Skip to main content

ກອງທັບ ມາແຮງ ກວາດ 3 ຫຼຽນຄຳ ຄອງອັນດັບທີ 1 ກະຕໍ້ຊິນລອນ ງານກິລາແຫ່ງຊາດ ຄັ້ງທີ XII

13/11/2025

ທັບນັກກິລາກະຊວງປ້ອງກັນປະເທດ ຍັງສ້າງຜົນງານໄດ້ດີຢ່າງຕໍ່ເນື່ອງ ໂດຍຫຼ້າສຸດນັກກິລາກະຕໍ້ຊິນລອນ ຍາດມາໄດ້ 3 ຫຼຽນຄຳ, 1 ຫຼຽນເງິນ ແລະ 3 ຫຼຽນທອງ ເປັນອັນດັບທີ 1 ຈາກ 6 ພາກສ່ວນເຂົ້າຮ່ວມຊີງໄຊ ຄອງເຈົ້າຫຼຽນຄຳ ລາຍການດັ່ງກ່າວ. ຂະນະທີ່ນະຄອນຫຼວງວຽງຈັນ ເຈົ້າພາບ ຍາດໄດ້ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 3 ຫຼຽນທອງ ເທົ່າກັບແຂວງຈຳປາສັກ ໃນການແຂ່ງຂັນກະຕໍ້ຊິນລອນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ.

ພິທີມອບ-ຮັບຫຼຽນລາງວັນກິລາກະຕໍ້ຊິນລອນ ໄດ້ມີຂຶ້ນໃນຕອນທ່ຽງວັນທີ 13 ພະຈິກ 2025 ທີ່ສະໜາມກິລາໃນຮົ່ມໂອແລມປາເຊຍ (ດົງໂດກ) ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ແລະ ມອບໂດຍ ທ່ານ ພັນເອກ ຄຳສອນ ຄຳຜິວ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ທ່ານ ພົນຈັດຕະວາ ໜູຈອນ ກ້ອນທອງຄຳ ຫົວໜ້າກົມໃຫຍ່ພະລາທິການ, ຮອງຫົວໜ້າຄະນະຮັບຜິດຊອບກິລາ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ປອ ຊົງເລົ່າ ຢົງນູ ຮອງເລຂາຄະນະພັກນະຄອນຫຼວງວຽງຈັນ, ທ່ານ ທະລາກອນ ບໍລະວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ, ທ່ານ ວຽງນະຄອນ ບົວລະພັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຈຳປາສັກ ແລະ ທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ປະທານສະຫະພັນກິລາກະຕໍ້ນະຄອນຫຼວງວຽງຈັນ, ມີບັນດາຄະນະນຳ, ຄູຝຶກ, ນັກກິລາທີ່ໄດ້ຮັບຫຼຽນລາງວັນ ຕະຫຼອດຮອດກອງເຊຍແຕ່ລະພາກສ່ວນຢ່າງພ້ອມພຽງ.

ການແຂ່ງຂັນກິລາກະຕໍ້ຊິນລອນ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ທຳການແຂ່ງຂັນເປັນເວລາ 3 ວັນ ລະຫວ່າງວັນທີ 11-13 ພະຈິກ 2025 ມີການຊີງໄຊທັງໝົດ 8 ລາຍການ, ຍິງ 4 ລາຍການ ຫຼື 8 ຫຼຽນຄຳ ຄື: ລະດັບພື້ນຖານຊາຍ 1 ຄົນ ຫຼິ້ນ 1 ທ່າຊາຍ, ລະດັບພື້ນຖານທ່າດຽວຊາຍ, ລະດັບພື້ນຖານ 1 ຄົນ ຫຼິ້ນຄົບ 6 ທ່າຊາຍ, ລະດັບຂັ້ນສູງ 1 ຄົນ ຫຼິ້ນ 1 ທ່າຊາຍ, ລະດັບພື້ນຖານ 1 ຄົນ ຫຼິ້ນ 1 ທ່າຍິງ, ລະດັບພື້ນຖານຫຼິ້ນທ່າດຽວກັນຍິງ, ລະດັບພື້ນຖານ 1 ຄົນ ຫຼິ້ນຄົບ 6 ທ່າຍິງ ແລະ ລະດັບຂັ້ນສູງ 1 ຄົນ ຫຼິ້ນ 1 ທ່າຍິງ. ຊຶ່ງມີຄະນະນຳ, ຄູຝຶກ ແລະ ນັກກິລາ ຈາກ 6 ພາກສ່ວນເຂົ້າຮ່ວມ ປະກອບມີ: ແຂວງຫຼວງພະບາງ, ແຂວງຄຳມ່ວນ, ແຂວງບໍລິຄຳໄຊ, ແຂວງຈຳປາສັກ ແລະ ກະຊວງປ້ອງກັນປະເທດ.

