ສອງວັນທຳອິດ ນັກກິລາກອງທັບ ຍາດໄດ້ເຖິງ 7 ຫຼຽນຄຳ ເປັນອັນດັບທີ 1 ແຂ່ງຂັນແລ່ນ-ລານ ງານກິລາແຫ່ງຊາດ ຄັ້ງທີ XII

ພິທີມອບ-ຮັບຫຼຽນລາງວັນ ໄດ້ມີຂຶ້ນໃນຕອນແລງວັນທີ 12 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບຂອງ ທ່ານ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມໃຫຍ່ອົບຮົມ ກົມໃຫຍ່ເສນາທິການກອງທັບ, ທ່ານ ສີທົນ ແສງພະຈັນ ຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ ທັງເປັນປະທານສະຫະພັນກິລາແລ່ນ-ລານແຂວງວຽງຈັນ, ທ່ານ ອານຸສອນ ສຸດທິວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ, ທ່ານ ອິນທະວົງ ແດງປະເສີດ ຮອງຫົວໜ້າຂະແໜງກິລາ-ກາຍຍະກຳ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ, ທ່ານ ສິດທິໄຊ ສັກປະເສີດ ຮອງປະທານສະຫະພັນກິລາແລ່ນ-ລານແຫ່ງຊາດລາວ ແລະ ທ່ານ ນາງ ມາລາ ສາກົນນິຍົມ ເລຂາທິການສະຫະພັນກິລາແລ່ນ-ລານແຫ່ງຊາດລາວ ພ້ອມດ້ວຍຄະນະຮັບຜິດມອບຫຼຽນ, ຄູຝຶກ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.
ການແຂ່ງຂັນກິລາແລ່ນ-ລານ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແມ່ນລົງແຂ່ງສຳເລັດແລ້ວ 2 ວັນ ລະຫວ່າງວັນທີ 11-12 ພະຈິກ 2025 ມີການຊີງໄຊ 18 ລາຍການ. ຜ່ານການແຂ່ງຂັນຜົນປະກົດວ່າ ລາຍການ 5.000 ແມັດຍິງ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ແຂວຈຳປາສັກ ແລະ ຫຼຽນທອງ ແຂວງເຊກອງ; ລາຍການ 5.000 ແມັດຊາຍ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ແຂວງໄຊສົມບູນ; ລາຍການເຕັ້ນຍາວຍິງ ຫຼຽນຄຳ ແຂວງສະຫວັນນະເຂດ, ຫຼຽນເງິນ ກະຊວງປ້ອງກັນປະເທດ ແລະ ຫຼຽນທອງ ນະຄອນຫຼວງວຽງຈັນ; ເຕັ້ນຍາວຊາຍ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽເງິນ ແຂວງສະຫວັນນະເຂດ ແລະ ຫຼຽນທອງ ແຂວງອັດຕະປື; ແກວ່ງຈານຍິງ ຫຼຽນຄຳ ແລະ ຫຼຽນເງິນ ແຂວງສະຫວັນນະເຂດ ແລະ ຫຼຽນທອງ ນະຄອນຫຼວງວຽງຈັນ; ແກວ່ງຈານຊາຍ ຫຼຽນຄຳ ແຂວງຈຳປາສັກ, ຫຼຽນເງິນ ແລະ ຫຼຽນທອງ ກະຊວງປ້ອງກັນປະເທດ.
ແລ່ນ 100 ແມັດຍິງ ຫຼຽນຄຳ ແຂວງຄຳມ່ວນ, ຫຼຽນເງິນ ແຂວງອຸດົມໄຊ ແລະ ຫຼຽນທອງ ນະຄອນຫຼວງວຽງຈັນ; ແລ່ນ 100 ແມັດຊາຍ ຫຼຽນຄຳ ແຂວງວຽງຈັນ, ຫຼຽນເງິນ ແຂວງສະຫວັນນະເຂດ ແລະ ຫຼຽນທອງ ກະຊວງປ້ອງ ກັນຄວາມສະຫງົບ; ແລ່ນ 4×400 ແມັດປະສົມ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ແຂວງສະຫວັນນະເຂດ ແລະ ຫຼຽນທອງ ນະຄອນຫຼວງວຽງຈັນ; ແກວ່ງຄ້ອນຍິງ ຫຼຽນຄຳ ນະຄອນຫຼວງວຽງຈັນ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ແຂວງສະຫວັນນະເຂດ; ແກວ່ງຄ້ອນຊາຍ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ກະຊວງປ້ອງກັນປະເທດ ແລະ ຫຼຽນທອງ ແຂວງສະຫວັນນະເຂດ; ເຕັ້ນສູງຍິງ ຫຼຽນຄຳ ນະຄອນຫຼວງວຽງຈັນ, ຫຼຽນເງິນ ກະຊວງປ້ອງກັນປະເທດ ແລະ ຫຼຽນທອງ ແຂວງສະຫວັນນະເຂດ; ເຕັ້ນສູງຊາຍ ຫຼຽນຄຳ ນະຄອນຫຼວງວຽງຈັນ, ຫຼຽນເງິນ ແຂວງຜົ້ງສາລີ ແລະ ຫຼຽນທອງ ກະຊວງປ້ອງກັນປະເທດ.
