຍພາກສ່ວນ ມອບເງິນຊຸກທັບນັກກິລແລ່ນ-ລານ ເຈົ້າພາບ ຮ່ວມຊີງໄຊເຈົ້າຫຼຽນຄຳ “ນະຄອນຫຼວງວຽງຈັນ ເກມ 2025”

ໃນວັນທີ 10 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ໄດ້ມີພິທີມອບ-ຮັບການສະໜັບສະໜູນຫຼາຍຮ້ອຍລ້ານກີບ ຈາກຫຼາຍສ່ວນ ຕາງໜ້າຮັບໂດຍທ່ານ ປອ ພອນປະເສີດ ອິນທະສອນ ປະທານກຸ່ມພັດທະນາ 3ເອັດ ພັດທະນາ ຈຳກັດ ທັງເປັນປະທານສະຫະພັນແລ່ນ-ລານ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໃນໂອກາດທີ່ລົງຕິດຕາມໃຫ້ກຳລັງໃຈຄະນະນຳ, ຄູຝຶກ ແລະ ນັກກິລາແລ່ນລານ ນວ.
ໂອກາດນີ້, ທ່ານ ປອ ພອນປະເສີດ ອິນທະສອນ ກໍໄດ້ລາຍງານກ່ຽວກັບການເຄື່ອນໄຫວຝຶກຊ້ອມຂອງທັບກິລາແລ່ນ-ລານ ນວ ທີ່ສົ່ງເຂົ້າຮ່ວມງານກິລາແຫ່ງຊາດ ປີນີ້ ມີຄູຝຶກ ແລະ ນັກກິລາ ຈໍານວນ 46 ຄົນ ສະເພາະນັກກິລາ 37 ຄົນ ແລະ ຄູຝຶກ 10 ຄົນ ຊຶ່ງໄດ້ເຂົ້ານອນສູນຝຶກແອບ-ຝຶກຊ້ອມ ມາແຕ່ວັນທີ 8 ຕຸລາ 2025 ມາຮອດປັດຈຸບັນແມ່ນມີຄວາມພ້ອມຮ້ອຍສ່ວນຮ້ອຍແລ້ວໃນການລົງຊີງໄຊເຈົ້າຫຼຽນຄໍາ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ. ແນວໃດກໍດີ, ເບື້ອງຕົ້ນ ແລ່ນ-ລານ ນວ ໄດ້ມີການວາງເປົ້າໝາຍງົບປະມານເພື່ອເປັນນະໂຍບາຍໃຫ້ແກ່ນັກກິລາລູກຫຼານຊາວ ນະຄອນຫຼວງວຽງຈັນ ເກືອບ 1 ຕື້ກີບ ປັດຈຸບັນກໍຍັງບໍ່ພຽງພໍ ສະນັ້ນ ຂໍຮຽກຮ້ອງມາຍັງທຸກພາກສ່ວນໃຫ້ການສະໜັບສະໜູນນັກກິລາ ເພື່ອຕໍ່ຍອດກະຕຸກຊຸກຍູ້ໃຫ້ລູກຫຼານພວກເຮົາສ້າງຜົນງານໄດ້ຕາມເປົ້າໝາຍທີ່ວາງໄວ້.
ໂອກາດດຽວກັນ, ທ່ານ ພູວົງ ວົງຄໍາຊາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະນໍາ, ຄູຝຶກ ແລະ ນັກກິລາ ທີ່ໄດ້ເສຍສະຫຼະ ສຸມທຸກເຫື່ອແຮງເຂົ້າໃນການຝຶກຊ້ອມ ໃນການເຂົ້າຮ່ວມ ນະຄອນຫຼວງວຽງຈັນ ເກມ, ພ້ອມທັງຮຽກຮ້ອງໃຫ້ຄູຝຶກ ນັກກິລາມີຄວາມຕັ້ງໃຈ, ອົດທົນສູ້ຊົນໃຫ້ໄດ້ຜົນສໍາເລັດມາສູ່ຊາວນະຄອນຫຼວງວຽງຈັນ, ໂດຍໃຫ້ທຸກຄົນຕ້ອງມີຄວາມສາມັກຄີ, ມີນໍ້າໃຈນັກກິລາ. ສໍາລັບຄູຝືກກໍຕ້ອງເພີ່ມທະວີຄວາມຮັບຜິດຊອບຊ່ວຍແນະນໍານັກກິລາ ແລະ ເປັນກໍາລັງໃຈໃຫ້ນັກກິລາ ເພື່ອໃຫ້ສາມາດຍາດໄດ້ເປັນເຈົ້າຫຼຽນຄໍາໃນງານມະຫະກໍາກິລາແຫ່ງຊາດຄັ້ງນີ້.
ສຳລັບນໍ້າໃຈໃນການຊຸກຍູ້ທັບນັກກິລາແລ່ນ-ລາານ ປະກອບມີ ພະແນກອຸດສະຫະກໍາ ແລະ ການຄ້າ ນວ 105 ລ້ານກີບ, ສະພາການຄ້າ ແລະ ອຸດສະຫະກໍາ ຈໍານວນ 100 ລ້ານກີບ, ບໍລີສັດ ເອໄອດີຊີ ຈໍາກັດ ຈໍານວນ 100 ລ້ານກີບ ແລະ ບໍລິສັດ 3 ເອັດ ຈໍາກັດ ຈໍານວນ 100 ລ້ານກີບ, ອົງການປົກຄອງເມືອງປາກງື່ມ ຈໍານວນ 50 ລ້ານກີບ, ໂຮງຮຽນ ນານາຊາດ ກຽດຕິສັກ ຈໍານວນ 15 ລ້ານກີບ, ໂຮງຮຽນນານາຊາດ ເມືອງໄຊເຊດຖາ ຈໍານວນ 10 ລ້ານກີບ, ບໍລິສັດ ໂຕໂຢຕ້າ ລາວທານີ ຈໍາກັດ 50 ລ້ານກີບ ລວມມູນຄ່າ 530 ລ້ານກີບ.
ພາບ-ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ສສກ ລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ
- ພະນັກງານ ສກມ 3 ເມືອງ ເປົ້າໝາຍ ແຂວງຫຼວງພະບາງ ຮັບການຍົກລະດັບດ້ານການວາງແຜນກິດຈະກຳການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ປີ 2026
- ກອງປະຊຸມທົບທວນສົນທິສັນຍາ ວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ
- ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານຢູ່ 8 ແຫ່ງ ໃນ 4 ເມືອງ
- ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ສສກ ເນັ້ນໃຫ້ໂຮງຮຽນສາມັນພອນສະຫວັນແຂວງຄຳມ່ວນ ສືບຕໍ່ຮັກສາມູນເຊື້ອສ້າງ “ນັກຮຽນເກັ່ງ”
- ແຂວງວຽງຈັນ ຮັກສາແຊ້ມປະເພດເຮືອກິລາ, ເຈົ້າຫຼວງ ບ້ານເມືອງຂາຍ ຄວ້າແຊ້ມເຮືອປະເພນີ ໃນງານບຸນຊ່ວງເຮືອ ນະຄອນຫຼວງພະບາງ 2026






