ປະທານ ຄພລ ລົງຕິດຕາມທັບນັກກິລາຄົນພິການລາວ ກຽມຮ່ວມ ອາຊຽນພາຣາເກມ ທີ່ປະເທດໄທ

ປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ຫຼື ຄພລ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ໃຫ້ກຳລັງໃຈທັບນັກກິລາ 3 ປະເພດ ປະກອບມີ ກິລາບອດເຊຍ, ກິລາດອກປີກໄກ່ ແລະ ກິລາເທັນນິດ ເພື່ອເປັນກຳລັງໃຈໃຫ້ນັກກິລາໄດ້ກຽມຄວາມພ້ອມເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນກິລາຄົນພິການອາຊຽນ ຫຼື ອາຊຽນພາຣາເກມ ຈະຈັດຂື້ນທີ່ປະເທດໄທ ໃນຕົ້ນປີ 2026 ນີ້.
ໂອກາດນີ້, ທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານ ຄພລ ໄດ້ກ່າວວ່າ: ການລົງມາຄັ້ງນີ້ ກໍເພື່ອເປັນຫ່ວງເປັນໃບ ແລະ ຢ້ຽມຢາມຖາມຂ່າວ, ຕິດຕາມຊີວິດການເປັນຢູ່ຂອງທັບນັກກິລາຄົນພິການລາວ ໃນໂອກາດດັ່ງກ່າວ ປະທານ ຄພລ ກໍຍັງໄດ້ຮຽກຮ້ອງໃຫ້ຄູຝຶກ ແລະ ນັກກິລາມີຄວາມເອົາໃຈໃສ່ຕໍ່ການຝຶກແອບຝຶກຊ້ອມ ແລະ ເພີ່ມທະວີການເອົາໃຈໃສ່ຈັດຕັ້ງປະຕິບັດຕາມຕາຕະລາງແຜນການຝຶກຊ້ອມໃຫ້ເປັນຢ່າງດີ ເພື່ອພັດທະນາຕົນເອງໃຫ້ດີກວ່າເກົ່າ ກຽມເຂົ້າຮ່ວມຍາດຜົນງານໃນການແຂ່ງຂັນກິລາຄົນພິການອາຊຽນ ຫຼື ອາຊຽນພາຣາເກມ ຈະຈັດຂຶ້ນທີ່ປະເທດໄທ ໃນຕົ້ນປີ 2026 ນີ້ ສ້າງກຽດສັກສີ ແລະ ຊື່ສຽງມາສູ່ປະເທດຊາດ.
ຂ່າວໂດຍ: ສົງການ ພັນແພງດີ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026