ແລ່ນ 800 ແມັດຍິງ ຫຼຽນຄຳ ແຂວງຄຳມ່ວນ, ຫຼຽນເງິນ ແຂວງເຊກອງ ແລະ ຫຼຽນທອງ ແຂວງຊຽງຂວາງ; ແລ່ນ 800 ແມັດຊາຍ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ແຂວງສະຫວັນນະເຂດ ແລະ ຫຼຽນທອງ ແຂວງວຽງຈັນ; ຍ່າງ 10.000 ແມັດຊາຍ ຫຼຽນຄຳ ແຂວງຄຳມ່ວນ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ແຂວງຈຳປາສັກ; ແລ່ນ 4×100 ແມັດຍິງ ຫຼຽນຄຳ ແຂວງສະຫວັນນະເຂດ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ແຂວງຄຳມ່ວນ; ແລ່ນ 4×100 ແມັດຊາຍ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ແຂວງສະຫວັນນະເຂດ ແລະ ຫຼຽນທອງ ນະຄອນຫຼວງວຽງຈັນ.
ສັງລວມແລ້ວຫຼັງຜ່ານການແຂ່ງຂັນໄປ 2 ວັນ ທັບນັກກິລາແລ່ນ-ລານຈາກກະຊວງປ້ອງກັນປະເທດ ຍາດມາໄດ້ແລ້ວເຖິງ 7 ຫຼຽນຄຳ, 4 ຫຼຽນເງິນ ແລະ 1 ຫຼຽນທອງ ເປັນອັນດັບທີ 1 ຈາກການຊີງໄຊ 18 ລາຍການ. ສ່ວນທັບນັກກິລາແລ່ນ-ລານ ເຈົ້າພາບ ນະຄອນຫຼວງວຽງຈັນ ຍາດມາໄດ້ພຽງ 3 ຫຼຽນຄຳ, 4 ຫຼຽນເງິນ ແລະ 5 ຫຼຽນທອງ. ຊຶ່ງການແຂ່ງຂັນກິລາແລ່ນ-ລານ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ມີການຊີງໄຊທັງໝົດ 41 ລາຍການ (41 ຫຼຽນຄຳ) ທຳການແຂ່ງຂັນລະຫວ່າງວັນທີ 11-17 ພະຈິກ 2025 ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16).
ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ
ຂ່າວຫຼ້າສຸດ
- ຂະແໜງການຍ່ອຍການສຶກສາຫຼັງຊັ້ນມັດທະຍົມ ເຫັນດີປັບປຸງ TOR ເພື່ອຍົກລະດັບວຽກງານອາຊີວະສຶກສາ ແລະ ການສຶກສາຊັ້ນສູງ
- ເລຂາທິການໃຫຍ່ອາຊຽນ ແລະ ຄະນະຜູ້ແທນລະດັບສູງ ເດີນທາງມາຮອດ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມ AMMSTI-22
- ອາຊຽນ-ຍີ່ປຸ່ນ ຮ່ວມຫາລືດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ
- ອາຊຽນ-ສ.ເກົາຫຼີ ສໍາມະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ປະຈໍາປີ 2026
- ສື່ມວນຊົນ ໃຫ້ຄວາມສຳຄັນ ແລະ ສຸມໃສ່ຮັບໃຊ້ກອງປະຊຸມ AMMSTI-22 ແລະ ກອງປະຊຸມປິ່ນອ້ອມ ຢ່າງຫ້າວຫັນ
- ຫຼານນ້ອຍ ເບ ສະຫວັນ ແຊ໋ມບານເຕະນານາຊາດ ທີ່ ສສ ຫວຽດນາມ ຖືກຕ້ອນຮັບຢ່າງອົບອຸ່ນ ຫຼັງເດີນທາງກັບເຖິງແຜ່ນດິນເກີດ








