ເຈົ້າພາບ ປະເດີມສະໜາມ ຖະຫຼົ່ມ ອັດຕະປື 5-0 ຂຶ້ນນຳກຸ່ມ ຄ ບານເຕະຊາຍ “ນະຄອນຫຼວງວຽງຈັນ ເກມ 2025”
12/11/2025

ການແຂ່ງຂັນກິລາເຕະບານຊາຍ ຮອບຄັດເລືອກ ກຸ່ມ ຄ ນະຄອນຫຼວງວຽງຈັນ ເກມ 2025 ຈັດຂຶ້ນ ວັນທີ 12 ພະຈິກ 2025 ທີ່ສະໜາມກິລາບານເຕະຫຍ້າທຽມ ລ້ານຊ້າງ ສະເຕດ້ຽມ ເຂດບ້ານໜອງໄຮ ຊຶ່ງຄູ່ດັ່ງກ່າວ ມີບັນດາການນຳ, ຄູຝຶກ ແລະ ກອງເຊຍ ໂດຍສະເພາະເຈົ້າພາບເຂົ້າຮ່ວມຊົມ-ເຊຍ ຫຼາຍຮ້ອຍຄົນ.
ໃນເຄິ່ງເວລາທຳອິດ ທັງສອງທີມຜັດປ່ຽນກັນບຸກ ແລະ ຮັບ ເກມສູສີກັນ ແຕ່ ເຈົ້າພາບ ນະຄອນຫຼວງວຽງຈັນ ມາໄດ້ປະຕູຂຶ້ນນຳ ແຂວງອັດຕະປື 1-0 ປະຕູ ຈາກການໂໝ່ງສຸດສວຍງາມ ຂອງ ລາວີ ສົມທອງຄຳ ນາທີ 11 ພໍດີເໝາະເຈາະກັບ ໝາຍເລກເບີເສື້ອຂອງ ລາວີ ຈາກນັ້ນ ເວລາທີເຫຼືອທັງສອງທີມກໍບໍ່ສາມາດຍິງປະຕູກັນໄດ້ເພີ່ມ.
ກັບເຂົ້າມາແຂ່ງຂັນກັນຕໍ່ໃນເຄິ່ງເວທີ 2 ທັງສອງທີມໄດ້ມີການປັບປ່ຽນບາງຕຳແໜ່ງນັກກິລາ ເປັນຕົ້ນເຈົ້າພາບ ກໍສົ່ງນັກກິລາລົງຫຼິ້ນຕໍ່ເນື່ອງເພື່ອປັບເກມທີມເຖີງ 7 ຄົນ ແລະ ກໍ່ເກີດປະສິດທິພາບ ທີມເຈົ້າພາບ ຊ່ວຍກັນປັ້ນເກມ ແລະ ມາໄດ້ປະຕູຂຶ້ນນຳຈາກ ຈັນປະສິດ ຄຳມົນຕຣີ ຜູ້ຫຼິ້ນສຳຮອງ ຍິງປະຕູ ໃຫ້ທັບບານເຕະເຈົ້າພາບ ຂຶ້ນນຳ 2-0 ນາທີ 79 ກ່ອນຈະມາໄດ້ປະຕູເພີ່ມອີກ ຈາກການໂຕ້ບານກັບໄວ ຂອງ ນີລັນ ຫຼວງສີສົມບັດ ໃຫ້ບານຍາວເຖີງ ນິກໂກ້ ທີ່ຂຶ້ນບານເບື້ອງຊ້າຍ ແຕະບານໜີການປະກົບກອງຫຼັງຫຼຸດດ່ຽວແຕ່ໃຈກວ້າງບໍ່ຍິງ ສົ່ງບານໜີມືຜູ້ຮັກສາປະຕູ ໃຫ້ ໄວທະຍາ ສີສົງຄາມ ທີ່ຢືນຄົນດຽວໂລ່ງໆ ແປບານເຂົ້າປະຕູແບບງ່າຍໆ ພາເຈົ້າພາບ ຂຶ້ນນຳຫ່າງ 3-0 ປະຕູ, ນາທີ 82 ເຈົ້າພາບ ຍິ່ງຫຼິ້ນກໍຍິ່ງໄດ້ໃຈ ກ່ອນຈະຈົບເກມ ໃນນາທີ 90+3 ສົມພາວັນ ຂຸນນະແສນ ຊີງບານກັບ ລາວີ ໜຶ່ງສອງເຂົ້າໃນເຂດໂທດ ກ່ອນ ສົມພາວັນ ຈະຈິ້ມບານໜີຜູ້ຮັກປະຕູ ບານຕຳກົ້ນຕາໜ່າງສວຍງາມ 5-0 ປະຕູ ພາທີມປະເດີມສະໜາມ ເກັບ 3 ຄະແນນ ຂຶ້ນນຳກຸ່ມ ຄ ບານເຕະຊາຍ ນະຄອນຫຼວງວຽງຈັນ ເກມ 2025.
ສ່ວນຜົນການແຂ່ງຂັນອີກ 3 ຄູ່ ຄື ກຸ່ມ ຄ ແຂວງຫົວພັນ ຊະນະ ແຂວງບໍ່ແກ້ວ 5-4 ປະຕູ, ກຸ່ມ ງ ກະຊວງປ້ອງກັນຄວາມສະຫງົບ ຊະນະ ແຂວງຫຼວງພະບາງ 2-1 ປະຕູ ແລະ ກະຊວງປ້ອງກັນປະເທດ ສະເໝີ ແຂວງຈຳປາສັກ 0-0 ປະຕູ.
ພາບ ແລະ ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026





