ສະຫວັນນະເຂດ ຄວ້າຫຼຽນຄໍາ ແລ່ນ 4×100 ແມັດຍິງ ຂະນະທີ່ທີມຊາຍ ແມ່ນກະຊວງປ້ອງກັນປະເທດ

ແຂວງສະຫວັນນະເຂດ ຄວ້າຫຼຽນຄໍາທີ 3 ໃນການແຂ່ງຂັນກິລາແລ່ນ-ລານ ປະເພດ 4×100 ແມັດຍິງ. ຂະນະທີ່ທີມຊາຍ ຫຼຽນຄຳ ຕົກເປັນຂອງກະຊວງປ້ອງກັນປະເທດ ໃນວັນທີ 12 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16.
ການແຂ່ງຂັນກິລາແລ່ນ-ລານ ປະເພດ 4×100 ແມັດ ຮອບຊີງຊະນະເລີດ ປະເພດທີມຍິງ ໄດ້ມີການລົງຊີງໄຊກັນທັງໝົດ 4 ແຂວງ ຄື ແຂວງຄໍາມ່ວນ, ຈໍາປາສັກ, ສະຫວັນນະເຂດ ແລະ ນະຄອນຫຼວງວຽງຈັນ ເຈົ້າພາບ. ສ່ວນທີມຊາຍ ມີ 6 ແຂວງຄື ແຂວງຈໍາປາສັກ, ໄຊຍະບູລີ, ສະຫວັນນະເຂດ, ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ.
ຜ່ານການແຂ່ງຂັນຜົນປາກົດວ່າ ປະເພດ 4×100 ແມັດຍິງ ຫຼຽນຄຳ ຕົກເປັນຂອງ ທີມນັກແລ່ນຈາກແຂວງສະຫວັນນະເຂດ ປະກອບມີ ນາງ ທິດາກອນ ວົງໄພໂລດ, ນາງ ຈັນສຸກ ມິງຄໍາຍ່ອງ, ນາງ ພອນໄຊ ປາວສະຫວັດ ແລະ ນາງ ເຈນຈິລາ ຂຸນລິວົງ ດ້ວຍສະຖິຕິ 54 ວິນາທີ 03 ລິບດາ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ແມ່ນແຂວງຄໍາມ່ວນ. ສໍາລັບປະເພດ 4×100 ແມັດຊາຍ ຫຼຽນຄຳ ຕົກເປັນຂອງ ທີມກະຊວງປ້ອງກັນປະເທດ ຈາກ ທ້າວ ນາວີ ເດດວົງສາ, ທ້າວ ສົມສະໜຸກ ບົວວິໄລທອງ, ທ້າວ ໄຊປະສິດ ວໍລະຈິດ ແລະ ທ້າວໄຊດາວັນ ວົງສະຫວັນ ດ້ວຍສະຖິຕິ 43 ວິນາທີ 60 ລິບດາ, ຫຼຽນເງິນ ແຂວງສະຫວັນນະເຂດ ແລະ ຫຼຽນທອງ ນະຄອນຫຼວງວຽງຈັນ.
ສໍາລັບການແຂ່ງຂັນກິລາແລ່ນ-ລານ ແມ່ນໄດ້ຊີງໄຊກັນໄປແລ້ວ 18 ລາຍການ ແລະ ຍັງອີກ 22 ລາຍການຈະມີການຊີງໄຊກັນຕໍ່ໃນລະຫວ່າງວັນທີ 13-16 ພະຈິກ 2025 ນີ້.
ຂ່າວໂດຍ: ບຸນທະວີ ເພັດລຳພອນ
ພາບໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026



