ເປີດການແຂ່ງຂັນກິລາໜ້າເກັກ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ການແຂ່ງຂັນກິລາຍິງໜ້າເກັກ ໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນໃນວັນທີ 12 ພະຈິກ 2025 ທີ່ສະຖາບັນກິລາ-ກາຍຍະກຳ, ໂດຍມີ ທ່ານ ສາ ລະພິດ ສູນວໍລະວົງ ປະທານສະຫະພັນໜ້າເກັກ-ໝາກຄ່າງ ນະຄອນຫຼວງວຽງຈັນ ແລະ ທ່ານ ກິ່ງລັດຕະນະ ຟອງສະໝຸດ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ຮອງເລຂາທິການສະຫະພັນກິລາໜ້າເກັກແຫ່ງຊາດ ພ້ອມດ້ວຍບັນດາຄະນະນໍາ, ຄະນະຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ການແຂ່ງຂັນຄັ້ງນີ້, ມີ 12 ລາຍການ ຄື: ທີມຍິງ ໄລຍະ 10 ແມັດ ມີ 14 ພາກສ່ວນ, ທີມຍິງ ໄລຍະ 15 ແມັດ ມີ 14 ພາກສ່ວນ, ລາຍການແຂ່ງຂັນຄູ່ຍິງ ໄລຍະ 10 ແມັດ ມີ 13 ພາກສ່ວນ, ລາຍການຄູ່ຍິງ ໄລຍະ15 ແມັດ ມີ 12 ພາກ ສ່ວນ, ລາຍການແຂ່ງຂັນ ດ່ຽວຍິງ ໄລຍະ 10 ແມັດ 14 ພາກ ສວນ, ດ່ຽວຍິງ ໄລຍະ 15 ແມັດ 12 ພາກສ່ວນ, ແຂ່ງ ຂັນລາຍການທີມຊາຍ ໄລຍະ 15 ແມັດ ມີ 16 ພາກສ່ວນ, ໄລຍະ 20 ແມັດ ມີ 11 ພາກສ່ວນ, ແຂ່ງຂັນລາຍການ ຄູ່ຊາຍ ໄລຍະ 15 ແມັດ ມີ 15 ພາກສ່ວນ,ຄູ່ຊາຍ ໄລຍະ 20 ແມັດ ມີ 13 ພາກສ່ວນ, ລາຍການດ່ຽວຊາຍ ໄລຍະ 15 ແມັດ ມີ 15 ພາກສ່ວນ,ດ່ຽວຊາຍ ໄລຍະ 30 ແມັດ ມີ 14 ພາກສ່ວນ.
ສຳລັບການແຂ່ງຂັນກິລາຍິງໜ້າເກັກ ໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ແມ່ນຈະທຳການແຂ່ງຂັນ ໃນລະຫວ່າງວັນທີ 12-18 ພະຈິກ 2025.
ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ແຂວງຈຳປາສັກ ຈັດແຂ່ງຂັນກະຕໍ້ 2 ລາຍການ ຕ້ອນຮັບງານບຸນອອກພັນສາ ປະຈຳປີ 2026
- ໜ່ວຍຮາກຖານຊາວໜຸ່ມ ສກຂ ຜົ້ງສາລີ ມອບ-ຮັບທຸງໄຊນຳໜ້າຂະບວນການ 4 ບຸກ ຄັ້ງທີ II ແລະ ມອບໃບຢັ້ງຢືນ 4 ບຸກ ປະຈຳປີ 2025
- ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ກຳລັງພິຈາລະນາ 7 ຫົວຂໍ້ສໍາຄັນ
- ວິທະຍາໄລເຕັກນິກລາວ-ເຢຍລະມັນ ຄວ້າລາງວັນຊະນະເລີດ 2 ລາຍການ ການແຂ່ງຂັນຊ່າງຫຼຽນຄໍາ ຄູໂບຕ້າ ຄັ້ງທີ 4 ປະຈໍາປີ 2026
- ສສກ ຮ່ວມກັບລັດຖະບານອົດສະຕຣາລີ ລົງເກັບກຳຂໍ້ມູນພາກສະໜາມ ກ່ຽວກັບການການສຶກສາຮຽນຮ່ວມ ຢູ່ແຂວງຊຽງຂວາງ
- ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະເພື່ອໄປສຶກສາຕໍ່ຢູ່ປະເທດຍີ່ປຸ່ນ ປະຈໍາປີ 2026




