Skip to main content

ເປີດການແຂ່ງຂັນກິລາປັນຈັກສີລັດ “ນະຄອນຫຼວງວຽງຈັນ ເກມ 2025” ມີການຊີງໄຊ 21 ຫຼຽນຄໍາ

13/11/2025

ເປີດສາກຂຶ້ນຢ່າງເປັນທາງການ ການແຂ່ງຂັນກິລາປັນຈັກສີລັດ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ  ໃນຕອນເຊົ້າວັນທີ 13 ພະຈິກ 2025 ທີີ່ສະໂມສອນກິລາໃນຮົ່ມບູຢອງ ວິທະຍາເຂດດົງໂດກ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ຫົວໜ້າການມະການເຕັກນິກຈັດການແຂ່ງຂັນ ແລະ ທ່ານ ວັດທະນາໄຊ ລາຊະວົງສິງ ປະທານ ສະຫະພັນກິລາປັນຈັກສີລັດນະຄອນຫຼວວຽງຈັນ, ມີຮອງທູດອິນໂດເນເຊຍ ປະຈໍາລາວ, ທູດທະຫານ ປະຈໍານະຄອນຫຼວງວຽງຈັນ, ຄະນະບໍລິຫານງານສະຫະພັນປັນຈັກສີລັດແຫ່ງຊາດ, ຄະນະບໍລິຫານງານສະຫະພັນບັນດາແຂວງ ແລະ 2 ກະຊວງ, ຄະນະຮັັບຜິດຊອບເຕັກນິກ, ຄູຝຶກ, ນັກກິລາ, ແຂກຖືກເຊີນ ແລະ ຜູ້ຊົມຜູ້ເຊຍເຂົ້າຮ່ວມຢ່າງຫຼວງຫຼາຍ.

ໂອກາດນີ້, ທ່ານ ວັດທະນາໄຊ ລາຊະວົງສິງ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ແມ່ນເພື່ອເຕົ້າໂຮມຄວາມເປັນປຶກແຜ່ນ ແລະ ຜູກແໜ້ນຄວາມສາມັກຄີມິດຕະພາບຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ ເພື່ອສືບຕໍ່ພັດທະນາວົງການກິລາລາວ, ຍົກລະດັບ ແລະ ພັດທະນາຄວາສາມາດຂອງນັກກິລາ,  ຄະນະກຳມະການເຕັກນິກ-ຈັດການແຂ່ງຂັນ ແລະ ກຳມະການຕັດສິນກິລາຂອງລາວໃຫ້ມີຄຸນນະພາບສູງຂຶ້ນ ກ້າວສູ່ລະດັບພາກພື້ນ ແລະ ສາກົນ; ເພື່ອເປັນການຄັດເລືອກນັກກິລາຜູ້ທີ່ໄດ້ມາດຕະຖານຄົບຖ້ວນ, ເຂົ້າຝຶກຊ້ອມ ແລະ ບັນຈຸເປັນນັກກິລາທີມຊາດ ກະກຽມເຂົ້າຮ່ວມການແຂ່ງຂັນຊີເກມ ຄັ້ງທີ 33 ທີ່ປະເທດ ໄທເປັນເຈົ້າພາບ ແລະ ລາຍການແຂ່ງຂັນຕ່າງໆໃນລະດັບພາກພື້ນ ແລະ ສາກົນ.

ການຈັດການແຂ່ງຂັນ ໃນຄັ້ງນີ້,  ແມ່ນຈັດຂຶ້ນໃນຮູບແບບໃໝ່  ແລະ  ກະຕິກາໃໝ່  ການແຂ່ງຂັນແມ່ນໄດ້ເລີ່ມແຕ່ວັນທີ  13-16  ພະຈິກ  2025,  ຊຶ່ງການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ມີພາກສ່ວນທີ່ເຂົ້າຮ່ວມແຂ່ງຂັນຊີງໄຊກັນ 8 ແຂວງ ແລະ 2 ກະຊວງ ຄື ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ແຂວງສະລະວັນ, ຈໍາປາສັກ, ສະຫວັນນະເຂດ, ຄໍາມ່ວນ, ວຽງຈັນ, ຊຽງຂວາງ, ບໍລິຄໍາໄຊ ນະຄອນຫຼວງວຽງຈັນ ເປັນເຈົ້າພາບ. ໂດຍການຈັດການແຂ່ງຂັນ ແມ່ນມີ 2  ປະເພດຄື :  ຟ້ອນ ແລະ ປະເພດຕໍ່ສູ້ ໃນນັ້ນ ປະເພດຟ້ອນ ປະກອບມີ 6 ລາຍການຄື: ຟ້ອນດ່ຽວ ຊາຍ-ຍິງ, ຟ້ອນຄູ່ ຊາຍ-ຍິງ, ຟ້ອນທີມ ຊາຍ-ຍິງ ເຊິ່ງມີນັກກິລາ ທັງໝົດ 49 ຄົນ ຍິງ 24 ຄົນ ແລະ ປະເພດຕໍ່ສູ້ ປະກອບມີ 15 ລາຍການ ຄື ລາຍການຕໍ່ສູ້ ຍິງ ມີ 7 ຮຸ່ນ; ລາຍການຕໍ່ສູ້ຊາຍ ມີ 8 ຮຸ່ນ, ມີນັກກິລາ ເຂົ້າຮ່ວມການແຂ່ງຂັນທັງໝົດ 72 ຄົນ, ຍິງ 30 ຄົນ ຮ່ວມຊີງໄຊກັນທັງໝົດ 21 ຫຼຽນຄໍາ, 21ຫຼຽນເງິນ  ແລະ 42 ຫຼຽນທອງ.

ແນວໃດກໍດີ, ທ່ານ ວັດທະນາໄຊ ລາຊະວົງສິງ  ກໍຍັງໄດ້ເປີດເຜີຍເຖິງເປົ້າໝາຍຂອງທັບນັກກິລາປັນຈັກສີລັດ ນະຄອນຫຼວງວຽງຈັນ ມີຄວາມພ້ອມ 100 ເປີເຊັນ ແລະ ພ້ອມທີ່ຈະສູ້ໃຫ້ໄດ້ບໍ່ໃຫ້ຫຼຸດ 3 ຫຼຽນຄໍາ.

 

ຂ່າວ: ບຸນທະວີິ ເພັດລໍາພອນ

ຮູບ: ສົງການ ພັນແພງດີ