ຜ່ານການແຂ່ງຂັນກັນຢ່າງດຸເດືອດ ແລະ ຟົດຟື້ນ ຕະຫຼອດ 3 ວັນດັ່ງກ່າວ ຜົນປະກົດວ່າ ລາຍການ ລະດັບພື້ນຖານຊາຍ 1 ຄົນ ຫຼິ້ນ 1 ທ່າຊາຍ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ຮ່ວມ ແຂວງຈຳປາສັກ ແລະ ແຂວງຫຼວງພະບາງ; ລາຍການ ລະດັບພື້ນຖານທ່າດຽວຊາຍ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ຮ່ວມ ແຂວງຈຳປາສັກ ແລະ ແຂວງຫຼວງພະບາງ; ລາຍການ ລະດັບພື້ນຖານ 1 ຄົນ ຫຼິ້ນຄົບ 6 ທ່າຊາຍ ຫຼຽນຄຳ ນະຄອນຫຼວງວຽງຈັນ, ຫຼຽນເງິນ ແຂວງຄຳມ່ວນ ແລະ ຫຼຽນທອງ ຮ່ວມ ແຂວງຈຳປາສັກ ແລະ ແຂວງຫຼວງພະບາງ; ລາຍການ ລະດັບຂັ້ນສູງ 1 ຄົນ ຫຼິ້ນ 1 ທ່າຊາຍ ຫຼຽນຄຳ ນະຄອນຫຼວງວຽງຈັນ, ຫຼຽນເງິນ ແຂວງຫຼວງພະບາງ ແລະ ຫຼຽນທອງ ຮ່ວມ ແຂວງຄຳມ່ວນ ແລະ ກະຊວງປ້ອງກັນປະເທດ.

ລາຍການ ລະດັບພື້ນຖານ 1 ຄົນ ຫຼິ້ນ 1 ທ່າຍິງ ຫຼຽນຄຳ ແຂວງຄຳມ່ວນ, ຫຼຽນເງິນ ແຂວງຈຳປາສັກ ແລະ ຫຼຽນທອງ ຮ່ວມ ນະຄອນຫຼວງວຽງຈັນ ແລະ ກະຊວງປ້ອງກັນປະເທດ; ລາຍການ ລະດັບພື້ນຖານຫຼິ້ນທ່າດຽວກັນຍິງ ຫຼຽນຄຳ ກະຊວງປ້ອງກັນປະເທດ, ຫຼຽນເງິນ ແຂວງຈຳປາສັກ ແລະ ຫຼຽນທອງ ຮ່ວມ ແຂວງຄຳມ່ວນ ແລະ ນະຄອນຫຼວງວຽງຈັນ; ລາຍການ ລະດັບພື້ນຖານ 1 ຄົນ ຫຼິ້ນຄົບ 6 ທ່າຍິງ ຫຼຽນຄຳ ແຂວງຈຳປາສັກ, ຫຼຽນເງິນ ແຂວງຄຳມ່ວນ ແລະ ຫຼຽນທອງ ຮ່ວມ ກະຊວງປ້ອງກັນປະເທດ ແລະ ນະຄອນຫຼວງວຽງຈັນ; ລາຍການ ລະດັບຂັ້ນສູງ 1 ຄົນ ຫຼິ້ນ 1 ທ່າຍິງ ຫຼຽນຄຳ ແຂວງຈຳປາສັກ, ຫຼຽນເງິນ ກະຊວງປ້ອງກັນປະເທດ ແລະ ຫຼຽນທອງ ຮ່ວມ ແຂວງຄຳມ່ວນ ແລະ ແຂວງບໍລິຄຳໄຊ.

 

ພາບ-ຂ່າວໂດຍ: ລູກນ້ຳເຊ ອິນທະດາລິນ